spot_img
Homeຂ່າວຕ່າງປະເທດກຸງໂຄລຳໂບ ປະ​ເທດສີລັງກາມີຄວາມສະຫງົບຫຼັງຈາກ ປະກາດພາວະສຸກເສີນ

ກຸງໂຄລຳໂບ ປະ​ເທດສີລັງກາມີຄວາມສະຫງົບຫຼັງຈາກ ປະກາດພາວະສຸກເສີນ

Published on

ໃນວັນທີ 7​ ຜ່ານມານີ້, ທີ່ກຸງໂຄລຳໂບ ນະຄອນຫຼວງ ແລະ ເມືອງສຳຄັນທາງການຄ້າຂອງສີລັງກາມີຄວາມສະຫງົບຫຼັງຈາກປະທານາທິບໍດີຂອງສີລັງກາ ດີໂກຕາບາຢາ ລາດສປັກຊາ ປະກາດພາວະສຸກເສີນ ພາຍຫຼັງປະທ້ວງຕໍ່ຕ້ານລັດຖະບານທະວີຄວາມຮຸນແຮງຂຶ້ນ.

ພາຍໃຕ້ການປະກາດສຸກເສີນລ່າສຸດນີ້ ຍັງບໍ່ມີການເປີດເຜີຍຕໍ່ສາທາລະນະ ແຕ່ປະກາດສຸກເສີນທີ່ຜ່ານມານັ້ນປະທານາທິບໍດີມີອຳນາດໃນການສົ່ງທະຫານອອກປະຕິບັດໜ້າທີ່ໃນການຄວບຄຸມ ແລະ ການເຂົ້າສະຫຼາຍການຊຸມນຸມ, ທຳນຽບປະທານາທິບໍດີສີລັງກາ ໄດ້ກ່າວວ່າ: ປະທານາທິບໍດີຕັດສິນໃຈປະກາດສຸກເສີນ ໂດຍພິຈາລະນາຈາກສະຖານະການໃນສີລັງກາ ແລະ ເພື່ອໃຫ້ເປັນປະໂຫຍດຕໍ່ຄວາມໝັ້ນຄົງຂອງສາທາລະນະ, ການປ້ອງກັນຄວາມສະຫງົບ ແລະ ເພື່ອໃຫ້ຍັງຄົງມີເຄື່ອງໃຊ້ສອຍ ແລະ ການບໍລິການທີ່ຈຳເປັນສຳລັບປະຊາຊົນ, ຂະນະນີ້ຍັງບໍ່ມີລາຍງານວ່າເກີດຄວາມວຸ່ນວາຍໃນຊ່ວງເດິກ ຫຼັງມີການປະກາດພາວະສຸກເສີນຕອນທ່ຽງຄືນ.

ໃນຂະນະທີ່ການພິຈາລະນາບໍລິເວນແກວເລ ໃນກຸງໂຄລຳໂບ ຍັງດຳເນີນໄປຕາມປົກກະຕິ ຫຼັງຈາກທີ່ກ່ອນໜ້ານີ້ມີການເດີນຂະບວນ ແລະ ປະທ້ວງຕໍ່ຕ້ານລັດຖະບານ ສ່ວນຈຸດຈັດການປະທ້ວງຫຼັກແມ່ນຢູ່ດ້ານນອກສຳນັກງານເລຂາທິການປະທານາທິບໍດີ ມີປະຊາຊົນປະມານ 100 ຄົນ ຮວມຕົວກັນຕໍ່ຕ້ານລັດຖະບານ ໂດຍບໍ່ສົນໃຈການປະກາດສະ​ຖາ​ນະ​ການ​ສຸກ​ເສີນ ແລະ ມີ​ລົດ​ທີ່​ຜ່ານ​ມານັ້ນ​ກໍ​ໄດ້​ບີບ​ແກ ເພື່ອ​ເປັນ​ສັນ​ຍາ​ລັກ​ສະ​ໜັບ​ສະ​ໜູນ​ການ​ປະ​ທ້ວງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...