ກຳປູເຈຍ ສົ່ງເຂົ້າອອກໄດ້ 500.000 ໂຕນໃນປີນີ້

400.088

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 10 ທັນວາ2015, ທ່ານ ຮຸນ​ແຊນ, ນາຍົກ ລັດຖະມົນຕີ ກຳປູ​ເຈຍ​ ຖະແຫລ​ງວ່າ: ການ​ສົ່ງ​ເຂົ້າອອກ ​ໄດ້​ພຽງ 500.000​ ໂຕນ ​ເທົ່າກັບ 50% ​ເມື່ອ​ທຽບ​ໃສ່ ​ເປົ້າໝາຍ ​ທີ່​ວາງ​ໄວ້​ 1 ລ້ານ​ໂຕນ​ ໃນ​ປີ​ນີ້ ​ເນື່ອງ​ຈາກ ​ຂາດ​ແຄນ ໂຮງສີ​ເຂົ້າ, ສ້າງ​ເກັບ​​ເຂົ້າ ​ແລະ ​ເງິນທຶນ ​ຍັງ​ບໍ່​ພຽງພໍ. ສຳລັບ ຜົນ​ຜະລິດ ​ເຂົ້າທັງ​ໝົດ ​ປີ​ນີ້​ ຈະ​ເກີນ 9,2 ລ້ານ​ໂຕນ ​ຈະ​ເຮັດ​​ໃຫ້ ​ມີ​ປະ ລິມານເຂົ້າ ສົ່ງ​ອອກ ​ເພີ່​ມຂຶ້ນ 3 ລ້ານ​ໂຕນ ​ໃນ​ປີໜ້າ. ຂະນະ​ທີ່ ຈີນ, ຝຣັ່ງ, ​ໂປ​ໂລ​ຍ, ມາ​ເລ​ເຊຍ ​ແລະ ​ໂຮ​ນລັງ ​ເປັນ​ຜູ້​ຮັບ ຊື້​ເຂົ້າ​ແຫ່ງ​ໃຫຍ່​ ຂອງ​ກຳປູ​ເຈຍ ​ໂດຍສະ​ເພາະ​ ປີ​ກາຍ​ນີ້ ​ສາມາດ ​ສົ່ງ​​ເຂົ້າ ອອກ 370.000 ​ໂຕນ ມູນ​ຄ່າ247 ລ້ານ​ ໂດ​ລາ​ ສະຫະລັດ./.​

ແຫ່ລງຂ່າວ

ຂປລ