spot_img
Homeປະເພນີ-ວັດທະນະທຳສະເຫຼີມສະຫຼອງຫຼວງພະບາງ ເຂົ້າເປັນມໍລະດົກໂລກຄົບຮອບ 20 ປີ

ສະເຫຼີມສະຫຼອງຫຼວງພະບາງ ເຂົ້າເປັນມໍລະດົກໂລກຄົບຮອບ 20 ປີ

Published on

1-1

ງານສະເຫຼີມສະຫຼອງ ຫຼວງພະບາງເຂົ້າເປັນມໍລະດົກໂລກ ຄົບຮອບ 20 ປີຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 9 ທັນວາ 2015 ນີ້ ໂດຍ ມີພິທີເປີດ ງານຢ່າງເປັນທາງ ການທີ່ໜ້າຫໍພິພິທະພັນແຫ່ງ ຊາດ ຫຼວງພະບາງ ໂດຍການ ເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກ ງານວັດ ທະນະທຳ-ສັງຄົມ, ປະ ທານຄະນະກຳມະການລະດັບ ຊາດ ເພື່ອມໍລະດົກໂລກ, ທ່ານ ນາງ ແອນ ເລີແມດ ຜູ້ຕາງໜ້າ ອົງການອຸຍແນັດສະໂກ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍລັດ ຖະມົນຕີວ່າການ, ຊ່ວຍວ່າ ການ, ບັນດາທູຕານຸທູດຕ່າງ ປະເທດ ແລະ ອົງການຈັດຕັ້ງ ສາກົນ ປະຈຳລາວ, ແຂກຮັບ ເຊີນທັງພາຍໃນ ແລະ ຕ່າງປະ ເທດ ຕະຫຼອດຮອດມວນຊົນ ຊາວແຂວງຫຼວງພະບາງເປັນ ຈຳນວນຫຼວງຫຼາຍ.
ໃນພິທີ, ພາຍຫຼັງທ່ານ ສາຍສະໝອນ ຄົມທະວົງ ຕາງໜ້າການນຳຂອງແຂວງ ໃນນາມປະທານຄະນະກຳມະການລະດັບທ້ອງຖິ່ນ ເພື່ອມໍລະດົກໂລກ ປະທານກະກຽມການສະເຫຼີມສະຫຼອງ ໄດ້ລາຍງານການກະກຽມຈັດງານສະເຫຼີມສະຫຼອງຫຼວງພະບາງ ເຂົ້າ ເປັນມໍລະດົກໂລກ ຄົບຮອບ 20 ປີແລ້ວ, ທ່ານ ພັນຄຳ ວິພາວັນ ໄດ້ມີຄຳເຫັນກ່າວເປີດງານຢ່າງເປັນທາງການ ຊຶ່ງມີບາງຕອນກ່າວວ່າ: ຜ່ານຂະບວນວິວັດແຫ່ງ ການປົກປັກຮັກສາ ແລະ ພັດທະນາເມືອງ ຫຼວງພະບາງມໍລະດົກໂລກ ມີທັງຂໍ້ສະດວກ, ຂໍ້ຫຍຸ້້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ພາຍໃຕ້ ການຊີ້ນຳໆພາ ຂອງພັກ ແລະ ລັດຖະບານ ບວກກັບການສະໜັບສະໜູນ ດ້ານງົບປະມານຂອງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ອຸຍແນັດສະໂກ, ລັດ ຖະບານປະເທດ ຝຣັ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຮັດ ໃຫ້ເມືອງຫຼວງພະບາງ ໄດ້ຮັບການປົກປັກຮັກສາ ແລະ ພັດທະນາເປັນເມືອງມໍລະດົກ ໂລກ ທີ່ຄົງຄຸນຄ່າ, ຍືນຍົງຕະ ຫຼອດມາ ແລະ ກາຍເປັນເມືອງ ຍອດນິຍົມແຫ່ງການທ່ອງທ່ຽວ ຂອງໂລກຫຼາຍປີຊ້ອນ.
ໂອກາດນີ້, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ພ້ອມທັງຕັດແຖບຜ້າປ່ອຍ ໝາກປູມເປົ້າເປີດງານສະເຫຼີມ ສະຫຼອງຫຼວງພະບາງເຂົ້າເປັນ ມໍລະດົກໂລກຄົບຮອບ 20 ປີຢ່າງເປັນທາງການ. ຈາກນັ້ນໄດ້ຈັດພິທີປະດັບຫຼຽນນາມມະຍົດດີເດັ່ນແຫ່ງຊາດ ດ້ານ ການພັດທະນາ ແລະ ປົກປັກຮັກສາມໍລະດົກໂລກໃຫ້ເມືອງຫຼວງພະບາງຢ່າງສົມກຽດ. ຕໍ່ມາຂະບວນກ້ອນກຳລັງຕ່າງໆໄດ້ ແຫ່ອອກຈາກ ໜ້າຫໍພິພິ ທະພັນຫຼວງພະບາງ ໄປຕາມເສັ້ນທາງສີສະຫວ່າງວົງ ແລະ ໄປສິ້ນສຸດຢູ່ວັດຊຽງທອງໂດຍມີທັງໝົດ 27 ຂະບວນຊຶ່ງເລີ່ມຕົ້ນດ້ວຍຂະບວນກອງດຸລິ ຍາງຂອງນ້ອງນ້ອຍເຍົາວະຊົນທັນວາ, ຂະບວນປູ່ເຍີ – ຍ່າເຍີ, ເຖົ້າແກ່ຖືຂັນດອກໄມ້, ຂະບວນປ້າຍມໍລະດົກ, ປ້າຍລາງວັນຄຳເມືອງຍອດນິຍົມ ໃນ ການທ່ອງທ່ຽວຂອງໂລກ, ເມືອງປອດຄວັນຢາສູບ, ເມືອງສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ແລະ ຂະບວນອື່ນທີ່ສະແດງເຖິງວັດທະນະທຳອັນດີ ງາມຂອງຊາວເມືອງມໍລະດົກ ໂລກຫຼວງພະບາງ, ພ້ອມໆກັບຂະບວນແຫ່ຊ້າງຈຳນວນ 20 ເຊືອກນຳຂະບວນໂດຍນາງພະຍາຊ້າງເຜືອກແກ້ວມິ່ງ ເມືອງລາວຢ່າງຍິ່ງໃຫຍ່

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...