spot_img
Homeຂ່າວຕ່າງປະເທດກຳປູເຈຍ ສັ່ງຫ້າມບໍ່ໃຫ້ໃຊ້ໂດຣນ ບິນເໜືອເຂດຜາສາດຫີນນະຄອນວັດ

ກຳປູເຈຍ ສັ່ງຫ້າມບໍ່ໃຫ້ໃຊ້ໂດຣນ ບິນເໜືອເຂດຜາສາດຫີນນະຄອນວັດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ອົງການອັບສະຣາ ຊຶ່ງຮັບຜິດຊອບຄຸ້ມຄອງອຸທິຍານບູຮານສະຖານນະຄອນວັດ ໄດ້ອອກມາລະບຸວ່າ ໄດ້ມີຄຳສັ່ງຫ້າມບໍ່ໃຫ້ເຮືອບິນຂະໜາດນ້ອຍ ຄວບຄຸມໄລຍະໄກ ຫລື ໂດຣນ ບິນຢູ່ເໜືອເຂດບູຮານສະຖານນະຄອນວັດ ຂອງກຳປູເຈຍ ເພື່ອຮັບປະກັນຄວາມປອດໄພສຳລັບນັກທ່ອງທ່ຽວ ແລະ ປ້ອງກັນຜົນກະທົບທີ່ອາດເກີດຂຶ້ນ ຕໍ່ກັບຜາສາດຫີນດັ່ງກ່າວນີ້ ໂດຍຜູ້ທີ່ຝ່າຝືນ ຈະຖືກຕັກເຕືອນ ຫລື ອາດຖືກຍຶດອຸປະກອນດັ່ງກ່າວ, ແນວໃດກໍຕາມ ຖ້າກໍລະນີທີ່ມີຄວາມຈຳເປັນ ຜູ້ທີ່ຕ້ອງການໃຊ້ງານໂດຣນ ພາຍໃນພື້ນທີ່ຜາສາດຫີນນະຄອນວັດ ສາມາດຍື່ນຂໍໃບອະນຸຍາດຈາກ ອົງການອັບສະຣາ ກ່ອນ.

ທັງນີ້ ນອກຈາກເຂດອຸທິຍານຜາສາດຫີນນະຄອນວັດແລ້ວ ທາງການກຳປູເຈຍ ຍັງຫ້າມບໍ່ໃຫ້ໃຊ້ໂດຣນ ບິນເໜືອນ່ານຟ້າ ນະຄອນຫລວງພະນົມເປັນ ນັບຕັ້ງແຕ່ເດືອນກຸມພາປີ 2015 ຜ່ານມາ ພາຍຫລັງທີ່ມີນັກທ່ອງທ່ຽວຊາວເຢຍລະມັນ ບັງຄັບໂດຣນຂຶ້ນໄປບິນຖ່າຍວີດີໂອ ເໜືອເຂດພະຣາຊະວັງ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...