spot_img
Homeຂ່າວຕ່າງປະເທດກຳປູເຈຍຮ່າງກົດໝາຍໃໝ່ “ຫ້າມແມ່ຍິງນຸ່ງສັ້ນ”

ກຳປູເຈຍຮ່າງກົດໝາຍໃໝ່ “ຫ້າມແມ່ຍິງນຸ່ງສັ້ນ”

Published on

ເວັບໄຊ phnompenhpost ລາຍງານວ່າ ທ່ານ ອຸກກິມເລັກ ເລຂາລັດຖະມົນຕີກະຊວງພາຍໃນກຳປູ ເຈຍ ໄດ້ອອກມາຊີ້ແຈງກໍລະນີສັງຄົມວິຈານກ່ຽວກັບຮ່າງກົດໝາຍທີ່ຫ້າມແມ່ຍິງນຸ່ງເສື້ອຜ້າເປີດໂຊເນື້ອໜັງຫຼາຍຈົນເກີນ ໂດຍຍັງໄດ້ກ່າວວ່າ ຂໍ້ມູນຈາກທຸກຝ່າຍຈະໄດ້ຮັບການພິຈາລະນາ.

ຫຼາຍຄົນວິພາກວິຈານບາງປະເດັນຂອງຮ່າງກົດໝາຍສະບັບນີ້ເຊັ່ນ: ການຫ້າມແມ່ຍິງນຸ່ງສັ້ນ ແລະ ຫ້າມຜູ້ຊາຍຖອດເສື້ອໃນທີ່ສາທາລະນະ.

ຜູ້ໃຊ້ໂຊຊຽວມີເດຍຢື່ນຄຳຮ້ອງຮ່ວມຄັດຄ້ານການຫ້າມ ໂດຍອ້າງວ່າກົດໝາຍຄວນຖືກສ້າງຂຶ້ນມາເພື່ອປົກປ້ອງສິດທິຂອງພົນລະເມືອງບໍ່ແມ່ນເພື່ອກົດຂີ່ພົນລະເມືອງ.

“ ແມ່ຍິງຄວນສາມາດໃຊ້ສິດທິຂັ້ນພື້ນຖານ ແລະ ສິດທິໃນການສະແດງອອກໂດຍການໃສ່ເສື້ອຜ້າທີ່ພວກເຂົາເລືອກ ການຕຳນິແມ່ຍິງທີ່ເລືອກໃສ່ເສື້ອຜ້າບາງຢ່າງ ມັນແມ່ນສະໜັບສະໜູນມຸມມອງທີ່ວ່າ ແມ່ຍິງເປັນສາເຫດຂອງຄວາມຸນແຮງທາງເພດທີ່ພວກເຂົາປະເຊີນໜ້າ ເພາະສະນັ້ນ, ມັນເພີ່ມຄວາມວັດທະນາທຳ ຂອງການລົງໂທດທີ່ກ່ຽວຂ້ອງກັບຄວາມຮຸນແຮງຕໍ່ເພດ”.

ທ່ານ ຄິມ ເລັກ ກ່າວຕໍ່ໜັງສືພິມ The Post ໃນວັນອັງຄານວ່າການວິພາກວິຈານຈະຊ່ວຍແກ້ໄຂ ແລະປັບປຸງກົດໝາຍ ກ່ອນທີ່ຈະມີການຮັບຮອງເອົາ. ຮ່າງກົດໝາຍ ດັ່ງກ່າວແມ່ນຍັງຢູ່ໃນໄລຍະທຳອິດ ແລະ ໄດ້ຖືກສົ່ງໄປໃຫ້ອົງການປົກຄອງນະຄອນຫຼວງ ແລະ ແຂວງເພື່ອກວດກາ.

ບັນດາອົງການຈັດຕັ້ງທາງສັງຄົມ (CSOs) ແລະ ກຸ່ມລັດຖະມົນຕີກະຊວງຕ່າງໆຈະຖືກເຊີນເຂົ້າຮ່ວມປຶກສາຫາລືກ່ຽວກັບກົດໝາຍດັ່ງກ່າວກ່ອນທີ່ຈະສົ່ງຕໍ່ໃຫ້ລັດຖະບານພິຈາລະນາ ແລະ ຮັບຮອງ.

ທ່ານ ຄິມ ເລັກ ກ່າວວ່າ ຮ່າງກົດໝາຍສະບັບນີ້ຍັງມີເນື້ອໃນເພື່ອປົກປ້ອງກິດຈະກຳທີ່ບໍ່ເໝາະສົມ ແລະ ຜິດສິນທຳ.

ຮຽບຮຽງຂ່າວ: ພຸດສະດີ

ຮູບພາບປະກອບ: laotiantimes

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...