spot_img
Homeຂ່າວການພັດທະນາການແຈ້ງຊໍາລະອາກອນມູນຄ່າເພີ່ມມີ 3 ຂັ້ນຕອນ

ການແຈ້ງຊໍາລະອາກອນມູນຄ່າເພີ່ມມີ 3 ຂັ້ນຕອນ

Published on

ທ່ານ ສຸດໃຈ ອິນທະວົງ ຮອງຫົວໜ້າດ່ານ ພາສີສາກົນຂົວມິດຕະພາບ 1 ລາຍງານໃນວັນທີ 26 ຕຸລາ 2016 ໃນໂອກາດທີ່ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ, ພ້ອມດ້ວຍຄະນະ ໄດ້ລົງຕິດກວດກາຄວາມພ້ອມ, ການເກັບອາກອນມູນຄ່າເພີ່ມ 10% ວ່າ: ດ່ານພາສີສາກົນຂົວມິດຕະພາບ ໄດ້ສົມກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະທາງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ພັດທະນາລະບົບຊໍາລະອາກອນ (SmartVat) ໃຫ້ບໍລິການການແຈ້ງຊໍາລະປະກອບມີ 3 ຂັ້ນຕອນ ຄື: ຜ່ານລະບົບມືຖື, ຜ່ານລະບົບ BCELOne, ຜ່ານຟອມໃບແຈ້ງ.

ມາຮອດປັດຈຸບັນ ການຈັດເກັບອາກອນມູນຄ່າເພີ່ມແມ່ນມີຄວາມພ້ອມເກືອບ100% ເຊັ່ນ: ດ້ານພື້ນຖານໂຄງລ່າງໄດ້ປັບປຸງ, ຂະຫຍາຍຊ່ອງເລນລົດສ່ວນຕົວ ຂາເຂົ້າຈາກ 5 ຊ່ອງເປັນ 8 ຊ່ອງ, ພັດທະນາລະບົບ ເອເລັກໂຕຣນິກ ຮ່ວມກັບທະນາຄານການຄ້າ ຕ່າງປະເທດ ເພື່ອໃຊ້ໃນການແຈ້ງ ຂໍ້ມູນເຄື່ອງຂອງທີ່ນຳເຂົ້າ ການຊຳລະຄ່າອາກອນ ດ້ວຍບັດ SmartVat, ສ້າງຄູ່ມືໃຫ້ຄຳແນະນຳ ໃນການແຈ້ງເສຍອາກອນມູນຄ່າເພີ່ມ 10% ເຄື່ອງຂອງຕິດ ຕົວຜູ້ໂດຍສານ ພ້ອມທັງຝຶກອົບຮົມ ເຈົ້າໜ້າທີ່ພາສີຜູ້ປະຕິບັດງານຕົວຈິງ ໃຫ້ມີຄວາມຊຳນິຊຳນານງານ ແລະ ໃນວັນທີ 1 ພະຈິກ 2016 ຈະໄດ້ເລີ່ມຈັດຕັ້ງປະຕິບັດ ເປັນທາງການ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໃຫ້ພະນັກງານ ພາສີ, ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ການໃຫ້ຄຳແນະນຳແກ່ປະຊາຊົນ ໃນການແຈ້ງອາກອນມູນຄ່າເພີ່ມ ຢ່າງຖືກຕ້ອງ, ຮັບປະກັນຄວາມປອດໄພ, ວ່ອງໄວທັນການ, ການລະບາຍລົດ ບໍ່ໃຫ້ແອອັດໂດຍສະເພາະ ວັນເສົາ-ອາທິດ ຈຳນວນຜູ້ໂດຍສານ ແລະ ພາຫະນະຂອງ ສປປ ລາວ ທີ່ເດີນທາງ ຜ່ານດ່ານຂົວມິດຕະພາບຫລາຍຮ້ອຍຄັນຕໍ່ວັນ.

ສະນັ້ນ, ຈຶ່ງຮຽກຮ້ອງ ມາຍັງທຸກຄົນທີ່ເດີນທາງອອກ-ເຂົ້າ ຜ່ານດ່ານຂົວມິດຕະພາບ 1 ຈົ່ງຍົກສູງສະຕິ ໃນການປະຕິບັດກົດໝາຍ ແລະ ລະບຽບການຂອງ ສປປ ລາວ, ໃຫ້ການຮ່ວມມື ກັບເຈົ້າໜ້າທີ່ປະຈຳດ່ານ ໃນການແຈ້ງຂໍ້ມູນເຄື່ອງຂອງ ທີ່ນໍາເຂົ້າມາໃຫ້ຖືກຕ້ອງ ຄົບຖ້ວນຕາມຕົວຈິງ, ແນໃສ່ຍົກສູງສະຕິ ໃນການຈັດຕັ້ງປະຕິບັດກົດໝາຍ ໃຫ້ສູງຂຶ້ນ, ພ້ອມທັງເປັນການ ສົ່ງເສີມການລົງທຶນ, ການຈັບຈ່າຍຊື້ຂາຍສິນຄ້າ ພາຍໃນໃຫ້ຫລາຍຂຶ້ນ ແລະ ຈັດເກັບບັນດາແຫລ່ງ ລາຍຮັບເຂົ້າງົບປະມານແຫ່ງລັດ.

ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...