spot_img
Homeຂ່າວຕ່າງປະເທດການເຈລະຈາສັນຕິພາບມຽນມາ ຍັງບໍ່ບັນລຸທາງອອກ ພ້ອມນັດປະຊຸມກັນໃໝ່ 6 ເດືອນຂ້າງໜ້າ!

ການເຈລະຈາສັນຕິພາບມຽນມາ ຍັງບໍ່ບັນລຸທາງອອກ ພ້ອມນັດປະຊຸມກັນໃໝ່ 6 ເດືອນຂ້າງໜ້າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ກັນຍາຜ່ານມານີ້ວ່າ ກອງປະຊຸມເຈລະຈາສັນຕິພາບມຽນມາ ໄດ້ອັດລົງຢ່າງເປັນທາງການ ໃນວັນເສົາທີ 3 ກັນຍາ 2016 ທີ່ນະຄອນຫລວງເນປີດໍ ຊຶ່ງເປັນຄວາມພະຍາຍາມຂອງລັດຖະບານມຽນມາ ພາຍໃຕ້ການນຳຂອງ ທ່ານ ນາງ ອອງຊານຊູຈີ ທີ່ຈະຢຸຕິຄວາມບໍ່ສະຫງົບ ຈາກການຄວາມຂັດແຍ່ງພາຍໃນ ລະຫວ່າງຊົນຊາດຊົນເຜົ່າຕ່າງໆ ທີ່ເກີດຂຶ້ນຍາວນານເກືອບເວລາ 70 ປີແລ້ວ. ແນວໃດກໍຕາມ ການເຈລະຈາກັນຊຶ່ງກິນເວລາ 4 ມື້ ຊຶ່ງໄດ້ເປີດໂອກາດໃຫ້ ບັນດາຕົວແທນຈາກກຸ່ມຊົນຊາດຊົນເຜົ່າຕ່າງ ໄດ້ນຳສະເໜີຂໍ້ຂ້ອງໃຈ ແລະ ຄວາມປາຖະໜາທາງການເມືອງຂອງຕົນ ຕໍ່ກັບລັດຖະບານມຽນມາຄັ້ງນີ້ ຍັງຄົງບໍ່ສາມາດບັນລຸທາງອອກຮ່ວມກັນໄດ້ເທື່ອ.

ທັງນີ້ ຍັງຄົງມີກຸ່ມຕິດອາວຸດຊົນເຜົ່າສ່ວນນ້ອຍອີກ 3 ກຸ່ມ ທີ່ຍັງຕໍ່ສູ້ກັບກອງທັບຂອງລັດຖະບານ ປະຕິເສດເຂົ້າຮ່ວມການເຈລະຈາ ແລະ ພ້ອມກັນນັ້ນ ກຸ່ມຕິດອາວຸດບາງກຸ່ມ ທີ່ເຂົ້າຮ່ວມການເຈລະຈາ ໄດ້ຍ່າງອອກຈາກທີ່ປະຊຸມ ເຮັດໃຫ້ບໍ່ສາມາດບັນລຸຂໍ້ຕົກລົງໃດໆໄດ້ເທື່ອ ຊຶ່ງຄະນະຜູ້ແທນດັ່ງກ່າວນີ້ ຈະສືບຕໍ່ເປີດການເຈລະຈາກັນຄືນໃໝ່ ທີ່ຈະຈັດຂຶ້ນໃນອີກ 6 ເດືອນຂ້າງໜ້າ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...