spot_img
Homeຂ່າວຕ່າງປະເທດການ​ເຄື່ອນ​ໄຫວ​ຂອງ​ໝີ​ແພນ​ດ້າເຜືອກທີ່​ຫາ​ຍາກ​ຢູ່​ໃນ​ເຂດ​ປ່າສະຫງວນຂອງ​ຈີນ

ການ​ເຄື່ອນ​ໄຫວ​ຂອງ​ໝີ​ແພນ​ດ້າເຜືອກທີ່​ຫາ​ຍາກ​ຢູ່​ໃນ​ເຂດ​ປ່າສະຫງວນຂອງ​ຈີນ

Published on

ເຂດອະນຸລັກທຳມະຊາດວໍ່ຫຼົງ ເຜີຍແຜ່ວິດີໂອ “ໝີແພນດ້າເຜືອກ” ຍ່າງໄປຫາຄູ່ແມ່ລູກແພນດ້າ ໂດຍຜູ້ຊ່ຽວຊານຄາດວ່າ ແພນດ້າຍັກໂຕແມ່ ກໍເປັນແມ່ຂອງແພນດ້າສີເຜືອກໂຕນີ້ເຊັ່ນກັນ.

ສຳນັກຂ່າວ ຊິນຫົວ ຂອງຈີນ ໄດ້ລາຍງານວ່າ: ໜ່ວນງານອະນຸລັກທຳມະຊາດວໍ່ຫຼົງ ມົນທົນເສສວນ ເຜີຍແຜ່ວິດີໂອໃນວັນທີ 27 ພຶດສະພາ ທີ່ຜ່ານມາ ດ້ວຍກ້ອງອິນຟາເຣດຂອງເຂດອະນຸລັກ ສາມາດບັນທຶກພາບໝີແພນດ້າຍັກຂົນສີຂາວລ້ວນ ທີ່ຍ່າງໄປຫາຄູ່ແມ່ລູກແພນດ້າຄູ່ໜຶ່ງ.

ໂດຍວິດີໂອດັ່ງກ່າວ ບັນທຶກຕອນທ້າຍເດືອນກຸມພາ ທີ່ຜ່ານມານີ້ ສະແດງໃຫ້ເຫັນໝີແພນດ້າຍັກໂຕສີຂາວລ້ວນ ຍ່າງໄປຫາແມ່ລູກແພນດ້າຄູ່ໜຶ່ງ ທີ່ກຳລັງພັກຜ່ອນໃນໂພງຕົ້ນໄມ້ ແລະ ສົ່ງສັນຍານການສ້າງປະຕິສຳພັນ ເຊິ່ງແມ່ແພນດ້າບໍ່ໄດ້ອອກຈາກໂພງຕົ້ນໄມ້ ແລະ ຮັກສາທ່າທີສະຫງົບ.

ຫຼັງຈາກ ທີ່ຄູ່ແມ່ລູກແພນດ້າອອກຈາກໂພງຕົ້ນໄມ້ແລ້ວ ແພນດ້າໂຕສີຂາວກໍກັບມາໂພງຕົ້ນໄມ້ ແລ້ວດົມກິ່ນທົ່ວບໍລິເວນທີ່ແມ່ແພນດ້າອາໄສຢູ່.

ລູກແພນດ້າໃນວິດີໂອນີ້ອາດມີອາຍຸ 1-2 ປີ ສ່ວນໝີແພນດ້າໂຕສີຂາວມີຂະໜາດເກືອບເທົ່າແພນດ້າທີ່ໃຫຍ່ເຕັມທີ່ແລ້ວ, ໃນຊ່ວງເດືອນກຸມພາ ໝີແພນດ້າປ່າຈະເຂົ້າລະດູຕິດສັດ ເຊິ່ງເປັນຊ່ວງທີ່ໝີແພນດ້າເພດເມຍ ແລະ ລູກ ຈະດຸຮ້າຍຫຼາຍ ຖ້າມີໝີແພນດ້າໂຕອື່ນເຂົ້າມາໃກ້, ແຕ່ກົງກັນຂ້າມ ໝີແພນດ້າແມ່ໂຕນີ້ ກັບມີທ່າທີສະຫງົບ ຈົນບໍ່ສອດຄ່ອງກັບທຳມະຊາດທົ່ວໄປ ເຊິ່ງອາດມີຄວາມເປັນໄປໄດ້ວ່າ ໝີແພນດ້າໂຕສີຂາວລ້ວນກໍເປັນລູກຂອງໝີແພນດ້າແມ່ໂຕນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...