spot_img
Homeຂ່າວຕ່າງປະເທດການາດາເດືອດ! ຄົນຮ້າຍຍິງທະຫານເສຍຊີວິດ 1 ຄົນ ກ່ອນບຸກເຂົ້າກວາດຍິງພາຍໃນອາຄານລັດຖະສະພາ!

ການາດາເດືອດ! ຄົນຮ້າຍຍິງທະຫານເສຍຊີວິດ 1 ຄົນ ກ່ອນບຸກເຂົ້າກວາດຍິງພາຍໃນອາຄານລັດຖະສະພາ!

Published on

NjpUs24nCQKx5e1DGjaNNMoxPXpH4Q6oQQM6984DnKo

 

ການາດາເດືອດກາງເມືອງ ເມື່ອມືປືນຊຸດດຳເຂົ້າກໍ່ເຫດຍິງທະຫານເສຍຊີວິດ 1 ຄົນ ກ່ອນບຸກເຂົ້າກວາດຍິງພາຍໃນ

ອາຄານລັດຖະສະພາ ໃນຂະນະທີ່ກຳລັງມີການປະຊຸມຜູ້ແທນ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນເວລາ 09:52 ນາທີ ຂອງມື້ວັນພຸດ 22 ຕຸລາ 2014 ທີ່ຜ່ານມາ (ຕາມເວລາ

ໃນທ້ອງຖິ່ນ) ຕຳຫລວດ ແລະ ທະຫານການາດາ ພ້ອມດ້ວຍລົດຫຸ້ມເກາະ ແລະ ອາວຸດຄົບມື ໄດ້ທຳການປິດລ້ອມອາ

ຄານລັດຖະສະພາ ພາຍໃນນະຄອນຫລວງອັອດຕາ ຫລັງຈາກເກີດເຫດຄົນຮ້າຍສວມຊຸດສີດຳ ໃຊ້ປືນໄຣເຟິນເປັນ

ອາວຸດ ບຸກເຂົ້າໄປໃນອາຄານລັດຖະສະພາ ໃນຂະນະທີ່ກຳລັງມີການປະຊຸມສະພາຢູ່ ໂດຍກ່ອນໜ້າທີ່ຄົນຮ້າຍຈະເຂົ້າ

ໄປໃນອາຄານ ແມ່ນໄດ້ຍິງທະຫານການາດາ ທີ່ຢືນຮັກສາການຢູ່ອະນຸສອນສະຖານສົງຄາມແຫ່ງຊາດການາດາ ໄດ້

ຮັບບາດເຈັບ 1 ຄົນ ແລະ ໄປເສຍຊີວິດຢູ່ໃນໂຮງໝໍໃນໄລຍະຕໍ່ມາ.

 

EyWwB5WU57MYnKOuFHKxVnl10SnWdZRKHNjTeqs7gH3Q64OOmOvL3y

 

ໂດຍຜູ້ເຫັນເຫດການເລົ່າວ່າ ຄົນຮ້າຍໄດ້ແລ່ນເຂົ້າມາໃນອາຄານລັດຖະສະພາ ໃນຂະນະທີ່ກຳລັງມີການປະຊຸມສະພາ

ຈາກນັ້ນ ຕຳຫລວດໄດ້ບຸກເຂົ້າໄປພ້ອມກັບຮ້ອງບອກໃຫ້ທຸກຄົນໝອບລົງ ແລະ ໄດ້ຍິນສຽງປືນດັງຂຶ້ນຕາມມາຢ່າງ

ໜ້ອຍ 30 ນັດ ກ່ອນຈະມີລາຍງານວ່າ ຄົນຮ້າຍຖືກຍິງເສຍຊີວິດ 1 ຄົນ.  ດ້ານໂຄສົກປະຈຳສຳນັກງານນາຍົກລັດຖະ

ມົນຕີການາດາ ອອກມາຖະແຫລງວ່າ ທ່ານ ສະຕີເຟັນ ຮາເປີ ນາຍົກລັດຖະມົນຕີການາດີ ໄດ້ໜີອອກມາຈາກພາຍ

ໃນອາຄານລັດຖະສະພາໄດ້ທັນ ແລະ ປອດໄພ.

 

ໃນຂະນະທີ່ຕຳຫລວດຂອງການາດາໄດ້ຖະແຫລງເຕືອນປະຊາຊົນ ໃຫ້ຢູ່ຫ່າງຈາກປ່ອງຢ້ຽມ ແລະ ຫລັງຄາໄວ້ ເພື່ອ

ຄວາມປອດໄພ ແລະ ຕຳຫລວດກຳລັງໄລ່ຕາມລ່າຕົວຄົນຮ້າຍອີກ 1 ເຖິງ 3 ຄົນ ແລະ ເຊື່ອວ່າໜຶ່ງໃນນັ້ນ ບາງທີກຳ

ລັງຫລົບລີ້ໂຕຢູ່ເທິງຫລັງຄາຂອງລັດຖະສະພາຢູ່.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...