spot_img
Homeຂ່າວພາຍ​ໃນການຮຽນແບບຂ້າຕົວຕາຍທີ່ເປັນບັນຫາທາງດ້ານສຸຂະພາບຈິດ

ການຮຽນແບບຂ້າຕົວຕາຍທີ່ເປັນບັນຫາທາງດ້ານສຸຂະພາບຈິດ

Published on

ຈາກເຫດການທີ່ມີການຂ້າຕົວຕາຍລຽນຕິດກັນໃນໄລຍະນີ້ທີ່ຂົວນ້ຳຂອງປາກເຊ ແຂວງຈຳປາສັກ ກ່ອນເຫດການທີ່ຈະມີຄົນໄປໂດດນ້ຳຂ້າຕົວຕາຍລຽນຕິດກັນ ແມ່ນ ໝໍລຳ “ອິນແຕ່ງ” ດອກຟ້າເພັດໂພນທອງ ໂດດຂົວຂ້າມແມ່ນ້ຳຂອງປາກເຊ ໃນວັນທີ 19 ກັນຍາ 2022 ຫຼັງຈາກນັ້ນ ໃນວັນທີ 22-24-27 ມີນາ 2023 ກໍໄດ້ມີຄົນໄປໂດດຂົວເພື່ອຫວັງຂ້າຕົວຕາຍ ໂດຍຜູ້ທີ່ໂດດໃນວັນທີ 22 ມີນາ ໄດ້ໂອ້ລົມກັບຜູ້ທີ່ຈະເຂົ້າໄປຊ່ວຍວ່າ “ນັ່ງແນມຫາເອື້ອຍອີນແຕ່ງ ຄັນສິເຂົ້າໃກ້ສິໂດດລົງນໍ້າຂອງ” ສ່ວນຄົນທີ່ເຫຼືອແມ່ນບໍ່ຮູ້ສາເຫດການຂ້າຕົວຕາຍຢ່າງຊັດເຈນ.

ຈາກກົມສຸຂະພາບຈິດ ຂອງປະເທດໄທ ໄດ້ລາຍງານຜົນການວິໄຈພົບວ່າ ພຶດຕິກຳທີ່ຮຽນແບບວິທີການຂ້າຕົວຕາຍຂອງຄົນອື່ນ (copycat suicide ຫຼື suicide contagion) ຈາກການໄດ້ຮັບຂໍ້ມູນ ການເຫັນຮູບພາບ ໄດ້ຮັບຟັງການບັນຍາຍເລື່ອງການຂ້າຕົວຕາຍ ຫຼື ວິທີການຂ້າຕົວຕາຍຈາກສື່ຂ່າວສານຕ່າງໆ ນຳສະເໜີຊ້ຳຫຼາຍຄັ້ງ ມັນສຳພັນກັບອັດຕາການຂ້າຕົວຕາຍເພີ່ມຂຶ້ນ.

ໃນທາງຈິດຕະວິທະຍາ ການຮັບຂໍ້ມູນຂ່າວສານບໍ່ເທົ່າໃດນາທີ ມີຜົນຕໍ່ການຕັດສິນໃຈການຂ້າຕົວຕາຍ ແລະ ຄວນເຜີຍແຜ່ຂ່າວສານດ້ວຍຄວາມລະມັດລະວັງ ຫຼີກລ່ຽງການໃຫ້ລາຍລະອຽດ ວິທີການ ຮູບພາບ ໂດຍສະເພາະການຂ້າຕົວຕາຍຂອງຄົນທີ່ມີຊື່ສຽງໂດ່ງດັງ ເປັນດາລາ ນັກຮ້ອງ.

ນອກນີ້ ອົງການອະນາໄມໂລກໄດ້ລາຍງານວ່າ: ໃນ ສປປ ລາວ ມີປະມານ 210.000 ຄົນ ທີ່ມີບັນຫາທາງດ້ານສຸຂະພາບຈິດ ລະບົບປະສາດ ຫຼື ການໃຊ້ຢາເສບຕິດ ເຊັ່ນ: ໂຣກຈິດ ພະຍາດບ້າໝູ ຫຼື ການໃຊ້ສານເສບຕິດ ປະສົມກັບຄວາມຜິດປົກກະຕິທາງສຸຂະພາບຈິດທົ່ວໄປເຊັ່ນ ໂຣກສຶມເສົ້າ ແລະ ຄວາມກັງວົນ.

ເຊິ່ງມີຫຼາຍກວ່າ 95% ຂອງຜູ້ທີ່ມີອາການສຸຂະພາບຈິດຂັ້ນຮຸນແຮງ ແຕ່ບໍ່ໄດ້ຮັບການຮັກສາ ແລະ ພາຍໃນປະເທດບໍ່ສາມາດເຂົ້າເຖິງສະຖານທີ່ຮັກສາສຸຂະພາບຈິດໄດ້ຢ່າງເທົ່າທຽມກັນ ໂດຍຄາດວ່າ ມີ 75% ຂອງປະຊາກອນໃນ ສປປ ລາວ ທີ່ອາໄສຢູ່ໃນເຂດຫ່າງໄກຊອກລີກ ບໍ່ມີບໍລິການດ້ານສຸຂະພາບຈິດ.

ເນື່ອງຈາກ ບຸກຄະລາກອນທັງໝົດໃນລາວມີ  13.000 ຄົນ ທີ່ເຮັດວຽກຢູ່ຄຣີນິກ ໃນນັ້ນ ມີພຽງແຕ່ 42 ຄົນ ທີ່ເຮັດວຽກໃນສະຖານບໍລິການສຸຂະພາບຈິດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...