spot_img
Homeຂ່າວທ້ອງຖິ່ນການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຢູ່ລາວເກີດຈາກ 3 ຂະແໜງການໃຫ່ຍ

ການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຢູ່ລາວເກີດຈາກ 3 ຂະແໜງການໃຫ່ຍ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດແຈ້ງໃຫ້ຮູ້ວ່າ: ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຍັງເປັນບັນຫາຊໍາເຮື້ອ ແລະ ຍັງແກ້ໄຂບໍ່ຕົກ ພົບສ່ວນຫຼາຍເກີດຈາກ 3 ຂະແໜງການໃຫ່ຍເຊັ່ນ: ການຄ້າ, ອາດຊະຍາກໍາ ແລະ ການສໍ້ລາດບັງຫຼວງ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮັກສາການສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ໂຄງການຄົ້ນຄວ້າການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງໄດ້ສ້າງຕັ້ງຂຶ້ນໃນປີ 2017 ມີຈຸດປະສົງເພື່ອປັບປຸງການເກັບກໍາລາຍຮັບຈາກຂະແໜງການຊັບພະຍາກອນທໍາມະຊາດຂອງ ສປປ ລາວ.

ປະເທດລາວເປັນປະເທດທີ່ກໍາລັງພັດທະນາເຮັດໃຫ້ມີຄວາມຕ້ອງການທຶນຈໍານວນຫຼາຍເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆຈຶ່ງມີຄວາມສຽ່ງໃນການບິດເບືອນລາຄາຂອງບັນດາໂຄງການຕ່າງໆ, ການຊໍາລະສະສາງ ໃນຕົວເລກທີ່ສູງ ຊຶ່ງຈະກໍ່ໃຫ້ເກີດການໄຫຼຂອງເງິນທີ່ບໍ່ຖືກຕ້ອງ ແລະ ອື່ນໆ.

ທ່ານ ວັນໄຊ ໄຊຍະວົງ ຫົວໜ້າພະແນກຕິດຕາມ ແລະ ພະຍາກອນເສດຖະກິດ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກໍ່ໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງວ່າ: ຜ່ານການຄົ້ນຄວ້າກ່ຽວກັບເລື່ອງດັ່ງກ່າວພົບວ່າ ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງເກີດຈາກ 3 ຂະແໜງການໃຫ່ຍ ເຊັ່ນ: ການຄ້າ, ອາດຊະຍາກໍາ ແລະ ການສໍ້ລາດບັງຫລວງ. ການຄ້າ ແມ່ນກ່ຽວກັບການບິດເບືອນລາຄາຂອງສິນຄ້າ, ຄຸນນະພາບຂອງສິນຄ້າ, ປະລິມານຂອງສິນຄ້າ ແລະ ອັດຕາແລກ ປ່ຽນເງິນຕາ. ອາດຊະຍາກໍາ ແມ່ນກ່ຽວກັບການຄ້າ-ຂາຍຢາເສບຕິດ, ອາວຸດເຖື່ອນ ແລະ ການລັກລອບຕ່າງໆ. ການສໍ້ລາດບັງຫລວງ ແມ່ນເກີດຈາກການຮັບສິນບົນ, ໂຄງການມີມູນຄ່າສູງກວ່າຄວາມເປັນຈິງ ແລະ ອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...