spot_img
Homeຄົມຄິດຄົມຄົນຄຳສຸພາສິດການສ້າງຈິດໃຈໃຫ້ເປັນນາຍຕົນເອງ

ການສ້າງຈິດໃຈໃຫ້ເປັນນາຍຕົນເອງ

Published on

ໃນການທີ່ຈະສ້າງຊີວິດໃຫ້ປະສົບຄວາມສຳເລັດນັ້ນ ສິ່ງທີ່ສຳຄັນກໍຄື ຈິດໃຈຕ້ອງຢູ່ສູງກວ່າຮ່າງກາຍ ໝາຍຄວາມວ່າ ຈິດໃຈສາມາດສັ່ງຮ່າງກາຍໃຫ້ທຳຕາມໄດ້ ເພາະໃນການເຮັດວຽກງານນັ້ນ ຖ້າຈິດໃຈອ່ອນແອແລ້ວ ຮ່າງກາຍຜູ້ປະຕິບັດຕາມກໍຈະອ່ອນເອນຕາມໄປດ້ວຍ. ປຽບທຽບໄປແລ້ວ ມັນກໍເໝືອນກັບຄອມພິວເຕີ ທີ່ມີສະໝອງແລະພະລັງງານນັ້ນກໍຄື ມີຮາດດິດ, ແຣມ ແລະຊີພູຢູ ຍູ້ໜູນປະມວນຜົນອອກມາ ໃຫ້ໄດ້ຕາມທີ່ຕ້ອງການ.

ແນວທາງໃນການສ້າງຈິດໃຈໃຫ້ຢູ່ເໜືອນັ້ນ ມີ :

– ພະຍາຍາມຢູ່ໃນສະຖານທີ່ສະຫງົບ, ສະອາດ ແລະບໍ່ອຶກກະທຶກຄຶກໂຄມ.

– ຫລີກເວັ້ນການຜິດຖຽງ, ການຂັດແຍ້ງ ແລະການແດກດ່າເຊິ່ງກັນແລະກັນ.

– ຮັບຟັງຄວາມຄິດເຫັນຂອງຄົນອື່ນ, ບໍ່ກີດກັ້ນຄົນອື່ນ.

– ຮູ້ຈັກເມດຕາກະລຸນາ, ເວົ້າໃນສິ່ງທີ່ຖືກຕ້ອງ ແລະຮູ້ຈັກໃຫ້ອະໄພຄົນອື່ນ.

– ເລືອກເອົາທັມມະດີໆໄປນຳໃຊ້ໃນຊີວິດປະຈຳວັນ.

– ເຝິກຝົນການໃຫ້ສິ່ງດີທ້ແກ່ຄົນອື່ນ ໂດຍບໍ່ຫວັງຜົນຕອບແທນ.

– ເຮັດວຽກງານດ້ວຍຄວາມສະໜຸກສະໜານ.

– ໃຊ້ເວລາຫວ່າງໃນການນັ່ງສະມາທິນຳດ້ວຍ.

– ສະແຫວງຫາຄວາມຮູ້ຈາກແຫລ່ງຕ່າງໆ ດ້ວຍການອ່ານ, ຟັງ ແລະສົນທະນາ.

– ສ້າງນິໄສໃຫ້ເປັນຄົນມັກສົມບູນແບບ ເພາະວ່າຈະເຮັດໃຫ້ສິ່ງທີ່ກຳລັງເຮັດນັ້ນ ມີຄວາມສົມບູນແບບ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...