spot_img
Homeຂ່າວພາຍ​ໃນການສົ່ງອອກກາເຟລາວ ຈະຫຼຸດລົງ 10 ພັນໂຕນ ໃນປີ 2022

ການສົ່ງອອກກາເຟລາວ ຈະຫຼຸດລົງ 10 ພັນໂຕນ ໃນປີ 2022

Published on

ໃນວັນທີ 14 ມັງກອນ 2022 ທີ່ນະຄອນຫຼວງວຽງຈັນ, ທ່ານ ສີສະໜຸກ ສີສົມບັດ ປະທານທີ່ປຶກສາສະມາຄົມກາເຟລາວ ໃຫ້ຮູ້ວ່າ: ປະລິມານການສົ່ງອອກຂອງກາເຟລາວ ໃນປີ 2021 ທີ່ຜ່ານມາ ຈຳນວນ 30 ພັນໂຕນ ຈະຫຼຸດລົງເຫຼືອ 20 ພັນໂຕນ ໃນປີ 2022 ເນື່ອງຈາກປັດຈຸບັນຕະຫຼາດກາເຟໃນໂລກ ມີການປ່ຽນແປງຫຼາຍບວກກັບເນື້ອທີ່ປູກກາເຟທີ່ໜ້ອຍລົງ.

ເຊິ່ງປະຊາຊົນຜູ້ປູກກາເຟເອງກໍຫັນໄປປູກພືດຊະນິດອື່ນທົດແທນ ເປັນຕົ້ນແມ່ນຢາງພາລາ ແລະ ມັນຕົ້ນ ທີ່ໃຊ້ເວລາສັ້ນໃນການເກັບຜົນຜະລິດ ເຮັດໃຫ້ການຜະລິດການເຟໃນ ສປປ ລາວ ຫຼຸດລົງຢ່າງຫຼວງຫຼາຍ.

ເຊິ່ງບັນຫາດັ່ງກ່າວທີ່ເກີດຂຶ້ນ ທາງສະມາຄົມກາເຟລາວກໍບໍ່ໄດ້ນີ້ງນອນໃຈ ໂດຍໄດ້ມີການຈັດບຸນມະໂຫລານກາເຟ ຄັ້ງທີ 2 ຢູ່ ນະຄອນຫຼວງວຽງຈັນ, ເຊິ່ງເປັນເຂດຊົມໃຊ້ກາເຟ ແລະ ຄັ້ງທີ່ 3 ກໍໄດ້ຈັດຢູ່ນະຄອນປາກເຊ ແຂວງຈຳປາສັກ, ເຊິ່ງເປັນເຂດຜະລິດກາເຟຂອງປະເທດ ເພື່ອໂຄສະນາໃຫ້ສັງຄົມໄດ້ຮັບຮູ້ເຖິງຄຸນນະພາບຂອງກາເຟລາວ ແລະ ທັງເປັນການສົ່ງເສີມຜູ້ປູກກາເຟໃຫ້ຫຼາຍຂຶ້ນ ແຕ່ເນື່ອງຈາກພົບກັບສະພາບຄວາມຫຍຸ້ງຍາກໃນການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ.

ນອກນີ້ທ່ານ ສີສະໜຸກ ສີສົມບັດ ຍັງໄດ້ກ່າວຕື່ມອີກວ່າວ່າ: ການຜະລິດກາເຟໃຫ້ກາຍເປັນສິນຄ້າ ແມ່ນຕິດພັນກັບ 4 ອາຊີບຕົ້ນຕໍ ເຊັ່ນ: ອາຊີບທີ 1 ແມ່ນຊາວສວນຜູ້ປູກກາເຟ, ອາຊີບທີ 2 ແມ່ນຜູ້ຮັບຊື້ກາເຟຈາກຊາວສວນເຂົ້າໂຮງງານ ໂດຍມີການປັບຄຸນນະພາບ ເພື່ອສົ່ງອອກເປັນສິນຄ້າ ຫລື ຂາຍພາຍໃນປະເທດ, ອາ ຊີບທີ 3 ຜູ້ຜະລິດປຸງແຕ່ງກາເຟ ໂດຍຜ່ານການຂົ້ວກາເຟ ເພື່ອໃຫ້ກາຍເປັນອຸດສາຫະກໍາ ແລະ ອາຊີບທີ 4 ແມ່ນຜູ້ຂາຍກາເຟໃນຮ້ານຕ່າງໆ.

ແຫຼງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...