spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ການສຶກສາ​ອົບຮົມ ກຸ່ມ​ແກ໊ງ​ກວນ​ເມືອງ​​ໃຫ້​​ເຂັດຫລາບ​​ ຍັງ​ເປັນ​ບັນຫາ​ຍາກ!

ການສຶກສາ​ອົບຮົມ ກຸ່ມ​ແກ໊ງ​ກວນ​ເມືອງ​​ໃຫ້​​ເຂັດຫລາບ​​ ຍັງ​ເປັນ​ບັນຫາ​ຍາກ!

Published on

motorcyle

ນັບ​ແຕ່​ຕົ້ນ​ປີ 2015 ​ເປັນ​ຕົ້ນ​ມາ, ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບຢູ່​ຂັ້ນ​ຮາກ​ຖານ ລວມ​ໄປ​ເຖິງ​ໜ່ວຍ​ປ້ອງ​ກັນ​​ເຄື່ອນ​ທີ່​ຂອງ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫລວງ​ວຽງຈັນ ​ໄດ້​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວສະກັດ​ກັ້ນ ບັນດາ​ໄວ​ໜຸ່ມກຸ່ມ​ແກ້ງ​ກວນ​ເມືອງ​ທີ່​​ເຄື່ອນ​ໄຫວ​ກໍ່ກວນ​ຄວາມ​ສະຫງົບ​ສຸກ​ຂອງ​ບ້ານ, ເມືອງ​ໃນ​ນະຄອນຫລວງ​ວຽງ​ຈັນ ​ແລະ ສາມາດ​ກັກ​ໂຕ​ຜູ້​ລະ​ເມີດ​ເຫລົ່ານັ້ນ​ມາສຶກສາ​ອົບຮົມນັບ​ເປັນ​ຫລາຍ​ຄັ້ງ​ແຕ່​ບໍ່ເຄັດ​ຫລາບຄື: ​ໃນ​ຕົ້ນ​ເດືອນ​ພຶດສະພາ​ນີ້, ໜ່ວຍ​ງານ​ປ້ອງ​ກັນ​ເຄື່ອນ​ທີ່ ປກສ ນະຄອນຫລວງ​ວຽງ​ຈັນ ​ໄດ້​ທຳ​ການ​ສຶກສາ​ອົບຮົມ​ກຸ່ມ​ແກ້ງ​ກວນ​ເມືອງ ເຂົ້າ​ມາ​ສຶກສາ​ອົບຮົມ​ຈຳນວນ 10 ຄົນ, ​ໃນ​ນີ້​​ເປັນ​ຍິງ 3 ຄົນ, ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ປ່ຽນ​ແປງ, ກາຍ​ເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ, ພ້ອມ​ກັນ​ຢຸດຕິ​ການ​ກະທຳ​ທີ່​ບໍ່​ດີສ້າງ​ຄວາມ​ບໍ່​ສະຫງົບ​ໃຫ້​​ສັງຄົມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ຕໍ່​ບັນຫາ​ນີ້​ທາງ​ເຈົ້າ​ໜ້າ​ທີ່​ຂັ້ນ​ຮາກ​ຖານ ​ແລະ ອຳນາດ​ການ​ປົກຄອງ​ບ້ານ​

ເຫັນ​ວ່າ: ການ​ສຶກສາ​ອົບຮົມກຸ່ມ​ແກ້ງ​ຍັງ​ບໍ່​ທັນ​ມີ​ປະສິດທິ​ຜົນ​ເມື່ອ​ພົ້ນ​ອອກ​ຈາກ​ການ​ກັກ​ຂັງ​, ປ່ອຍ​​ເປັນ​ອິດສະຫລະ​ແລ້ວຜູ້​ກະທຳ​ຜິດຍິ່ງ​ມີ​ຄວາມ​ດື້​ດ້ານ ​ແລະ ​ເຄື່ອນ​ໄຫວ​ຮ້າຍ​ແຮງ​ກວ່າ​ເກົ່າ, ຊຶ່ງ​ບັນຫາ​ນີ້ ຂໍ​ໃຫ້​​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຈົ່ງ​ພາກັນ​ທົບ​ທວນຄືນ​ວ່າ​ເຮັດ​ແນວ​ໃດ​ກຸ່ມ​ແກ້ງ​ກວນ​ເມືອງ​ທີ່​ເປັນ​ໜ້າ​ເກົ່າ​ເຫລົ່າ​ນີ້ ​ປ່ຽນ​ນິ​ໃສ​ ​ແລະ ​ກາຍ​ເປັນ​ພົນລະ​ເມືອງ​ດີ​ຂອງ​ສັງຄົມ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທ​ະ​ນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...