spot_img
Homeຂ່າວພາຍ​ໃນການສັກຢາວັກຊິນຕ້ານໂຄວິດ-19 ສໍາລັບກຸ່ມສ່ຽງຮອບ 2 ຈະເລີ່ມກາງເດືອນນີ້

ການສັກຢາວັກຊິນຕ້ານໂຄວິດ-19 ສໍາລັບກຸ່ມສ່ຽງຮອບ 2 ຈະເລີ່ມກາງເດືອນນີ້

Published on

ກະຊວງສາທາລະນະສຸກ ກ່າວວ່າ ປັດຈຸບັນນີ້ກະຊວງສາທາລະນະສຸກກຽມສັກຢາວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ກຸ່ມສ່ຽງທີ 2 ເຊິ່ງຈະເລີ່ມສັກໃນກາງເດືອນມັງກອນນີ້ ພາຍຫຼັງ ທີ່ເລີ່ມ ແລະ ສໍາເລັດການສັກສໍາລັບກຸ່ມສ່ຽງທີ 1 ໃນທ້າຍເດືອນ ພະຈິກ ແລະ ທ້າຍເດືອນທັນວາ 2020 ທີ່ຜ່ານມາ.

ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 5 ມັງກອນ 2021 ທີ່ຜ່ານມາ ຢູ່ກະຊວງສາທາລະນະສຸກວ່າ: ປົກກະຕິແລ້ວການສັກຢາວັກຊິນຕ້ານໂຄວິດ-19 ແມ່ນ 2 ເຂັມຕໍ່ຄົນ ເຊິ່ງການສັກວັກຊິນປ້ອງກັນພະຍາດດັ່ງກ່າວ ຂອງກຸ່ມສ່ຽງຮອບທໍາອິດ ທີ່ເປັນແພດໝໍ ຢູ່ໂຮງໝໍ ແລະ ປະຈໍາຢູ່ດ່ານຕ່າງໆຈໍານວນໜຶ່ງແມ່ນໄດ້ສໍາເລັດແລ້ວ ແລະ  ເຫັນວ່າບໍ່ມີຜົນຂ້າງຄຽງຫຍັງ ຫຼື ບໍ່ມີອາການຫຍັງ.

ທ່ານ ຮສ. ດຣ. ບຸນກອງໄດ້ກ່າວຕື່ມວ່າ: ວັກຊິນຕ້ານພະຍາດໂຄວິດ-19 ທີ່ສັກປ້ອງກັນພະຍາດດັ່ງກ່າວຢູ່ລາວແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ເຖິງແມ່ນວ່າຢາດັ່ງກ່າວຈະບໍ່ໄດ້ຮັບການຢັ້ງຢືນຄຸນນະພາບ 100% ແຕ່ຫຼາຍປະເທດກໍ່ໄດ້ມີການສັກ ແລະ ຖືວ່າໃຊ້ໄດ້ແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...