spot_img
Homeຂ່າວທ້ອງຖິ່ນການລະບາດຂອງໄຂ້ຍຸງລາຍໃນລາວເພີ່ມຂຶ້ນຫຼາຍກວ່າ 1,500 ກໍລະນີແລ້ວ

ການລະບາດຂອງໄຂ້ຍຸງລາຍໃນລາວເພີ່ມຂຶ້ນຫຼາຍກວ່າ 1,500 ກໍລະນີແລ້ວ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ ເຊິ່ງໄດ້ມີກໍລະນີສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 1,564 ກໍລະນີແລ້ວ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 04 ຄົນ: ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 2 ມີຖຸນາ 2020 ວ່າ: ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 370 ກໍລະນີ: ແຂວງ ວຽງຈັນ 235 ກໍລະນີ, ອັດຕະປື 209 ກໍລະນີ, ບໍລິຄຳໄຊ 146 ກໍລະນີ, ຄຳມ່ວນ 138 ກໍລະນີ, ສະຫວັນນະເຂດ 104 ກໍລະນີ, ສາລະວັນ 90 ກໍລະນີ, ໄຊຍະບູລີ 86 ກໍລະນີ ແລະ ແຂວງອື່ນໆ  ເຊິ່ງແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍ ແມ່ນແຂວງ ຊຽງຂວາງ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມ ເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນ ພ້ອມກັນປ້ອງກັນ ບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍ່ມີໜອນນໍ້າ ກໍ່ຈະບໍ່ມີຍຸງລາຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...