spot_img
Homeຂ່າວການພັດທະນາ ການພັດທະນາໄຟຟ້າສູ່ເຂດຊົນນະບົດບັນລຸໄດ້ຫລາຍກວ່າ 80%

ການພັດທະນາໄຟຟ້າສູ່ເຂດຊົນນະບົດບັນລຸໄດ້ຫລາຍກວ່າ 80%

Published on

 

ໃນແຜນພັດທະນາເສດຖະກິດ – ສັງຄົມ ຂອງລັດຖະບານເຫັນວ່າ ການພັດທະນາຊົນນະບົດ ເປັນວຽກງານສຳຄັນໜຶ່ງ

ຂອງການພັດທະນາເສດຖະກິດ – ສັງຄົມ, ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນເຂດຊົນນະບົດ ແລະ ທັງຮັບປະກັນ

ການຂະຫຍາຍຕົວຢ່າງສົມສ່ວນ ຂອງທຸກຂົງເຂດໃນທົ່ວສັງຄົມ ໃນນັ້ນວຽກງານຮີບດ່ວນ ແມ່ນການຂະຫຍາຍໄຟຟ້າ

ອອກສູ່ເຂດຊົນນະບົດ ໃຫ້ກວມປະມານ 80% ໃນປີ 2015 ແລະ 90% ໃນປີ 2020, ເຊຶ່ງມາຮອດປັດຈຸບັນບັນລຸໄດ້ແລ້ວ

ປະມານ 82% ຖືວ່າລື່ນແຜນການ.

 

ໃນນັ້ນ, ເປັນໄຟຟ້ານອກລະບົບ ທີ່ສະຖາບັນຮັບຜິດຊອບ ກວມປະມານ 5% ຂອງຈຳນວນຄອບ ຄົວທັງໜົດ, ພ້ອມທັງ

ຮັບປະກັນການສະໜອງໄຟຟ້າໃຫ້ປະຊາຊົນຢ່າງສະໝ່ຳສະເໝີ, ສະນັ້ນ ພັກ ແລະ ລັດຈິງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ສົ່ງ

ເສີມວຽກງານໄຟຟ້າຊົນນະບົດ ໂດຍເປີດກ້ວາງໃຫ້ຫຼາຍພາກສ່ວນມີສ່ວນຮ່ວມ, ເອົາໃຈໃສ່ສຶກສາ, ກໍ່ສ້າງໄຟຟ້າຂະໜາດ

ນ້ອຍໃຫ້ປະຊາຊົນເຂດຫ່າງໄກສອກຫຼີກ ຄືໄຟຟ້ານຳຕົກຂະໜາດນ້ອຍ, ໄຟຟ້າແສງຕາເວັນ ແລະ ພະລັງງານອື່ນໆ ເພື່ອ

ຮັບໃຊ້ຊົນນະບົດເຊັ່ນ: ການຕິດຕັ້ງໄຟຟ້າແສງຕາເວັນ ຢູ່ເຂດຫ່າງໄກສອກຫຼີກ ເຊິ່ງມາເຖິງປັດຈຸບັນສາມາດສະໜອງ

ໄດ້ປະມານ 13 ພັນກວ່າຫລັງຄາ ໃນຂອບເຂດທົ່ວປະເທດ ແລະ ພວມດຳເນີນການຕິດຕັ້ງຕື່ມອີກ 15,000 ຫຼັງຄາ ແລະ

ຄາດວ່າຈະສຳເລັດໃນປີນີ້, ການສົ່ງເສີມການນ້ຳໃຊ້ໄຟຟ້ານ້ຳຕົກຂະໜາດນ້ອຍຂັ້ນບ້ານ ເຊຶ່ງໄດ້ສຶກສາຄວາມເປັນໄປໄດ້

ຢູ່ແຂວງງຕ່າງໆ ແລະ ສ້າງກົນໄກເພື່ອສົ່ງເສີມພາກເອກະຊົນ ໃນການພັດທະນາໄຟຟ້ານ້ຳຕົກຂະໜາດນ້ອຍ ໂດຍກຳ

ນົດເອົາຈຸດທີ່ຕັ້ງຂອງບ້ານປາວໃຕ້ ແລະ ປາວເໜືອ ເມືອງຊຳໃຕ້ ແຂວງຫົວພັນ ເປັນຕົວແບບໃນການຈັດຕັ້ງປະຕິບັດ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/80.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...