spot_img
Homeຂ່າວພາຍ​ໃນການຜະລິດລະດູຝົນປີນີ້ຊ້າກວ່າຊຸມປີຜ່ານມາຍ້ອນສະພາບອາກາດປ່ຽນແປງ

ການຜະລິດລະດູຝົນປີນີ້ຊ້າກວ່າຊຸມປີຜ່ານມາຍ້ອນສະພາບອາກາດປ່ຽນແປງ

Published on

ການປູກເຂົ້ານາປີໃນປີ 2014ນີ້, ສະພາບດິນຟ້າອາກາດ ບໍ່ຄ່ອຍອຳນວຍ ໃຫ້ປານໃດຝົນມາລ່າຊ້າກວ່າທຸກປີ, ສົ່ງຜົນໃຫ້ ການປູກເຂົ້ານາປີຂອງຊາວນາ ພົບຄວາມຫຍຸ້ງຍາກ ແລະ ຜະ ເຊີນກັບສິ່ງທ້າທາຍຕ່າງໆບາງ ເຂດທີ່ຕົກກ້າ ແລ້ວແຕ່ປະສົບ ກັບໄພແລ້ງເຮັດໃຫ້ຕົ້ນກ້າຕາຍຈຳ ເປັນຕ້ອງໄດ້ຕົກກ້າຄືນໃໝ່, ສ່ວນບາງເຂດກໍກະກຽມດິນຫຼ້າຊ້າ ຍ້ອນຂາດນ້ຳ, ເຊິ່ງຕໍ່ບັນ ຫາດັ່ງກ່າວທາງຂະ ແໜງກະສິ ກຳຈະຕ້ອງໄດ້ສຸມໃສ່ຊ່ວຍເຫລືອຊາວນາໃນການຕ້ານແລ້ງດ້ວຍວິທີ ການຕ່າງໆໃຫ້ດີ.

ສ່ວນບາງທ້ອງຖິ່ນທີ່ນຳໃຊ້ ລະບົບຊົນລະປະທານກໍໄດ້ທຳ ການປັກດຳນາປີຂອງຕົນສຳ ເລັດໄປສ່ວນໜຶ່ງເປັນຕົ້ນຢູ່ທາງ ເມືອງທ່າພະບາດແຂວງບໍລິຄຳ ໄຊ, ເມືອງປາກງື່ມ, ເມືອງຫາດ ຊາຍຟອງ ນະຄອນຫລວງວຽງ ຈັນ, ເມືອງທຸລະຄົມ, ເມືອງ ແກ້ວອຸດົມ, ເມືອງໂພນໂຮງ ແຂວງ ວຽງຈັນ ແລະ ບາງແຂວງພາກ ເໜືອກໍໄດ້ປັກດຳນາປີຂອງຕົນ ຕາມເງື່ອນໄຂຕົວຈິງ. ສຳລັບປີ 2014 ກະຊວງກະສິກຳ ແລະ ປ່າ ໄມ້ວາງເປົ້າການຜະລິດນາປີໃຫ້ບັນລຸໄດ້ 750.000 ເຮັກຕາຄາດ ວ່າຜົນຜະ ລິດໃຫ້ໄດ້ 3,1 ລ້ານ ໂຕນ, ໂດຍສຸມໃສ່ 7 ທົ່ງພຽງ ໃຫຍ່ ແລະ ຈະສຶບຕໍ່ຂະຫຍາຍ ເນື້ອທີ່ນາເພີ່ມເປັນ 1 ລ້ານກວ່າ ເຮັກຕາ ໃນປີ 2015.

 

ຂອບໃຈຂ່າວຈາກ ລາວພັດທະນາ http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...