spot_img
Homeຂ່າວຕ່າງປະເທດການປະກວດ ໝາກອຶໃຫຍ່ 454 ກິໂລຂຶ້ນໄປ ທີ່ລັດຄາລິຟໍເນຍ

ການປະກວດ ໝາກອຶໃຫຍ່ 454 ກິໂລຂຶ້ນໄປ ທີ່ລັດຄາລິຟໍເນຍ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານ ວັນທີ 3 ຕຸລາຜ່ານມານີ້ວ່າ ປະຊາຊົນຫຼາຍຮ້ອຍຄົນ ອອກມາຮ່ວມງານເທດສະການໝາກອຶ ປະຈຳປີ ທີ່ຈັດຂຶ້ນ ວັນທີ 2 ຕຸລາ ທີ່ລັດຄາລິຟໍເນຍ ຊາວບ້ານຈະເອົາໝາກໄມ້ຕາມລະດູການມາຮ່ວມສະເຫຼີມສະຫຼອງ ແລະຈັດການໂຊ, ລວມຮອດມີການຈັດປະກວດຕ່າງໆ ແຕ່ໄຮໄລຂອງງານນີ້ຄື ການປະກວດໝາກອຶໃຫຍ່, ເຊິ່ງໝາກອຶ ທີ່ຖືກເອົາມາເຂົ້າຮ່ວມກິດຈະກຳຄັ້ງນີ້ ລ້ວນແຕ່ມີນໍ້າໜັກຫຼາຍກວ່າ 1.000 ປອນ ຫຼືປະມານ 454 ກິໂລຂຶ້ນໄປ

ສຳລັບຜູ້ທີ່ຊະນະການປະກວດໃນຄັ້ງນີ້ໄດ້ແກ່ ທ້າວ ຣັສ ກຣູດ ເຊິ່ງເປັນເຈ້າຂອງໝາກອຶໃຫຍ່ ນໍ້າໜັກ 1944,5 ປອນ ຫຼືປະມານ 882 ກິໂລ, ຜູ້ທີ່ຊະນະ ໄດ້ຮັບເງິນລາງວັນຄິດໄລ່ຕາມນໍ້າໜັກໝາກອຶ 1 ປອນ ໄດ້ເງິນ 7 ດອນລາ. ດັ່ງນັ້ນ ທ້າວ ກຣູດ ຈຶ່ງໄດ້ເງິນລາງວັນກັບບ້ານໄປປະມານ 13.611 ດອນລາສະຫະລັດ ຫຼືປະມານ 108.888.000 ກີບ

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...