spot_img
Homeຂ່າວທ້ອງຖິ່ນການບິນລາວເພີ່ມ 2 ຖ້ຽວຕໍ່ມື້ ພ້ອມຫຼຸດລາຄາເພື່ອຊຽງຂວາງເກມ

ການບິນລາວເພີ່ມ 2 ຖ້ຽວຕໍ່ມື້ ພ້ອມຫຼຸດລາຄາເພື່ອຊຽງຂວາງເກມ

Published on

ງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ເຊິ່ງມີກຳນົດຈັດຂຶ້ນໃນເດືອນມີນາ 2020 ນີ້ ຖືເປັນງານທີ່ຍິ່ງໃຫຍ່ລະດັບຊາດ ເພາະນັ້ນບໍ່ສະເພາະແຕ່ມີການແຂ່ງຂັນກິລາເທົ່ານັ້ນ ແຕ່ຍັງມີທັງງານສະເຫຼີມສະຫຼອງທົ່ງໄຫຫີນເຂົ້າເປັນມໍລະດົກໂລກ ແລະ ວັນສ້າງຕັ້ງພັກອີກດ້ວຍ. ສະນັ້ນ, ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນ ການບິນລາວໃນນາມສາຍການບິນແຫ່ງຊາດຈິ່ງໄດ້ຈັດໂປຣໂມຊັ່ນຫຼຸດລາຄາໂດຍສານພິເສດ.

ຕາມຂໍ້ມູນຈາກລັດວິສາຫະກິດການບິນລາວໃຫ້ຮູ້ວ່າ: ການເຫີນຟ້າໄປຕິດຂອບສະໜາມມະຫະກຳກິລາແຫ່ງຊາດ ຊຽງຂວາງເກມ 2020 ການບິນລາວຈັດລາຄາເລີ່ມຕົ້ນພຽງ 390.000 ກີບ/ຖ້ຽວ, ພິເສດໄປກວ່ານັ້ນແມ່ນຈະເພີ່ມຖ້ຽວບິນເປັນ 2 ຖ້ຽວ/ມື້.

ສ່ວນຖ້ຽວປົກກະຕິຈາກວຽງຈັນ – ຊຽງຂວາງ ຈະບິນເວລາ 14:40 ໂມງ ຮອດ 15:10ໂມງ, ຊຽງຂວາງ – ວຽງຈັນ ເວລາບິນ 15:40 ໂມງ ເວລາຮອດ 16:10 ໂມງ.

ສະເພາະຖ້ຽວເພີ່ມ ສຳລັບງານພິເສດຂອງແຂວງຊຽງຂວາງນັ້ນຈະເລີ່ມບິນໃນວັນທີ 16 ມີນາ ຫາ 5 ເມສາ 2020 ວຽງຈັນ-ຊຽງຂວາງ ເວລາບິນ 08:30 ໂມງ ເວລາຮອດ 09:00 ໂມງ, ຊຽງຂວາງ – ວຽງຈັນ ເວລາບິນ 09:30 ໂມງ ເວລາຮອດ 10:00 ໂມງ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...