spot_img
Homeການບິນລາວການບິນລາວພ້ອມກັບມາໃຫ້ບໍລິການ ຖ້ຽວບິນພາຍໃນປະເທດ

ການບິນລາວພ້ອມກັບມາໃຫ້ບໍລິການ ຖ້ຽວບິນພາຍໃນປະເທດ

Published on

ອີງຕາມການແຈ້ງການ ຈາກແຟນເພສ Lao Airlines ການບິນລາວ ໃຫ້ຮູ້ວ່າ: ເລີ່ມວັນທີ 25 ມິຖຸນາ 2021 ນີ້, ລັດວິສາຫະກິດການບິນລາວ ພ້ອມກັບມາໃຫ້ບໍລິການຖ້ຽວບິນພາຍໃນປະເທດ ໂດຍພາຍໃຕ້ມາດຕະການຄວາມປອດໄພ ຕາມທີ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໄດ້ວາງອອກຢ່າງເຂັ້ມງວດ.

ສຳລັບແຂວງ ຫຼວງພະບາງ, ຈຳປາສັກ(ປາກເຊ), ອຸດົມໄຊ, ຫຼວງນໍ້າທາ ແລະ ຊຽງຂວາງ ແມ່ນ ເລີ່ມບິນ ວັນທີ 25 ມິຖຸນາ 2021 ເປັນຕົ້ນໄປ. ສ່ວນ ສະຫວັນນະເຂດ ແມ່ນເລີ່ມບິນ ວັນທີ 02 ກໍລະກົດ ເປັນຕົ້ນໄປ.

ດັ່ງນັ້ນ, ຂໍແຈ້ງມາຍັງບັນດາທ່ານທີ່ມີຄວາມຕ້ອງການຈະເດີນທາງໃຫ້ຊາບ ແລະ ຂໍໃຫ້ທຸກທ່ານປະຕິບັດຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...