spot_img
Homeຂ່າວທ້ອງຖິ່ນການບິນລາວສືບຕໍ່ວຽກງານຄວາມປອດໄພສາກົນ

ການບິນລາວສືບຕໍ່ວຽກງານຄວາມປອດໄພສາກົນ

Published on

ທີ່ຫ້ອງການສຳນັກງານໃຫຍ່ ລັດວິສາຫະກິດ ການບິນລາວ, ໃນວັນທີ 22 ກຸມພາ 2019 ໄດ້ມີການເຊັນສັນຍາ ລະຫວ່າງ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ແລະ ທ່ານ ກັບຕັນ ລິດເຊີວານ ລາຊິສ (Captain Ritzerwan Rashid) ຜູ້ບໍລິຫານຂອງບໍລິສັດ ເອເວຍເນົາຕິກ (AVIA NAUTICS) ມາເປັນບໍລິສັດທີ່ປຶກສາ ໃນການສືບຕໍ່ໂຄງການ E-IOSA (Enhanced – IATA Operational Safety Audit Program) ມາດຕະຖານຄວາມປອດໄພການບິນສາກົນ ຊຶ່ງວຽກງານດັ່ງກ່າວການບິນລາວໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ສູງ ເພື່ອຄວາມປອດໄພທາງການບິນ ໂດຍສະເພາະແມ່ນຜູ້ໂດຍສານທຸກໆທ່ານ ແລະ ທຸກຖ້ຽວບິນ ຂອງພວກເຮົາຕ້ອງມີຄວາມປອດໄພສູງສຸດ ຊຶ່ງການບິນລາວໄດ້ຖືກຮັບຮອງ ມາດຕະຖານ ຄວາມປອດໄພສາກົນ ຕັ້ງແຕ່ ວັນທີ່ 02 ຕຸລາ 2015 ເປັນຕົ້ນມາ.

Lao Airlines IATA Meeting

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...