spot_img
Homeຂ່າວທ້ອງຖິ່ນການນຳ-ມວນຊົນ ແຂວງສະຫວັນນະເຂດ ໃສ່ບາດອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ

ການນຳ-ມວນຊົນ ແຂວງສະຫວັນນະເຂດ ໃສ່ບາດອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2020, ບັນດາການນຳ ພັກ-ລັດ ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມຄະນະ ແລະ ມວນຊົນ ອອກຕົນຍາດໂຍມ ຊາວແຂວງສະຫວັນນະເຂດ ຈຳນວນຫຼວງຫຼາຍ ໄດ້ຮ່ວມໃສ່ບາດ ຖວາຍສັງຄະທານ ພຣະ-ສົງ 39 ອົງ ເພື່ອອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ຜູ້ຊົງຄຸນຄວາມດີ ປະເທດຊາດ ພຸດທະສາສະຫນາ ແລະ ວັດທະນະທຳລາວ.

ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຮູ້ສືກດີໃຈ ພູມໃຈ ທີ່ເຫັນວ່າ ປະຊາ ຊົນຊາວພຸດ ແຂວງສະຫວັນນະເຂດ ກໍຄືຊາວນະຄອນໄກ ສອນ ພົມວິຫານ ທີ່ໄດ້ມາເຕົ້າໂຮມກັນໃສ່ບາດຍາດນ້ຳ ທຳບຸນກຸສົນ ຢ່າງຫລວງຫລາຍ ເພື່ອອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ເປັນການສະແດງຄວາມຮູ້ບຸນຄຸນຂອງບັນພະບຸລຸດລາວເຮົາ.

ພາຍຫລັງ ສຳເລັດພິທີໃສ່ບາດແລ້ວ ຂະບວນແຫ່ຮູບຫລໍ່ທອງເຫລືອງ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ໄດ້ສືບຕໍ່ເດີນທາງ ໄປຍັງນະຄອນປາກເຊ ແຂວງຈຳປາສັກ ເຊິ່ງໃນລະຫວ່າງທາງ ຈະຖືກຕ້ອນຮັບ ກາບໄຫວ້ ແລະ ທຳບຸນທຳທານ ຈາກມວນຊົນ ແລະ ອຳນາດການປົກຄອງ ເມືອງລະຄອນເພັງ ແຂວງສາລະວັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...