spot_img
Homeຂ່າວພາຍ​ໃນການຕິດຕັ້ງລະບົບການເກັບອາກອນມູນຄ່າເພີ່ມ 10% ຢູ່ຂົວມິດຕະພາບ1 ໃກ້ສຳເລັດ

ການຕິດຕັ້ງລະບົບການເກັບອາກອນມູນຄ່າເພີ່ມ 10% ຢູ່ຂົວມິດຕະພາບ1 ໃກ້ສຳເລັດ

Published on

ອີງຕາມການລາຍງານຂ່າວຂອງໜັງສືພິມເສດຖະກິດ-ການຄ້າ ວັນທີ 27 ຕຸລາຜ່ານມາ ທ່ານ ບຸນໂຈ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຄວາມຄືບໜ້າ ໂຄງການຕິດຕັ້ງ ລະບົບເກັບອາກອນມູນຄ່າເພີ່ມ 10% ຢູ່ດ່ານພາສີສາກົນ ຂົວມິດຕະພາບລາວ-ໄທ 1

ທ່ານສຸດໃຈ ອິທະວົງ ຮອງຫົວໜ້າດ່ານພາສີສາກົນ  ຂົວມິດຕະພາບ ລາວ-ໄທ 1 ໄດ້ລາຍງານວ່າ: ເພື່ອປະຕິບັດຕາມ ຂໍ້ກຳນົດ ສະບັບເລກທີ 2834/ກງ ລົງວັນທີ 30 ສິງຫາ 2016 ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ 10% ຂອງມູນຄ່າເຄື່ອງທີ່ເກີນ 50 ໂດລາ ຫຼືປະມານ 4 ແສນກີບ; ທາງຄະນະດ່ານພາສີສາກົນ ຂົວມິດຕະພາບ ລາວ-ໄທ1 ພວກເຮົາກໍໄດ້ມີການກະກຽມສະຖານທີ່ຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດ, ກະກຽມດ້ານບຸກຄະລາກອນ, ໂດຍໄດ້ມີການຝຶກອົບຮົມ ໃຫ້ບັນດາອ້າຍນ້ອງພະນັກງານ, ໄດ້ມີການໂຄສະນາ ເຜີຍແຜ່ກ່ຽວກັບຂໍ້ມູນ ແລະວິທີການຕ່າງໆ ໃນການຈັດຕັ້ງປະຕິບັດ, ໄດ້ມີການແຈກຢາຍແຜ່ນພັບ, ຕິດປ້າຍໂຄສະນາ ແລະອື່ນໆ

%e0%ba%ad%e0%ba%b2%e0%ba%81%e0%ba%ad%e0%ba%99

ທ່ານ ນາງ ເພັດມາລາ ວົງຈັນ ຮອງສູນເອເລັກໂຕນິກ ແລະຜະລິດຕະພັນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກ່າວວ່າ: ການຕິດຕັ້ງລະບົບການເກັບອາກອນມູນຄ່າເພີ່ມ 10% ປັດຈຸບັນມີຄວາມຄືບໜ້າປະມານ 90% ຄາດວ່າ ຈະສາມາດເລີ່ມທົດລອງເກັບໃນທ້າຍເດືອນນີ້ ແລະຄາດວ່າຈະເລີ່ມປະຕິບັດຕົວຈິງ ໃນຕົ້ນເດືອນພະຈິກທີ່ຈະມາເຖິງ. ທ່ານໄດ້ກ່າວຕື່ມວ່າ ໃນການຊຳລະອາກອນເພີ່ມນີ້ມີ 3 ຂັ້ນຕອນຄື: ແຈ້ງ, ກວດກາ ແລະກໍ່ຈ່າຍ, ເຊິ່ງໃນການຈ່າຍນັ້ນ ຜູ້ທີ່ນຳສິນຄ້າມາເກີນ 50 ໂດລາ ຫຼື 4 ແສນກີບນັ້ນ ສາມາດຊຳລະໄດ້ 3 ວິທີຄື:  ຜ່ານລະບົບມືຖື, ຜ່ານລະບົບ BCEL One ແລະຜ່ານຟອມໃບແຈ້ງ

ໃນໂອກາດນີ້ ທ່ານບັນໂຈມ ອຸບັນປະເສີດ ກໍໄດ້ເນັ້ນໃຫ້ພາກສ່ວນຮັບຜິດຊອບ ໂດຍສະເພາະແມ່ນທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ເອົາໃຈໃສ່ໃນການກຽມຄວາມພ້ອມດ້ານລະບົບ ເພື່ອຮອງຮັບ ການຄັດຂ້ອງດ້ານເຕັກນິກຕ່າງໆ ທີ່ອາດເກີດຂຶ້ນ, ດ້ານບຸກຄະລາກອນ ໂດຍສົມທົບກັບ ເຈົ້າໜ້າທີ່ພາສີຢູ່ດ່ານ ເພື່ອເຮັດແນວໃດ ຈະເຮັດໃຫ້ການຈັດຕັ້ງ ເກັບອາກອນຕົວຈິງມີ ປະສິດທິຜົນ, ພ້ອມທັງອຳນວຍໃຫ້ແກ່ປະຊາຊົນ. ນອກຈາກນີ້ ກໍຍັງໄດ້ເບິ່ງຄືນ ເພື່ອບໍ່ໃຫ້ເກີດບັນຫາ ການສັນຈອນແອອັດ ແລະເອົາໃຈໃສ່ ໃນການໂຄສະນາເຜີຍແຜ່ ວິທີການໃນການຊຳລະ ເພື່ອໃຫ້ປະຊາຊົນເຂົ້າໃຈ ແລະທັງອຳນວຍຄວາມສະດວກໃຫ້ປະຊາຊົນຕື່ມອີກ

ຂ່າວ: ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...