ການຊັດດາວເຮັດໃຫ້ສະຫະລັດໄດ້ຮັບຄວາມເສຍຫາຍຫຼາຍກວ່າ 2 ເທົ່າທີ່ ທຣໍ້າ ຂໍໄປສ້າງກຳແພງ

ສຳນັກງົບປະມານລັດສະພາຂອງສະຫະລັດອາເມລິກາ ທີ່ເປີດເຜີຍເມື່ອວັນທີ 28 ມັງກອນ 2019 ວ່າ ການຢຸດປະຕິບັດງານຂອງລັດຖະບານສະຫະລັດ ຫຼື ຊັດດາວທີ່ແກ່ຍາວເຖິງ 5 ອາທິດ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດສະຫະລັດ ເຖິງ 11.000 ລ້ານໂດລາ ຫຼື ປະມານ 2 ເທົ່າຂອງເງິນທີ່ປະທານາທິບໍດີ ທຣໍ້າ ຕ້ອງການເພື່ອນຳໄປໃຊ້ສຳລັບການກໍ່ສ້າງກຳແພງກັ້ນລະຫວ່າງສະຫະລັດ ກັບ ເມັກຊີກ.

ຢ່າງໃດກໍ່ຕາມ, ຫາກລັດຖະບານກັບມາເຮັດວຽກເປັນປົກກະຕິ ແລະ ລັດຖະກອນໄດ້ຮັບເງິນເດືອນຍ້ອນຫຼັງ ຄວາມສູນເສຍທາງເສດຖະກິດຈະເຫຼືອປະມານ 3.000 ລ້ານໂດລາ ຫຼື ປະມານ 0.2 ຂອງຈີດີພີ. ຈາກການປະເມີນພົບວ່າ ຄວາມເສຍຫາຍຈາກຄວາມຂັດແຍ້ງທາງການເມືອງຈະມີຜົນກະທົບຮຸນແຮງຕໍ່ພາກທຸລະກິດໂດຍລວມ ທັງເຈົ້າຂອງທຸລະກິດ ແລະ ຄົນງານ ຂະນະທີ່ເອກະຊົນບາງສ່ວນຈະບໍ່ໄດ້ເງິນທີ່ເສຍໄປກັບຄືນມາ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: matichon