spot_img
Homeຂ່າວຕ່າງປະເທດໄທປະສົບບັນຫາຝຸ່ນລະອອງໜັກ ປິດໂຮງຮຽນໄປແລ້ວ 437 ແຫ່ງ ແລະ ປະລິມານຂອງຝຸ່ນຍັງບໍ່ຫຼຸດລົງ

ໄທປະສົບບັນຫາຝຸ່ນລະອອງໜັກ ປິດໂຮງຮຽນໄປແລ້ວ 437 ແຫ່ງ ແລະ ປະລິມານຂອງຝຸ່ນຍັງບໍ່ຫຼຸດລົງ

Published on

ເກືອບ 1 ເດືອນເຕັມ ໄທປະສົບບັນຫາຝຸ່ນລະອອງໜັກ PM 2.5 ຈົນກ້າວເຂົ້າເຖິງຂັ້ນມີມົນລະພິດທີ່ຮ້າຍແຮງທົ່ວບາງກອກ (ກຸງເທບມະຫານະຄອນ, ປະເທດໄທ) ແລະ 5 ແຂວງອ້ອມຂ້າງ ຫຼາຍໜ່ວຍງານທີ່ກ່ຽວຂ້ອງພວມເລັ່ງມືຫາທາງແກ້ໄຂບັນຫາ ແລະ ອອກມາດຕະການແກ້ໄຂສະເພາະກິດ ດ້ວຍການແນະນໍາໃຫ້ປະຊາຊົນໃຊ້ຜ້າອັດປາກທີ່ຢັບຢັ້ງຝຸ່ນດັ່ງກ່າວ. ປັດຈຸບັນ, ລັດຖະບານໄດ້ສັ່ງປິດໂຮງຮຽນຊົ່ວຄາວ ທົ່ວບາງກອກ ແລະ ແຂວງທີ່ໄດ້ຮັບຜົນກະທົບໄປແລ້ວ 437 ແຫ່ງ.

ເວັບໄຊເດລີນິວ ຂອງໄທ ໄດ້ເຜີຍຂ່າວໃນເວລາ 16: 08 ໂມງ ຂອງວັນທີ 31 ມັງກອນ 2019 ຈາກກະຊວງຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມ ລາຍງານສະຖານະການຝຸ່ນລະອອງຂະໜາດ PM 2.5 ໃນເຂດດັ່ງກ່າວ, ມີຄ່າປະລິມານຢູ່ທີ 61-93 ໄມໂຄຣກຣາມ/ແມັດກ້ອນ ຄວບຄຸມສະພາບອາກາດຢູ່ໃນລະດັບເລີ່ມມີຜົນກະທົບຕໍ່ສຸຂະພາບ. ລ່າສຸດປະລິມານຝຸ່ນດັ່ງກ່າວ, ເພີ່ມຂຶ້ນສູງເຖິງ 214ມຄກ/ລບ.ມ ເທົ່າທຽມກັບພື້ນສີແດງ ໂດຍອ້າງແຫຼ່ງຂ່າວມາຈາກຜູ້ໃຊ້ເຟດບຸກຊື່ SquidMan.ExE ໄດ້ທົດລອງວັດມວນອາກາດຢູ່ເທິງລົດຂົນສົ່ງສາຍໃຕ້ຄັນໜຶ່ງ ພ້ອມທັງເຜີຍແຜ່ຮູບພາບ ແລະ ວິດີໂອໃນຂະນະທີ່ໃຊ້ເຄື່ອງວັດຄ່າຝຸ່ນລະອອງ PM 2.5 ພົບວ່າຢູ່ໃນລົດໂດຍສານຄັນດັ່ງກ່າວ ມີຄ່າຝຸ່ນລະອອງມີຄ່າສູງຂຶ້ນເຖິງ 214ໄມໂຄຣກຣາມ/ແມັດກ້ອນ ເທົ່າທຽມກັບພື້ນສີແດງ.

https://www.facebook.com/SquidManExE/videos/291696378160304/

ຕາມຂ່າວຂອງ ເວັບໄຊມະຕິຊົນ ຂອງໄທ ຕອນບ່າຍວັນທີ 31 ມັງກອນ 2019 ລາຍງານວ່າ ທີ່ທໍານຽບລັດຖະບານ ນາຍົກລັດຖະມົນຕີໄທ ແລະ ຄະນະຮັກສາຄວາມສະຫງົບແຫ່ງຊາດໄທ ກ່າວກ່ຽວກັບບັນຫາວິກິດຝຸ່ນລະອອງດັ່ງກ່າວ ວ່າ: “ຕ້ອງເລັ່ງດໍາເນີນການເພາະເປັນເລື່ອງການເຜົາຂີ້ເຫຍື້ອ ສ່ວນທີ່ໜັກທີ່ສຸດຄືຍານພາຫະນະເກືອບທັງໝົດ ແລະ ໄດ້ແກ້ໄຂບັນຫາກວດລົດມື້ລະ 8-9 ພັນຄັນ ໂດຍຕິດສະຕິກເກີໄວ້ວ່າຄັນໃດຫ້າມແລ່ນ ແລະ ໄດ້ຕັ້ງດ່ານກວດລົດເຂົ້າໃນເມືອງ 6 ຈຸດອ້ອມຮອບບາງກອກ ເພື່ອກວດສອບລົດທີ່ມີຄັວນພິດ”.

ດ້ານ ລັດຖະມົນຕີກະຊວງສຶກສາທິການ ໄດ້ສັ່ງປີດໂຮງຮຽນໃນຂົງເຂດທີ່ໄດ້ຮັບຜົນກະທົບຈາກຝຸ່ນລະອອງ PM 25 ຊົ່ວຄາວເປັນເວລາ 2 ວັນຄືແຕ່ວັນທີ 31 ມັງກອນ-1 ກຸມພາ 2019, ຖ້າເຂດໃດໄດ້ຮັບປະລິມານຝຸ່ນລະອອງໜ້ອຍລົງ ໃນວັນທີ 4 ກຸມພາ ກໍອາດຈະເປີດການຮຽນປົກກະຕິ ແຕ່ຖ້າພື້ນທີ່ໃດຍັງມີຄວາມສ່ຽງສູງອາດຈະປິດໂຮງຮຽນຕໍ່ໄປ. ການປິດໂຮງຮຽນບໍ່ແມ່ນການແກ້ໄຂບັນຫາ ແຕ່ເປັນການປົກປ້ອງສຸຂະພາບຂອງເດັກນ້ອຍເນື່ອງຈາກເດັກນ້ອຍມີຄວາມສ່ຽງສູງທີ່ຈະຮັບເອົາມົນລະພິດເຂົ້າສູ່ຮ່າງກາຍໄດ້ໄວກວ່າຜູ້ໃຫຍ່ ແລະ ຕໍ່ກັບການຕັດສິນໃຈດັ່ງກ່າວແມ່ນໄດ້ຮັບການເຫັນດີຈາກຜູ້ປົກຄອງເປັນຢ່າງດີ.

ຈາກການກວດ ແນ່ນອນວ່າເກີດມາຈາກການຊົມໃຊ້ລົດຍານພາຫະນະ ແລະ ສ່ວນໜຶ່ງກໍເກີດມາຈາກໂຮງງານຜະລິດໄຟຟ້າ, ອາຍຄວັນຈາກລົດລາງພາຫະນະທີ່ແລ່ນຕາມຕົວເມືອງ, ການຈູດປ່າຊະຊະຊາຍ ແລະ ການຈູດຂີ້ເຫຍື້ອທີ່ເປັນຜິດ ແລະ ອື່ນໆ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມນຈາກ: matichon.co.th, dailynews.co.th, thairath.co.th

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...