spot_img
Homeຂ່າວເຫດການການຂົນສົ່ງທາງລົດໄຟ ມີຄວາມປອດໄພສູງ ແລະມີຜົນກະທົບຕໍ່ສິ່ງແວດລ້ອມຕ່ຳ

ການຂົນສົ່ງທາງລົດໄຟ ມີຄວາມປອດໄພສູງ ແລະມີຜົນກະທົບຕໍ່ສິ່ງແວດລ້ອມຕ່ຳ

Published on

ແນວຄວາມຄິດ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ຊີ້ໃຫ້ເຫັນເຖິງການພັດທະນາການຂົນສົ່ງທາງລົດໄຟ ທີ່ທັນສະໄໝນັ້ນ, ນອກຈາກຈະເຮັດໃຫ້ມີຄວາມປອດໄພສູງ ຍັງເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມຕ່ຳ ເມື່ອທຽບໃສ່ການຂົນສົ່ງທາງລົດແມ່ນຕ່ຳກວ່າ 10 ເທົ່າຕົວ, ພ້ອມຫລຸດ ຜ່ອນຄວາມແອອັດໃນການສັນຈອນທາງຖະໜົນ, ຄ່າຂົນສົ່ງມີລາຄາຖືກກວ່າ ແລະ ສາມາດບັນຈຸສິນຄ້າໃນບໍລິມາດທີ່ຫລາຍກວ່າ.
ໃນຂະນະດຽວກັນ ການຂົນສົ່ງທາງລົດ ທີ່ຖືກນຳໃຊ້ກັນຢ່າງກວ້າງຂວາງນັ້ນ ໄດ້ເຮັດໃຫ້ມີປະລິ ມານການສັນຈອນເພີ່ມຫລາຍຂຶ້ນ ເຮັດໃຫ້ເກີດມີການຈະລາຈອນແອອັດໃນທ້ອງຖະໜົນ, ໃຊ້ເວລາຂົນສົ່ງຍາວຂຶ້ນ, ອຸປະຕິເຫດການຂົນສົ່ງເພີ່ມຂຶ້ນ ເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນຫລາຍຂຶ້ນ, ສິ່ງທີ່ເປັນອັນຕະລາຍທີ່ສຸດ ແມ່ນການປ່ອຍມົນລະພິດຈຳນວນຫລາຍຕໍ່ສິ່ງແວດລ້ອມ. ຍ້ອນເຫດຜົນດັ່ງກ່າວ ຫລາຍປະເທດໃນໂລກ ຈຶ່ງມີການພັດທະນາ ແລະ ລົງທຶນພັດທະນາເສັ້ນທາງລົດໄຟ ເຊັ່ນ: ສປ ຈີນ, ອັງກິດ, ເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ ແລະ ປະເທດອື່ນໆ.
ຄະນະກຳມະການຄົ້ນຄວ້າທາງລົດໄຟສາກົນ ໄດ້ຕີລາຄາວ່າ: ການຂົນສົ່ງທາງລົດໄຟ ປຽບເໝືອນເປັນກະດູກສັນຫລັງ ທີ່ສາມາດຮັບປະກັນໃຫ້ເສດຖະກິດມີການເຕີບໂຕທີ່ໝັ້ນທ່ຽງ ແລະບັນລຸຄວາມຍືນຍົງໃນສະຕະວັດທີ 21. ການຂົນສົ່ງທາງລົດໄຟ ຍັງມີຄວາມສາມາດຮອງຮັບການເພີ່ມຂຶ້ນຂອງຄວາມຕ້ອງ ການຂອງການຂົນສົ່ງຂອງຜູ້ໂດຍສານ ແລະສິນຄ້າ, ນັບທັງການເພີ່ມຂຶ້ນຂອງປະຊາກອນ ແລະປະກອບສ່ວນເຂົ້າໃນການແກ້ໄຂການປ່ຽນແປງຂອງດິນຟ້າອາກາດ. ຄຽງຄູ່ກັນນັ້ນ, ການຂົນສົ່ງທາງລົດໄຟ ກໍໄດ້ຮັບການພັດທະນາໃຫ້ມີຄວາມທັນສະໄໝເພີ່ມຂຶ້ນເລື້ອຍໆ ເປັນຕົ້ນ ດ້ານຄວາມປອດໄພ, ຄວາມກົງງຕໍ່ເວລາ, ຄວາມສາມາດໃນການບັນທຸກ, ການເຊື່ອມຈອດກັບການຂົນສົ່ງປະເພດອື່ນໆ, ການເຂົ້າເຖິງການບໍລິການທີ່ເປັນຕ່ອງໂສ້ ແລະຄວາມຍືນຍົງ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...