spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ກັບດັກອັນຕະລາຍຢູ່ກາງທາງເຂດບ້ານດົງປ່າແຫຼບ ເກີດເຫດແລ້ວນັບບໍ່ຖ້ວນແຕ່ຖືກເມີນເສີຍ (ມີຄລິບ)

ກັບດັກອັນຕະລາຍຢູ່ກາງທາງເຂດບ້ານດົງປ່າແຫຼບ ເກີດເຫດແລ້ວນັບບໍ່ຖ້ວນແຕ່ຖືກເມີນເສີຍ (ມີຄລິບ)

Published on

ວັນທີ 28 ຕຸລາ 2016 ມື້ນີ້ ນັກຂ່າວລາວໂພສຕ໌ປະຈຳເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ລາຍງານວ່າ ຢູ່ເສັ້ນທາງບໍລິເວນໃກ້ໄຟແດງດົງປ່າແຫຼບ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຝາອັດປາກທໍ່ກາງທາງແຕກເປັນຮູມາໄດ້ເກືອບ 3 ອາທິດແລ້ວ ເຮັດໃຫ້ເກີດອຸບັດເຫດບາດເຈັບ ແລະມີພາຫະນະເປ່ເພມາຫຼາຍແລ້ວ ແຕ່ຍັງບໍ່ມີວີ່ແວວວ່າຈະມີພາກສ່ວນໃດສົນໃຈທີ່ຈະລົງໄປແກ້ໄຂຫຼືສ້ອມແປງເທື່ອ.

ອີງຕາມການສອບຖາມປະຊາຊົນທີ່ຢູ່ໃກ້ຄຽງໄດ້ບອກວ່າ ປາກທໍ່ດັ່ງກ່າວເປັນຮູໂຈ່ງໂປ່ງມາໄດ້ເກືອບ 3 ອາທິດແລ້ວ ແຕ່ບໍ່ມີພາກສ່ວນທີ່ກ່ຽວຂ້ອງລົງໄປເບິ່ງເພື່ອຫາວິທີແກ້ໄຂເລີຍ ປະຊາຊົນໄດ້ແຕ່ພັດປ່ຽນກັນເອົາສິ່ງຂອງໄປວາງໃສ່ເພື່ອເຕືອນໃຫ້ຜູ້ຂັບຂີ່ລະວັງ ແຕ່ກໍຖືກລົດຕຳຢູ່ເລື້ອຍໆ ໂດຍສະເພາະແມ່ນລົດໃຫຍ່ ເຊັ່ນ ລົດບັນທຸກ, ລົດສິບລໍ້… ບາງມື້ຕ້ອງເອົາໄມ້ໄປໃສ່ເຖິງ 10 ຄັ້ງກໍມີ.

ປະຊາຊົນອີກຜູ້ໜຶ່ງລາຍງານວ່າ ຕົນເອງເຄີຍເຫັນມີເກີບ, ໂກບລົດແຕກ ແລະຮອຍເລືອດໃນບໍລິເວນດັ່ງກ່າວ ເຊິ່ງຄາດວ່າມີຜູ້ຂີ່ລົດຈັກມາເກີດອຸບັດເຫດແລະໄດ້ຮັບບາດເຈັບຫຼືເສຍຊີວິດກໍເປັນໄດ້ ເພາະໃນບ່ອນດັ່ງກ່າຍນັ້ນຕົກກາງຄືນມາຂ້ອນຂ້າງຈະມືດ ແລະຂຸມກໍຢູ່ກາງທາງລົດແລ່ນເລີຍ ຈຶ່ງມີຄວາມສ່ຽງສູງທີ່ຈະເກີດອຸບັດເຫດ ຖ້າຫາກຜູ້ຂັບຂີ່ບໍ່ເຫັນສິ່ງກີດຂວາງທີ່ປະຊາຊົນເອົາໄປໃສ່.

ຂຸມດັ່ງກ່າວສ້າງຄວາມເດືອດຮ້ອນແກ່ຜູ້ຈັນຈອນຫຼາຍສົມຄວນ ໂດຍສະເພາະຕອນເຊົ້າ-ຕອນແລງທີ່ຮີບຮ້ອນໄປການແລະເລີກການ ເຮັດໃຫ້ເກີກບັນຫາລົດຕິດຫລາຍ ແລະມັກມີອຸບັດເຫດເລື້ອຍໆ ໃນຕອນກາງຄືນ.

ໃນເຂດດັ່ງກ່າວນີ້ຝາກອັດປາກທໍ່ມັກຈະເປ່ເພເສຍຫາຍຢູ່ເລື້ອຍໆ ເນື່ອງຈາກປາກທໍ່ນ້ຳເສຍຢູ່ກາງທາງ ເຊິ່ງມີລົດແລ່ນຢຽບຢູ່ຕະຫຼອດເວລາ ຈຶ່ງຮຽກຮ້ອງເຖິງພາກສ່ວນໂຍທາທິການເມືອງຈັນທະບູລີ ຫຼືໂຍທາທິການນະຄອນຫຼວງ ຖ້າເປັນຄວາມຮັບຜິດຊອບຂອງພາກສ່ວນໃດກໍຂໍໃຫ້ລົງມາເບິ່ງແລະສ້ອມແປງໂດຍໄວ ກ່ອນຈະມີຜູ້ເກີດອຸບັດເຫດແລະເສຍຊີວິດໄປຫຼາຍກວ່ານີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...