spot_img
Homeຂ່າວເຫດການກະຊວງແຮງງານຯ ປະກາດແຕ່ງຕັ້ງ ພະນັກງານຂັ້ນນໍາ ຫລາຍຕໍາແໜ່ງ!

ກະຊວງແຮງງານຯ ປະກາດແຕ່ງຕັ້ງ ພະນັກງານຂັ້ນນໍາ ຫລາຍຕໍາແໜ່ງ!

Published on

ວັນທີ 10 ສິງຫານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະກາດແຕ່ງຕັ້ງ ແລະ ຊັບຊ້ອນ ພະນັກງານການນໍາຫລາຍຕໍາແໜ່ງ ເພື່ອຕອບສະໜອງໃຫ້ ການປະຕິບັດໜ້າທີ່ການເມືອງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ໃນຂົງເຂດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນປັດຈຸບັນ ຄື: ໄດ້ແຕ່ງຕັ້ງ ທ່ານ ຄໍາປິງ ແດງຕານນະລາດ ຫົວໜ້າກົມກວດກາ ເປັນຫົວໜ້າ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ທ່ານ ສະຫລອງ ມະນີວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຫົວໜ້າກົມກວດກາ, ທ່ານ ຄໍາຂານ ພິມສະຫວັນ ຫົວໜ້າຫ້ອງການກະຊວງ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຢ່າງກູ້ ຢ່າງລືໄຊ ຫົວໜ້າກົມປະກັນສັງຄົມ ເປັນຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ລີປາວຢ່າງ ຫົວໜ້າກົມແຜນການ ແລະ ການຮ່ວມມື ເປັນຫົວໜ້າຫ້ອງການກະຊວງ, ທ່ານນາງ ແກ້ວ ຈັນທະວີໄຊ ເປັນຫົວໜ້າກົມປະກັນສັງຄົມ, ທ່ານ ບຸນປອນ ໄຊຍະເສນ ຫົວໜ້າກົມນະໂຍບາຍ ຕໍ່ຜູ້ມີຜົນງານ ອອກພັກຜ່ອນຮັບເບ້ຍບໍານານ ແລະ ທ່ານ ໄທ ແສງອາລຸນ ເປັນຮອງຫົວໜ້າ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງດັ່ງກ່າວ ກໍໄດ້ໃຫ້ກຽດໂອ້ລົມ ແນະນໍາຕໍ່ບັນດາທ່ານຫົວໜ້າກົມ ທີ່ໄດ້ຖືກແຕ່ງຕັ້ງຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຄົ້ນຄ້ວາ, ການບໍລິຫານວຽກງານຂອງຕົນ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນປັດຈຸບັນ ກໍຄືການບໍລິຫານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເຂົ້າສູ່ລວງເລິກ, ເປັນລະບົບທົ່ວເຖິງ ແລະ ໃຫ້ມີຄວາມສາມັກຄີກົມກຽວ, ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບ-ໝາຍ, ປະຕິບັດລະບຽບວິໄນຕໍ່ການຈັດຕັ້ງ, ມະຕິຄໍາສັ່ງ ແລະ ລະບຽບກົດໝາຍຂອງພັກ-ລັດ ວາງອອກຢ່າງເຂັ້ມງວດ. ພ້ອມນີ້, ກໍຕ້ອງຮີບຮ້ອນແບ່ງຄວາມຮັບຜິດຊອບ ພາຍໃນຄະນະພັກ ແລະ ປັບປຸງການຈັດຕັ້ງຂອງຕົນໂດຍໄວ ເພື່ອຮັບປະກັນການເຄື່ອນໄຫວວຽກງານຢ່າງຕໍ່ເນື່ອງ, ມີຄວາມຄ່ອງຕົວດີຂຶ້ນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...