spot_img
Homeຂ່າວເຫດການກະຊວງພາຍໃນ ຈັດສຳມະນາລະດົມຄວາມເຫັນ ວຽກງານຈົດທະບຽນ-ສະຖິຕິພົນລະເມືອງ

ກະຊວງພາຍໃນ ຈັດສຳມະນາລະດົມຄວາມເຫັນ ວຽກງານຈົດທະບຽນ-ສະຖິຕິພົນລະເມືອງ

Published on

ຂປລ. ກະຊວງພາຍໃນ ຈັດກອງປະຊຸມສຳມະນາວຽກງານການຈົດທະບຽນ ແລະສະຖິຕິພົນລະເມືອງເພື່ອພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນຕໍ່ວຽກງານຄຸ້ມຄອງພົນລະເມືອງໂດຍສະເພາະ ຕໍ່ກັບຮ່າງ​​ແຜນຍຸດທະສາດການຈົດທະບຽນແລະ ສະຖິຕິພົນລະເມືອງ, ການທົບທວນນິຕິກຳທີ່ກ່ຽວຂ້ອງ ເພື່ອຄົ້ນ ຄວ້າປັບປຸງ ຫລື ສ້າງກົດໝາຍໃໝ່ ແລະ ລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງ, ພ້ອມຮັບຟັງການສະ  ເໜີບົດຮຽນຂອງຊ່ຽວຊານຕ່າງປະເທດ ກ່ຽວກັບບັນດາບົດຮຽນ, ຂັ້ນຕອນ, ຄວາມເປັນໄປໄດ້ແລະ ລະ ບົບຄຸ້ມຄອງຂໍ້ມູນພົນລະເມືອງຂອງບາງປະເທດ​.

ທ່ານ ສີພຸ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ ກ່າວໃນກອງປະຊຸມຄັ້ງນີ້ວ່າ: ປັດຈຸບັນ ກະຊວງພາຍໃນ ພວມຈັດຕັ້ງປະຕິບັດສາມວຽກງານໃຫຍ່ ກ່ຽວກັບວຽກການຄຸ້ມຄອງພົນລະເມືອງຄື: ການສ້າງແຜນຍຸດທະສາດການຈົດທະບຽນແລະ ສະຖິຕິພົນລະເມືອງ, ການທົບທວນຄືນການຈັດຕັ້ງປະຕິບັດກົດໝາຍ, ບັນດານິຕິກຳລຸ່ມກົດໝາຍຈຳນວນໜຶ່ງເພື່ອປັບປຸງຫລືສ້າງເປັນກົດໝາຍໃໝ່ຂຶ້ນມາ ​​ແນ່ໃສ່ໃຫ້ສອດຄ່ອງກັບສະພາບການຕົວຈິງແລະ ສຸດທ້າຍ ແມ່ນການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງໃຫ້ມີຄວາມສອດຄ່ອງແລະ ​​ແທດເໝາະກັບສະພາບຕົວຈິງຢູ່ພາຍໃນປະເທດ​ ​ແລະ ຢູ່ພາກພື້ນອາຊີ-​ປາຊີຟິກ ກໍຄືຖະແຫລງການບາງກອກທ້າຍປີ 2014 ທີ່ໄດ້ລະບຸວ່າ: ພົນລະເມືອງລາວທຸກຄົນໂດຍສະເພາະ ເດັກເກີດ​​ໃໝ່ຕ້ອງ​​ໄດ້ຮັບການຈົດທະບຽນໃຫ້ໄດ້ 70% ຮອດປີ 2024.

ກອງປະຊຸມສຳມະນາວຽກງານການຈົດທະບຽນ ແລະສະຖິຕິພົນລະເມືອງ ໄດ້ຈັດຂຶ້ນໃນວັນທີ 28 ມີນານີ້ ຢູ່ນະຄອນຫລວງວຽງຈັນ, ​​​ເຊິ່ງຈະດຳເນີນໄປເປັນເວລາ 5 ວັນ (28/3-1/4/2016) ​​ໂດຍມີທ່າ ສີພຸ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານນາງແຊລລີເບີນນິງແຮມ ຫົວໜ້າຫ້ອງ ການທະນາຄານໂລກປະຈຳລາວແລະ ຜູ້ຕາງໜ້າຈາກບັນດາພາກສ່ວນທີ່ກ່ຽວຂ້ອງຈາກສູນກາງແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...