spot_img
Homeຂ່າວທ້ອງຖິ່ນກະຊວງພະລັງງານ ແລະ ບໍ່ແຮ່ແຈ້ງ! ນັບແຕ່ເດືອນ ມີນາ ຫາ ມິຖຸນາ ໄຟຟ້າອາດບໍ່ພໍໃຊ້

ກະຊວງພະລັງງານ ແລະ ບໍ່ແຮ່ແຈ້ງ! ນັບແຕ່ເດືອນ ມີນາ ຫາ ມິຖຸນາ ໄຟຟ້າອາດບໍ່ພໍໃຊ້

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການໃນວັນທີ 10 ກຸມພາ 2020 ວ່າ: ຂໍຄວາມຮ່ວມມືໃນການ ປະຢັດພະລັງງານໄຟຟ້າ ໃນໄລຍະເວລາ ທີ່ມີຄວາມຕ້ອງການພະລັງງານໄຟຟ້າຈຳນວນຫຼາຍ (Peak Load) ຂອງແຕ່ລະວັນ ເລີ່ມແຕ່ເວລາ 13:00 ໂມງ ເຖິງ ເວລາ 23:00 ໂມງ ນັບແຕ່ເດືອນ ມີນາ 2020 ໄປຮອດ ທ້າຍເດືອນ ມີຖຸນາ ປີ 2020.

ໃນໄລຍະເວລາດັ່ງກ່າວ ແມ່ນມີຄວາມສ່ຽງຫຼາຍທີ່ອາດຈະມີກໍລະນີໄຟຕົກ, ໄຟມອດ ຫຼື ອາດຈະສະໜອງໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການເທົ່າທີ່ຄວນ ເຊິ່ງອາດຈະສ້າງຄວາມລໍາຄານ ຫຼື ສ້າງຄວາມເສຍຫາຍແກ່ຜູ້ຊົມໃຊ້ໄຟຟ້າທຸກປະເພດໃນບາງບໍລິເວນ. ເນື່ອງຈາກ ໃນໄລຍະເວລາລະດູຝົນ ປີ 2019 ມີປະລິມານນໍ້າຝົນໄຫຼເຂົ້າອ່າງເກັບນໍ້າໜ້ອຍ ສະເລ່ຍມີພຽງແຕ່ 50% ທຽບກັບແຜນການ ເຮັດໃຫ້ຄວາມສາມາດໃນການຜະລິດພະລັງງານໄຟຟ້າ ປີ 2020 ຫຼຸດລົງ.

ດັ່ງນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ຂໍຄວາມຮ່ວມມື ຈາກທຸກພາກສ່ວນໃນສັງຄົມ ຈົ່ງປະຢັດ ຫຼື ຫຼຸດຜ່ອນການຊົມໃຊ້ໄຟຟ້າ ໃນຊ່ວງເວລາດັ່ງກ່າວ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...