spot_img
Homeຂ່າວເຫດການກະຊວງການເງິນປັບປຸງບາງກົມສຳຄັນຄືນໃໝ່

ກະຊວງການເງິນປັບປຸງບາງກົມສຳຄັນຄືນໃໝ່

Published on

 

ກະຊວງການເງິນ ໄດ້ມີການປັບປຸງຄະນະກວດກາການເງິນກະຊວງຊຸດໃໝ່ຄື ໃຫ້ທ່ານ ພົມມາ ບຸນນະວົງ ຮອງຫົວໜ້າ

ກົມກວດກາການເງິນ ແລະ ທ່ານ ຄຳແສນ ພົມພັກດີ ຫົວໜ້າພະແນກກວດກາການເງິນ ກົມການເງິນ ກະຊວງການ

ເງິນອອກພັກຜ່ອນຮັບເບ້ຍບຳນານ, ຂະນະດຽວກັນ ກໍຍົກຍ້າຍທ່ານ ຈັນທະສິດ ເສນາພັນ ຮອງຫົວໜ້າກົມກວດກາ

ການເງິນມາເປັນຮອງຫົວໜ້າກົມກວດກາບັນຊີ ແລະ ຍົກຍ້າຍ ທ່ານ ແກ້ວຫລ້າ ສຸວັນນະຄຳ ຮັກສາການຫົວໜ້າສະ

ຖາບັນເສດຖະກິດການເງິນ ເປັນຮອງຫົວໜ້າກົມກວດກາການເງິນຜູ້ໃໝ່. ພ້ອມກັນນີ້, ກໍໄດ້ປະກາດແຕ່ງຕັ້ງ ທ່ານ

ໂພໄຊ ໝັ້ນພິລາພັນ ເປັນຫົວໜ້າກົມກວດກາການເງິນຄົນໃໝ່, ທ່ານ ຟອງວັນ ບ່າວທຳມະວົງ ອະດີດຮອງຫົວໜ້າ

ກົມສ່ວຍສາອາກອນ ມາເປັນຮອງຫົວໜ້າກົມກວດກາການເງິນຜູ້ໃໝ່ເຊັ່ນດຽວກັນ.

 

ການປັບປຸງຄະນະດັ່ງກ່າວນັ້ນ ແມ່ນປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍລະບຽບລັດຖະກອນແຫ່ງ

ສປປ ລາວ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນ ຜູ້ທີ່ມີອາຍຸກະສຽນຄົບຖ້ວນຕາມປີການເພື່ອຮັບ

ເບ້ຍບຳນານ ແລະ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ເພື່ອຮັບປະກັນໃຫ້ວຽກງານກວດກາການເງິນ

ພາຍໃນກະຊວງດັ່ງກ່າວມີຄວາມຄ່ອງຕົວ, ມີປະສິດທິຜົນ ແລະ ຕອບສະໜອງຄວາມຕ້ອງການໃນໜ້າທີ່ວຽກງານໄລ

ຍະໃໝ່ໄດ້ເປັນຢ່າງດີ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...