spot_img
Homeຂ່າວພາຍ​ໃນກະກຽມການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ

ກະກຽມການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ

Published on

ກະກຽມການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ

 

ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ-ການຄ້າ ຮ່ວມກັບກົມເຈລະຈາການຄ້າ ກະຊວງພານິດແຫ່ງຣາຊະອາ
ນາຈັກໄທ ຈັດສຳມະນາພາຍໃຕ້ຫົວຂໍ້ “ການກຽມພ້ອມເຂົ້າສູ່ປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ” ທີ່ໂຮງແຮມລາວພລາ
ຊາ ໃນວັນທີ 19 ກຸມພາ 2013 ໂດຍການເປັນປະທານຮ່ວມຂອງທ່ານ ພັນ ວິໄລສົມ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງ
ປະເທດ ແລະ ທ່ານນາງ ຈິນຕະນາ ໄຊຍະວັນນະການ ຮອງອະທິບໍດີກົມເຈລະຈາການຄ້າລະຫວ່າງປະເທດ ຊຶ່ງມີບັນດາແຂກທີ່
ຖືກເຊີນຈາກພາກລັດ ແລະ ທຸລະກິດເຂົ້າຮ່ວມ.
ຈຸດປະສົງຂອງການສຳມະນາຄັ້ງນີ້ ເພື່ອເປັນການຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມແຜນການຮ່ວມມື ລະຫວ່າງກະຊວງ
ອຸດສາຫະກຳ-ການຄ້າ ແລະ ກະຊວງພານິດ ຄັ້ງທີ 4 ກ່ຽວກັບການຮ່ວມມືດ້ານວິຊາການແກ່ ສປປ ລາວ ເພື່ອເປັນການກຽມພ້ອມ
ໃຫ້ແກ່ພາກລັດ ແລະ ເອກະຊົນຂອງ ສປປ ລາວ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 ພ້ອມນັ້ນຍັງເປັນ
ການຊຸກຍູ້ ເພີ່ມທະວີການຄ້າ ການລົງທຶນຢູ່ ສປປ ລາວ ແລະ ເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນ
ໃນຂົງເຂດເສດຖະກິດ.
ການສຳມະນາຄັ້ງນີ້ ແມ່ນຈະໄດ້ບັນລະຍາຍເຖິງບັນດາຫົວຂໍ້ຕ່າງໆເຊັ່ນ: ພາບລວມ ແລະ ກົນໄກຂອງການຄ້າລະຫວ່າງປະເທດ
ປະຊາຄົມເສດຖະກິດອາຊຽນ (AEC) ການອອກໃບຢັ້ງຢືນແຫຼ່ງການເກີດສິນຄ້າດ້ວຍຕົນເອງຂອງອາຊຽນ (Asean Self Cer-
tification) ແລະ ການຄ້າ-ການລົງທຶນໃນອາຊຽນ ຊຶ່ງມີຜູ້ບັນລະຍາຍຈາກກະຊວງອຸດສາຫະກຳ-ການຄ້າ ແລະ ກະຊວງພານິດ
ITDESCAP.
ນອກນັ້ນ ການສຳມະນາຄັ້ງນີ້ຖືວ່າເປັນເວທີເຜີຍແຜ່ຄວາມຮູ້-ຂໍ້ມູນຂ່າວສານ ທັງເປັນເວທີແລກປ່ຽນຄວາມຄິດເຫັນ ລະຫວ່າງພາກ
ລັດ ແລະ ທຸລະກິດ ຢ່າງກົງໄປກົງມາ ເພື່ອເປັນການສ້າງຄວາມເຂົ້າໃຈສາຍພົວພັນທາງດ້ານເສດຖະກິດທັງພາຍໃນ ແລະ ກອບ
ສອງຝ່າຍ ລາວ-ໄທ ໃຫ້ຂະຫຍາຍຕົວດີຂຶ້ນ ແລະ ຍັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດຂອງ ສປປ ລາວ ໃນ
ການນຳໃຊ້ບັນດາສິດທິພິເສດ ທີ່ໄດ້ຮັບຈາກບັນດາປະເທດສະມາຊິກອາຊຽນໃຫ້ຫຼາຍຂຶ້ນກວ່າເກົ່າ ທັງໝົດນີ້ແມ່ນເພື່ອເປັນການກະ
ກຽມຄວາມພ້ອມໃນການເຂົ້າສູ່ປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...