spot_img
Homeຂ່າວພາຍ​ໃນກອງກຳລັງປ້ອງກັນຊາຍແດນ 433 ສສ ຫວຽດນາມມອບເງິນ ຊ່ວຍເຫຼືອກອງຮ້ອຍ 161 ທະຫານແຂວງຫຼວງພະບາງ

ກອງກຳລັງປ້ອງກັນຊາຍແດນ 433 ສສ ຫວຽດນາມມອບເງິນ ຊ່ວຍເຫຼືອກອງຮ້ອຍ 161 ທະຫານແຂວງຫຼວງພະບາງ

Published on

ວັນ 5 ມີຖຸນາ 2022 ຜ່ານມາ, ສະຫາຍ ພັນເອກ ຂ໋ອດ ວັນຕຽນ ຫົວໜ້າການທະຫານກອງປ້ອງກັນຊາຍແດນ 433 ແຂວງດຽນບຽນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ນຳເອົາຊີເມັນ 15 ໂຕນ ແລະ ຈັກຕັດຫຍ້າ 1 ເຄື່ອງ, ລວມມູນຄ່າ 25.000.000 ດົງ, ມອບໃຫ້ກອງຮ້ອຍ 161 ທະຫານຊາຍແດນແຂວງຫຼວງພະບາງ.

ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ຕາມຂອບເຂດຊາຍແດນລະຫວ່າງລາວ – ຫວຽດນາມ, ຖານກົມກອງເພື່ອນມິດສະຫາຍໃກ້ຄຽງ, ທັງເປັນການເສີມຂະຫຍາຍມູນເຊື້ອອັນດີງາມທີ່ເຄີຍມີມາແຕ່ດົນນານ, ໂດຍແມ່ນ ສະຫາຍ ຮ້ອຍໂທ ອ່ອນສີ ເນືອງພະຈັນ ຫົວໜ້າການທະຫານກອງຮ້ອຍ 161 ທະຫານແຂວງຫຼວງພະບາງ ຕາງໜ້າຄະນະກ່າວຮັບ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະຕີຄວາມໝາຍສູງຕໍ່ຄະນະພັກ – ຄະນະບັນຊາກອງປ້ອງກັນຊາຍແດນ 433 ແຂວງດຽນບຽນ ສສ ຫວຽດນາມທີ່ຍາມໃດກໍໄດ້ໃຫ້ຄວາມເປັນຫ່ວງເປັນໄຍ່ ແລະ ເຫັນໄດ້ຄວາມຫຍຸ້ງຍາກຈໍາເປັນໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ, ນີ້ກໍເປັນການເພີ່ມພູນຄຸນສ້າງ ແລະຫັດແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບລະຫວ່າງສອງພັກສອງລັດ, ເວົ້າສະເພາະແມ່ນຄວາມສໍາພັນລະຫວ່າງກອງປ້ອງກັນຊາຍແດນ 433 ທະຫານແຂວງດຽນບຽນ ກັບກອງຮ້ອຍປ້ອງກັນຊາຍແດນ 161 ທະຫານແຂວງຫຼວງພະບາງ ໃຫ້ແໜ້ນແຟ້ນ ແລະສວຍສົດງົດງາມຕະຫຼອດໄປ.

ພ້ອມດຽວກັນນີ້ ກໍເປັນການປະກອບສ່ວນສ້າງຜົນງານຮ່ວມກັນຂໍ່ານັບຮັບຕ້ອນວັນສົນທິສັນຍາຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີຄື: 18 ກໍລະກົດ 1977 ແລະ ວັນສາຍພົວພັນການທູດລາວ – ຫວຽດນາມ 5 ກັນຍາ 1962 ຄົບຮອບ 60 ປີ ທີ່ໃກ້ຈະມາເຖິງໃນມໍໆນີ້ ໃຫ້ມີບັນຍາກາດເບີກບານມວນຊື່ນ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງ.
ຂ່າວ: ເກດແກ້ວ ໄຊທະພອນ; ຮຽບຮຽງ: ສົມພອນ ສຸວັນທອນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...