spot_img
Homeມຸມຂ່າວ AECກອງປະຊຸມສະພາເຂດການລົງທຶນອາຊຽນ (AIA) ຄັ້ງທີ 19 ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

ກອງປະຊຸມສະພາເຂດການລົງທຶນອາຊຽນ (AIA) ຄັ້ງທີ 19 ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

Published on

ໃນຕອນບ່າຍວັນທີ 3 ສິງຫານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໄດ້ສືບຕໍ່ການດຳເນີນກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັັ້ງທີ 48 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງໃນນີ້ແມ່ນມີ ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 19 (AEM 19th AIA Council Meeting), ກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນລະດັບລັດຖະມົນຕີ ເຂົ້າຮ່ວມຈາກອາຊຽນ 10 ປະເທດ, ພ້ອມດ້ວຍກອງເລຂາອາຊຽນ ເພື່ອແລກປ່ຽນຄຳເຫັນ ຕໍ່ການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການລົງທຶນຮອບດ້ານອາຊຽນ (ACIA), ໃນໄລຍະຜ່ານມາ ແລະ ເພື່ອເປັນການກະກຽມວຽກງານ ຈັດຕັ້ງປະຕິບັດໃນປີຕໍ່ໄປ ໂດຍເຫັນດີນຳກັນຫລາຍປະເດັນດັ່ງນີ້: ອີງຕາມສັນຍາການລົງທຶນຮອບດ້ານອາຊຽນ (ACIA), ຊຶ່ງມັນເປັນເຄື່ອງມີອັນສຳຄັນ ສຳລັບການສົ່ງເສີມເສດຖະກິດຂອງອາຊຽນ ໃນການເຄື່ອນຍ້າຍ ການລົງທຶນຢ່າງເສລີ ໃຫ້ປະກົດຜົນເປັນຈິງ, ປະເທດສະມາຊິກອາຊຽນ ໄດ້ມີການປະຕິຮູບພາຍໃນຫລາຍດ້ານ ເພື່ອປັບປຸງສະພາບແວດລ້ອມ ທາງດ້ານທຸລະກິດຂອງພວກເຂົາເຈົ້າ, ໂດຍສະເພາະແມ່ນ ການອຳນວຍຄວາມສະດວກ ດ້ານການລົງທຶນ, ເພີ່ມຄວາມໂປ່ງໃສ ແລະ ບັນລຸຜົນເພີ່ມຕື່ມຂອງການເປີດເສລີໃນພາກພື້ນ; ບັນດາທ່ານລັດຖະມົນຕີ ໄດ້ຮັບຊາບຄວາມຄືບໜ້າ ກ່ຽວກັບຂັ້ນຕອນສຸດທ້າຍ ຂອງອະນຸສັນຍາທີ 2 ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (ACIA) ເພື່ອຜັນຂະຫຍາຍສິ່ງທີ່ໄດ້ຕົກລົງຮ່ວມກັນ ໃນປີທີ່ຜ່ານມາ ກ່ຽວກັບວາລະໃນການປະຕິບັດສັນຍາ ການລົງທຶນຮອບດ້ານອາຊຽນ, ຊຶ່ງຈະເປັນການສົ່ງເສີມ ດ້ານການຈັດຕັ້ງປະຕິບັດ ແລະ ໃຫ້ໄດ້ຮັບໝາກຜົນ ຈາກສັນຍານີ້, ບັນດາລັດຖະມົນຕີ ໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ເຮັດສຳເລັດຂັ້ນຕອນພາຍໃນຂອງຕົນ ເພື່ອກຽມຄວາມພ້ອມສຳລັບ ການລົງນາມອະນຸສັນຍາດັ່ງກ່າວ ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ຊຶ່ງຈະໄດ້ຈັດຂຶ້ນໃນເດືອນກັນຍາ 2016, ທີ່ນະຄອນຫລວງວຽງຈັນ ສປປ ລາວ ແລະ ພ້ອມນີ້ ບັນດາທ່ານລັດຖະມົນຕີ ມີຄວາມຍິນດີ ຕໍ່ການລວມເອົາລະດັບຂອງຜົນສຳເລັດ ຊຶ່ງເປັນຕົວຊີ້ວັດຂອງການຈັດຕັ້ງປະຕິບັດທີ່ສຳຄັນ, ຕາມແຜນວຽກການລົງທຶນໃນໄລຍະປີ 2016-2025 ເພື່ອສົ່ງເສີມການກວດກາຄວາມຄືບໜ້າຂອງອາຊຽນ ເພື່ອຜົນສຳເລັດໃນການເປີດເສລີ ດ້ານການລົງທຶນ, ແຜນວຽກດັ່ງກ່າວນັ້ນ ຍັງເປັນການສະໜອງຂໍ້ມູນເພີ່ມເຕີມ ໃຫ້ພາກສ່ວນກ່ຽວຂ້ອງ ແລະ ຄຽງຄູ່ກັບບັນດາກິດຈະກຳຕ່າງໆ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...