ກອງທັບອາກາດຣັດເຊຍ ໃຊ້ເຮືອບິນ 250 ລຳ ເຝິກຊ້ອມ ມື້ດຽວກັນກັບການຊ້ອມຮົບ ຂອງກອງກຳລັງນາໂຕ້

620806-01

ກອງທັບຣັດເຊຍ ດຳເນີນການຊ້ອມຮົບທາງອາກາດ ໃນມື້ດຽວກັນກັບກອງກຳລັງນາໂຕ້ ປະຕິບັດການຊ້ອມຮົບ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພຶດສະພານີ້ວ່າ ກອງທັບອາກາດຂອງຣັດເຊຍ ໄດ້ດຳເນີນການເຝິກຊ້ອມທາງອາກາດ ໂດຍໃຊ້ເຮືອບິນຈຳນວນ 250 ລຳ ແລະ ທະຫານກ່ວາ 12,000​ ຄົນ ເຂົ້າໃນການເຝິກຊ້ອມ ເຊິ່ງຈະດຳເນີນໄປເປັນເວລາ 4 ມື້ ຕາມຄຳສັ່ງຂອງປະທານາທິບໍດີ ວະລາດີເມຍ ປູຕິນ.

ທັງນນີ້ ການເຝິກຊ້ອມດັ່ງກ່າວ ແມ່ນໄດ້ເລີ່ມຂຶ້ນໃນມື້ດຽວກັນ ທີ່ອົງກນສົນທິສັນຍາປ້ອງກັນແອັດແລນຕິກເນືອ ຫລື ນາໂຕ້ ໄດ້ດຳເນີນການເຝິກຊ້ອມທາງການທະຫານ ກັບບັນດາປະເທດສະມາຊິກ ໂດຍນັກວິເຄາະສະຖານະການສາກົນໄດ້ເວົ້າວ່າ ການດຳເນີນການເຝິກຊ້ອມທາງການທະຫານ ທັງນາໂຕ້ ແລະ ຣັດເຊຍໃນເທື່ອນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງ ສະຖານະການຄວາມເຄັ່ງຕຶງ ລະຫລວ່າງຣັດເຊຍ ແລະ ປະເທດຕາເວັນຕົກ ທີ່ຍັງຄົງເຄັ່ງຮ້ອນຮຸນແຮງຢ່າງຕໍ່ເນື່ອງ.