spot_img
Homeຂ່າວຕ່າງປະເທດກອງທັບມຽນມາປະກາດຢຶດອຳນາດຈາກ ອອງ ຊານ ຊູຈີ

ກອງທັບມຽນມາປະກາດຢຶດອຳນາດຈາກ ອອງ ຊານ ຊູຈີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເນປິດ ປະເທດມຽນມາ ເມື່ອວັນທີ 1 ກຸມພາ 2021 ວ່າ ກອງທັບມຽນມາ ອອກຖະແຫຼງຂ່າວມື້ນີ້ ຢືນຢັນການຄວບຄຸມຕົວເຈົ້າໜ້າທີ່ລະດັບສູງຫຼາຍຄົນ ຍ້ອນການເລືອກຕັ້ງທົ່ວປະເທດໃນວັນທີ 8 ພະຈິກປີ 2020 ມີການທຸຈະລິດເປັນວົງກວ້າງ ນັບຈາກນີ້ ເປັນເວລາ 1 ປີ ອຳນາດບໍລິຫານນິຕິບັນຍັດ ແລະ ຕຸລາການຂອງມຽນມາ ໃຫ້ຂຶ້ນກັບການບັນຊາການຂອງ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັັນຊາການທະຫານສູງສຸດ ໃນເວລາດຽວກັນທົ່ວທຸກພາກຂອງມຽນມາຢູ່ພາຍໃຕ້ຄຳສັ່ງສະຖານະການສຸກເສີນ.

ທັງນີ້, ການຖະແຫຼງຂ່າວຂອງມຽນມາບໍ່ໄດ້ລະບຸຸຊື່ບຸກຄົນໃດ ແຕ່ພັກສັນຕິບານແຫ່ງຊາດເພື່ອປະຊາທິ ປະໄຕ ລາຍງານວ່າຜູ້ທີ່ຖືກຄວບຄຸມຕົວໄປຈາກບ້ານພັກ ຕັ້ງແຕ່ໃນຕອນເຊົ້າວັນຈັນຕາມເວລາທ້ອງ ຖິ່ນ, ລວມທັງຜູ້ນຳລັດຖະບານພົນລະເຮືອນ ທ່ານ ນາງ ອອງ ຊານ ຊູຈີ, ປະທານາທິບໍດີ ວິນ ມະຍິນ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຫຼາຍທ່ານອື່ນໆໃນລັດຖະບານ ແລະ ສະມາຊິກອາວຸໂສຂອງພັກ.

ມຽນມາຢູ່ພາຍໃຕ້ການປົກຄອງຂອງທະຫານເປັນເວລາດົນນານລະຫວ່າງປີ 1962 ແລະ 2011 ແລະລັດຖະທຳມະນູນຂອງມຽນມາໃນປະຈຸບັນ ສ້າງຕັ້ງຂຶ້ນໂດຍທະຫານໃນປີ 2008, ກຳນົດອັດຕາສ່ວນ 25% ໂດຍອັດຕະໂນມັດ ໃຫ້ແກ່ທະຫານ ທັງຢູ່ໃນສະພາຜູ້ແທນປະຊາຊົນ ແລະ ວຸດທິສະພາ ການທີ່ກອງທັບຕ້ອງຄຸມກະຊວງສຳຄັນດ້ານຄວາມໝັ້ນຄົງຄື ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ແລະ ບຸກຄົນທີ່ມີຄູ່ສົມຣົດ ຫຼື ລູກເປັນພົນລະເມືອງຕ່າງຊາດ ບໍ່ສາມາດດຳລົງຕຳແໜ່ງປະທານາທິບໍດີໄດ້.

ທາງອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ກອງທັບມຽນມາຄຳນຶງເຖິງຄວາມຕ້ອງການຂອງປະຊາ ຊົນ ເຊິ່ງອອກສ່ຽງຜ່ານການເລືອກຕັ້ງເມື່ອທ້າຍປີທີ່ຜ່ານມາ ແລະ ໄດ້ກ່າວເຖິງການລັດຖະປະຫານຢຶດອຳນາດຈາກລັດຖະບານຂອງທ່ານ ນາງ ອອງ ຊານ ຊູຈີ ແມ່ນເປັນການກ້າວຖອຍຫຼັງ ຂອງເສັ້ນທາງການປະຕິຮູບໃນມຽນມາ.

ຮຽບຮຽງຂ່າວ: ພູດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...