spot_img
Homeຂ່າວທ້ອງຖິ່ນກວດສອບພົບເຫັນຫຼາຍຂະແໜງການລະເມີດລະບຽບ

ກວດສອບພົບເຫັນຫຼາຍຂະແໜງການລະເມີດລະບຽບ

Published on

ອົງການ​ກວດ​ສອບ​ແຫ່ງ​ລັດ ກວດ​ສອບສາມາດ​ພົບ​ເຫັນ​ບັນຫາ​ຫຼາຍ​ຢ່າງ​ທີ່​ເປັນ​ການ​ລະເມີດລະບຽບ​ການ​ ໃນ​ຫຼາຍ​ຂະແໜງການ ແລະ ຂະແໜງການ​ອື່ນໆ ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ບໍ່​ໄດ້​ຕາມ​ແຜນການ ວາລະ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ VIII ວັນ​ທີ 28 ຕຸລາ 2016 ໂດຍ​ເປັນ​ປະທານ​ຂອງທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ.

ຜູ້​ແທນ​ກອງ​ປະຊຸມ​ໄດ້​ຮັບ​ຟັງບົດ​ລາຍ​ງານ ​ກ່ຽວ​ກັບ​ຜົນ​ການກວດ​ສອບ​ບົດ​ສະຫຼຸບ​ຂາດ​ຕົວ ການຈັດຕັ້ງ​ປະຕິບັດ​ແຜນ​ງົບ​ປະມານ​ແຫ່ງ​ລັດ ສົກ​ປີ 2014-2015 ແລະ ການຈັດຕັ້ງ​ປະຕິບັດແຜນ​ກວດ​ສອບ​ແຫ່ງ​ລັດ ສົກ​ປີ 2015-2016 ແລະ ທິດ​ທາງແຜນການ ການເຄື່ອນໄຫວ​ກວດສອບ ປະຈຳ​ປີ 2017 ບົດ​ລາຍງານ​ຂອງ​ອົງການ​ກວດກາ​ລັດ​ຖະບານ ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ການ​ກວດ​ສອບ​ແຫ່ງ​ລັດ ສົກ​ປີ 2013-2014 ແລະ ບົດ​ລາຍ​ງານ​ຂອງອົງການ​ກວດ​ສອບ​ແຫ່ງ​ລັດ ແລະ ອົງການ​ກວດກາ​ລັດຖະບານ ທີ່ສະເໜີ​ໂດຍ​ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດສອບ​ແຫ່ງ​ລັດ ໄດ້​ລາຍ​ງານ​ຜົນການ​ກວດ​ສອບ​ໃນ​ໄລຍະ​ຜ່ານ​ມາ ສົກ​ປີ 2015-2016 ໄດ້​ຂຶ້ນ​ແຜນກວດ​ສອບ​ຈຳນວນ 89 ເປົ້າໝາຍ ດຳເນີນ​ການ​ກວດ​ສອບ​ຕົວຈິງ​ໄດ້ 93 ເປົ້າ​ໝາຍ ໃນ​ນັ້ນ ສຳເລັດ​ການ​ກວດ​ສອບ​ຕາມ​ແຜນ 89 ເປົ້າ​ໝາຍ ແລະ ຕາມ​ຄຳ​ສະເໜີ 4 ເປົ້າ​ໝາຍ ຕາມ​ຂົງເຂດການ​ສ້າງ​ລາຍ​ຮັບ ແລະ ຂະແໜງ​ການ​ທີ່​ມີ​ໂຄງການ​ລົງທຶນຂອງ​ລັດ ແລະ ລາຍ​ຈ່າຍ​ໃນ​ລະບົບ​ງົບປະມານ-ຄັງ​ເງິນທີ່​ມີຄວາມ​ສ່ຽງ ເອົາໃຈໃສ່​ຍົກ​ລະດັບ​ຄຸນະພາບ​ການ​ກວດ​ສອບ​ສົກປີ 2015-2016 ໄດ້​ສຳເລັດ​ສົ່ງບົດ​ແຈ້ງ​ຜົນ​ກວດ​ສອບ​ໃຫ້​ເປົ້າໝາຍ ຖືກ​ກວດ​ສອບ ຈຳນວນ 90 ສະບັບ ລວມ​ທັງ​ຜົນ​ກວດສອບ​ຂອງ​ສົກ​ປີຜ່ານມາ ເພື່ອ​ໃຫ້ອົງ​ການຈັດຕັ້ງ​ລັດ ທະນາຄານ ວິສາ​ຫະ​ກິດ ໂຄງການ​ເງິນ​ກູ້​ຢືມ ແລະ ຊ່ວຍເຫຼືອ​ລ້າ ກວດກາ​ຄືນ ແລະ ແຕ່ງຕັ້ງ​ຄະນະ​ຮັບຜິດຊອບແກ້​ໄຂ​ຜົນ​ກວດ​ສອບ ສົກ​ປີ 2015-2016 ໄດ້​ຂຶ້ນ​ແຜນ​ລາຍ​ຈ່າຍ​ງົບປະມານ​ຈຳນວນ 44,65 ຕື້​ກີບ ໄດ້​ຮັບ​ຕົວ​ເລກ​ງົບປະມານ ຈຳນວນ 23,40 ຕື້​ກີບ ແລະ ທ້າຍປີ​ງົບປະມານ ໄດ້​ດັດແກ້​ເພີ່ມ​ເຕີມຈຳນວນ 1,50 ຕື້​ກີບ ລວມ​ທັງໝົດ 24,90 ຕື້​ກີບ ໃນ​ນັ້ນ ນຳໃຊ້​ເຂົ້າ​ໃນ​ການ​ດຳເນີນ​ກວດສອບ​ຕົວ​ຈິງ 3,68 ຕື້​ກີບ ອົງການກວດ​ສອບ​ສູນ​ກາງ ແລະ ອົງການ​ກວດ​ສອບ​ປະຈຳ​ພາກ​ກາງ ໄດ້​ນຳ​ໃຊ້​ລາຍ​ຮັບ​ວິຊາ​ການ​ຈາກການ​ກວດ​ສອບ​ຫົວໜ່ວຍ​ວິ​ສາ​ຫະກິດ ທະນາຄານ​ລັດ ໂຄງການເງິນ​ກູ້​ຢືມ-ຊ່ວຍເຫຼືອ​ລ້າຈາກຕ່າງປະເທດ ຈຳນວນ 827 ລ້ານກີບ ເພື່ອ​ດຳເນີນ​ກວດ​ສອບ​ເປົ້າໝາຍ ຈາກ​ນັ້ນ ສະມາຊິກ​ສະພາແຫ່ງ​ຊາດ (​ສສຊ) ຫຼາຍ​ທ່ານ​ກໍ່ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ຖາມ​ເຈາະ​ຈິ້ມ​ໃສ່​ບົດ​ລາຍງາຍ​ໃຫ້​ສອດຄ່ອງ​ກັບ​ສະພາບຄວາມ​ເປັນ​ຈິງ.

 

ຂ່າວຈາກ: ສຳນັກຂ່າວເອບີຊີ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...