spot_img
Homeຂ່າວພາຍ​ໃນກວດພົບສານນ້ຳຢາແຊ່ສົບຄົນຕາຍໃນອາຫານ 20 ກໍລະນີ

ກວດພົບສານນ້ຳຢາແຊ່ສົບຄົນຕາຍໃນອາຫານ 20 ກໍລະນີ

Published on

DSC00340

ໃນວັນທີ 18 ກໍລະກົດນີ້ ໜ່ວຍງານສັດຕະວະແພດ ຂະແໜງລ້ຽງສັດແລະການປະມົງນະຄອນຫຼວງ ໄດ້ລົງກວດຫາສານເຄມີປົນເປື້ອນໃນອາ ຫານທີ່ວາງຂາຍຢູ່ຕະຫຼາດຕ່າງໆໃນນະຄອນເຫຼວງວຽງຈັນ ຄື: ບັນດາຕະຫຼາດຢູ່ເຂດ ເມືອງໄຊເສດຖາ, ສີສັດຕະນາກ ແລະ ເມືອງຈັນທະບູລີ, ຜ່ານການກວດ 17 ຕົວ ຢ່າງທີ່ສົງໄສວ່າມີສານເຄມີປົນເປື້ອນ, ຢູ່ຕະ ຫຼາດໜອງຈັນ, ໂພນສະຫວ່າງ ແລະ ຕະຫຼາດທາດຫຼວງ ພົບສານຟ໋ອກໂມນ (ສານກັນບູດ) ເກີນມາດຕະຖານຈຳນວນ 6 ຕົວ ຢ່າງຄື: ປາມຶກແຊ່ສົດ ແລະ ສິ້ນ ສ່ວນສັດເຊັ່ນ: ຍໍ່ງົວ, ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກທີ່ນຳເຂົ້າຈາກຕ່າງປະເທດຈຳນວນ 14 ຕົວຢ່າງ
ຈາກການກວດທັງໝົດ 31 ຕົວຢ່າງ ຈາກນັ້ນກໍໄດ້ສັ່ງໃຫ້ຜູ້ຂາຍທຳລາຍອາຫານດັ່ງກ່າວທັນທີ ພ້ອມທັງຂຽນບົດບັນທຶກ,
ຕັກເຕືອນ, ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າໃຊ້ສານເຄມີດັ່ງກ່າວອີກຢ່າງເດັດຂາດ ແລະ ຖ້າກວດພົບອີກໃນຄັ້ງຕໍ່ໄປຈະມີມາດຕະ ການປັບໄໝລົງໂທດຕາມລະບຽບກົດໝາຍ.

ສານດັ່ງກ່າວພັດມີລິດຮ້າຍແຮງໃນການທຳລາຍຈຸລັງ ແລະ ປະສານຖ້າຫາກບໍລິໂພກເຂົ້າໄປຫຼາຍອາດເຮັດໃຫ້ເກີດພະຍາດມະເຮັງ, ປະສາດ ແລະ ພະຍາດລະບົບຫາຍໃຈເຫຼົ່ານີ້ເປັນຕົນ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...