spot_img
Homeຂ່າວພາຍ​ໃນກວດກາກອງແຂງ - ໜ່ວຍພັກຮູ້ນຳພາຮອບດ້ານຢູ່ກົມຈັດຕັ້ງພັກ

ກວດກາກອງແຂງ – ໜ່ວຍພັກຮູ້ນຳພາຮອບດ້ານຢູ່ກົມຈັດຕັ້ງພັກ

Published on

tue24sep3

ໜ່ວຍງານກວດກາກອງ ແຂງ-ຫນ່ວຍພັກຮູ້ນຳພາ ຮອບດ້ານຂອງອົງການກົມ ໃຫຍ່ການເມືອງກອງທັບໄດ້ ລົງກວດກາກອງແຂງ-ຫນ່ວຍ ພັກຮູ້ນຳພາຮອບດ້ານທີ່ກົມ  ຈັດຕັ້ງພັກໃນວັນທີ 19 ກັນຍາ 2013 ນີ້, ໂດຍມີສະຫາຍພົນ ຈັດຕະວາ ວໍລະສານ ວິລັດດາ ວົງ, ຄະນະພັກກະຊວງປ້ອງ ກັນປະເທດ, ຫົວຫນ້າກົມຈັດ ຕັ້ງພັກກົມໃຫຍ່ການເມືອງ ກອງທັບ, ພ້ອມດ້ວຍຄະນະ ພັກ-ຄະນະບັນຊາ ແລະ ຕົວ ແທນອົງການຈັດຕັ້ງມະຫາ ຊົນ ພາຍໃນກົມດັ່ງກ່າວເຂົ້າ ຮ່ວມ.
ໂອກາດດັ່ງກ່າວສະຫາຍ ພົນຈັດຕະວາ ວໍລະສານ ວິ ລັດດາວົງ ໄດ້ລາຍງານໃຫ້ຄະ ນະກວດກາໄດ້ຮັບຊາບກ່ຽວ ກັບການຕີລາຄາແບ່ງປະເພດ ຄຸນນະພາບຂອງສະມາຊິກ ພັກ, ພະນັກງານ ແລະ ອົງ ການຈັດຕັ້ງມະຫາຊົນທີ່ຢູ່ໃນ ຂອບເຂດຄວາມຮັບຜິດຊອບ ຂອງຫນ່ວຍພັກກົມຂອງຕົນ ໂດຍອີງຕາມທິດນຳ ແລະ ແຜນການລວມຂອງຄະນະ ພັກຂັ້ນເທິງ, ສັງລວມ ແລະ ໃຫ້ການຮັບຮອງ ເຊິ່ງການ ເຄື່ອນໄຫວດັ່ງກ່າວແມ່ນຫນຶ່ງ ໃນບັນດາຂະບວນການສຳ ຄັນເພື່ອສ້າງຜົນງານຄຳນັບ ຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 65 ປີ ແລະ ກະກຽມ ໃຫ້ແກ່ການດຳເນີນກອງປະ ຊຸມໃຫຍ່ຂອງພັກໃນທົ່ວກອງ ທັບໃຫ້ມີເນື້ອໃນຄວາມໝາຍ ເລິກເຊິ່ງ.
ຜ່ານຈາກການລາຍງານ ຂອງຫນ່ວຍພັກທີ່ສະເຫນີີຕໍ່  ຫນ່ວຍງານກວດກາໃນຄັ້ງນີ້ ນັ້ນ,  ສັງລວມແລ້ວແຕ່ລະ  ເນື້ອໃນມາດຖານທີ່ນອນຢູ່ ໃນຂອບເຂດຄວາມຮັບຜິດ ຊອບການເມືອງຂອງຫນ່ວຍ ພັກກົມດັ່ງກ່າວລ້ວນແຕ່ບັນ ລຸໄດ້ຄຸນນະພາບແຕ່ 95% ຂຶ້ນໄປ ໃນນັ້ນເດັ່ນກ່ວາຫມູ່ ແມ່ນວຽກງານການນຳພາກໍ່ ສ້າງພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນເຊິ່ງ ບັນລຸໄດ້ 98% ,
ທັດມາແມ່ນວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບ ເຊິ່ງບັນລຸໄດ້ 97%.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...