ກຣານິດ ຊາກາ ເປີດໃຈຫຼັງຍິງຈຸດໂທດບໍ່ເຂົ້າ

0
2251

ກຣານິດ ຊາກາ ມິດຟິວທີມຊາດ ສະວິດເຊີແລນຂອງ ອາຣ໌ເຊນອນ ອອກມາເປີດໃຈຄັ້ງທຳອິດຫຼັງຈາກຍິງລູກໂທດບໍ່ເຂົ້າໃນເກມທີ່ ສະວິດເຊີແລນ ພົບກັບ ໂປແລນ ກ່ອນທີ່ຈະຕົກຮອບ 16 ທີມສຸດທ້າຍໄປ.

ຊາກາ ຕ້ອງພົບກັບຝັນຮ້າຍເພາະເປັນນັກເຕະສະວິດພຽງຄົນດຽວທີ່ຍິງລູກໂທດບໍ່ເຂົ້າ ແລະເຮັດໃຫ້ທີມຊາດຕ້ອງຕົກຮອບ ຈາກການຍິງລູກໂທດທີ່ເສຍໃຫ້ໂປແລນ 4-5.

ຢ່າງໃດກໍຕາມ ກຣານິດ ຊາກາ ມິດຟິວຂອງອາຣ໌ເຊນອນ ກໍອອກມາກ່າວວ່າ:

“ຂ້ອຍຢາກຈະອອກມາຂໍໂທດໝູ່ຮ່ວມທີມທຸກຄົນ ລວມເຖິງແຟນໆທີ່ນຳມາເຊຍຈາກສະວິດເຊີແລນ ຕອນນີ້ຄົນອ້ອມຂ້າງຂ້ອຍເລີ່ມຈະເຂົ້າໃຈ ແລະທຸກຄົນຮູ້ວ່າ ຂ້ອຍຈະກັບມາຢ່າງເຂັ້ມແຂງແນ່ນອນຫຼັງຈາກນີ້”

“ປົກກະຕິຂ້ອຍກໍໄດ້ຮັບໜ້າທີ່ຍິງລູກໂທດຢູ່ແລ້ວ ແຕ່ໃນຈັງຫວະນັ້ນ ຂ້ອຍຮູ້ສຶກວ່າເສຍຫຼັກແລະຍິງບານໄດ້ບໍ່ດີ ແຕ່ມັນກໍບໍ່ເປັນຫຍັງດອກ ຂ້ອຍສັນຍາກັບທຸກຄົນຢູ່ບ່ອນນີ້ເລີຍວ່າຂ້ອຍຈະກັບມາຢ່າງເຂັ້ມແຂງກວ່ານີ້ ແລະຂ້ອຍຈະເຮັດໃຫ້ດີຂຶ້ນໃນການຍິງລູກໂທດຄັ້ງຕໍ່ໄປ”

ທີ່ມາ:Arsenal.in.th,ເດັກລາວ