spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໄມເກຣນ ໄພຮ້າຍໃກ້ຕົວທີ່ເຮົາສາມາດບໍາບັດໄດ້ດ້ວຍຕົວເອງ

ໄມເກຣນ ໄພຮ້າຍໃກ້ຕົວທີ່ເຮົາສາມາດບໍາບັດໄດ້ດ້ວຍຕົວເອງ

Published on

ໄມເກຣນ ແມ່ນອາການເຈັບຫົວມຸບໆເປັນບາດ ທີ່ຂ້ອນຂ້າງຮຸນແຮງ ໂດຍເລີ່ມຈາກບໍລິເວນໃກ້ດວງຕາ (ບໍລິເວນຄິ້ວ) ຫຼື ຂະໝັບຂ້າງໃດຂ້າງໜຶ່ງ ແລະ ມັກເກີດຂຶ້ນຊໍ້າໆ, ບາງຄັ້ງອາດຈະເປັນດົນເຖິງ 3 ມື້ ຈົນຜູ້ທີ່ເຈັບຮູ້ສຶກວ່າທໍລະມານ ແລະ ບໍ່ສາມາດເຮັດຫຍັງໄດ້. ເຊິ່ງເຮົາກໍຮູ້ດີຢູ່ແລ້ວວ່າບໍ່ສາມາດຮັກສາໃຫ້ຫາຍຂາດໄດ້ ວິທີທີ່ດີທີ່ສຸດຄື ການຄົ້ນຫາວ່າປັດໃຈໃດທີ່ກະຕຸ້ນເຮັດໃຫ້ເກີດອາການ ແລ້ວຫຼີກລ່ຽງ

Illustration about headaches 4 type on different area of patient head.

ເປັນໄມເກຣນ ຕ້ອງຫຼີກລ່ຽງຫຍັງແດ່?

ປັດໄຈກະຕຸ້ນໃຫ້ເກີດໄມເກຣນມີທັງປັດໄຈພາຍໃນ ແລະ ປັດໃຈພາຍນອກຂອງຮ່າງກາຍທີ່ຄວນລະມັດລະວັງດັ່ງຕໍ່ໄປນີ້:

  • ອາຫານທີ່ມີສານກະຕຸ້ນໃຫ້ເກີດອາການຂອງໄມເກຣນ: ສານ nitrite ເຊິ່ງພົບໃນ ເບຄອນ, ຣອດດ໋ອກ ແລະ ຊີ້ນໝັກ. ໄທຣາມິນ ພົບໃນວາຍແດງ, ຕັບໄກ່, ອາຫານທີ່ໃຊ້ຢີສ. ແທນນິນພົບຫຼາຍໃນຖົ່ວເປືອກແຂງ, ນໍ້າແອັບເປິ້ນ, ໝາກອະງຸ່ນ, ເບີຣີ້, ຊາ, ກາເຟ ແລະ ວາຍແດງ. ຊັບໄຟລ ທີ່ໃຊ້ໃນການໝັກວາຍ ແລະ ປະສົມໝາກໄມ້ແຫ້ງ. ໂມໂນໂຊດຽມກຣູຕາເມດ ຫຼື ແປ້ງນົວ. ນອກຈາກນັ້ນແລ້ວກໍຍັງມີຊ໋ອກໂກແລັດ, ເນຍແຂງ, ອາຫານທອດ ແລະ ໝາກໄມ້ຈໍາພວກລົດສົ້ມ (ແຕ່ໃນທີ່ນີ້ກໍບໍ່ໄດ້ໝາຍຄວາມວ່າຜູ້ທີ່ເປັນໄມເກຣນຫ້າມບໍລິໂພກອາຫານຈໍາພວກນີ້ ພຽງແຕ່ຫຼຸດຜ່ອນລົງເພື່ອບໍ່ໃຫ້ໄປກະຕຸ້ນຕໍ່ການເກີດອາການປວດໄມເກຣນ).
  • ນໍ້າຕານໃນເລືອດຕໍ່າ: ເນື່ອງຈາກຫິວ ຫຼື ກິນອາຫານທີ່ມີຄາໂບໄຣເດດຂັດຂາວຫຼາຍເກີນໄປ.
  • ຢູ່ໃນພາວະຂາດນໍ້າ.
  • ຄວາມຕຶງຄຽດ ແລະ ຄວາມກະວົນກະວາຍ.
  • ນອນຫຼັບ ຫຼື ພັກຜ່ອນບໍ່ພຽງພໍ.
  • ຢູ່ໃນບ່ອນທີ່ມີແສງແຈ້ງ ຫຼື ໄດ້ຮັບແສງແຈ້ງຈົນເກີນໄປ.
  • ຢູ່ໃນສະຖານທີ່ ຫຼື ຟັງສຽງດັງເກີນໄປ.
  • ການປ່ຽນແປງສະພາບອາກາດ ຫຼື ລະດູການ ອາກາດແຫ້ງ ຫຼື ລົມຮ້ອນ.
  • ການປ່ຽນແປງລະດັບຮໍໂມນ ອາດເນື່ອງມາຈາກການປ່ຽນແປງພາຍໃນຮ່າງກາຍ ຫຼື ການກິນຢາຄຸມ.

ຫາກສາມາດຫຼີກລ່ຽງປັດໄຈດັ່ງກ່າວແລ້ວແຕ່ຍັງມີອາການຢູ່ ສາມາດເລືອກວິທີບໍາບັດດ້ວຍຕົວເອງໄດ້ຫຼາຍວິທີດັ່ງນີ້:

ອາຫານຕ້ານໄມເກຣນ

ເນື່ອງຈາກລະບົບຍ່ອຍ ແລະ ດູດຊຶມ Magnesium ຂອງຜູ້ທີ່ເປັນໄມເກຣນມັກມີປະສິດທີິພາບທີ່ບໍ່ຄ່ອຍດີ ຊ່ວງກ່ອນມີອາການ ຫຼື ກໍາລັງມີອາການປວດໄມເກຣນຈຶ່ງມັກມີປະລິມານ Magnesium ຫຼຸດຕໍ່າລົງ. ອາຫານທີ່ມີ Magnesium ຈຶ່ງຊ່ວຍໃຫ້ຄວາມຖີ່ ແລະ ຄວາມຮຸນແຮງຂອງອາການຫຼຸດຜ່ອນລົງໄດ້ ເຊິ່ງອາຫານທີ່ມີ Magnesium ໄດ້ແກ່: ຜັກໃບຂຽວ, ໝາກຖົ່ວ (ຍົກເວັ້ນໝາກຖົ່ວເປືອກແຂງ ເຖິງຈະມີ Magnesium ສູງ ແຕ່ກໍມີສານແທນນິນທີ່ກະຕຸ້ນໃຫ້ເກີດໄມເກຣນ) ແລະ ໝາກອຶ.

ນອກຈາກ Magnesium ແລ້ວຜູ້ມີອາການໄມເກຣນ ຊຶ່ງມີພະລັງງານສໍາຮອງໃນສະໝອງຂ້ອນຂ້າງຕໍ່າ ຈຶ່ງຕ້ອງການ Riboflavin ຫຼື ວິຕາມິນບີ2 ເພື່ອຊ່ວຍເພີ່ມພະລັງງານສໍາຮອງໃນເຊວສະໝອງ. ອາຫານທີ່ມີ Riboflavin ສູງໄດ້ແກ່: ເຫັດຫອມສົດ ແລະ ຜັກຫວານ.

ບໍາບັດດ້ວຍນໍ້າມັນຫອມລະເຫີຍສູດພິເສດ

ນໍ້າມັນຫອມລະເຫີຍມີສັບພະຄຸນຊ່ວຍໃຫ້ການສື່ສານກັນລະຫວ່າງລະບົບປະສາດຕ່າງໆເຮັດວຽກໄດ້ດີຍິ່ງຂຶ້ນ ທັງຍັງສາມາດປັບຄວາມສົມດຸນຂອງອາລົມ ແລະ ຈິດໃຈໃຫ້ຢູ່ໃນພາວະດີຂຶ້ນອີກ. ວິທີການນໍາເອົານໍ້າມັນຫອມລະເຫີຍມາໃຊ້ໃນການບັນເທົາອາການໄມເກຣນມີດັ່ງນີ້:

  • ນວດດ້ວຍນໍ້າມັນຫອມລະເຫີຍ: ລອງເອົານໍ້າມັນຫອມລະເຫີຍ ( Essential Oil ) ເຊັ່ນ: ເປເປີ້ມິນ ( Peppermint) ທີ່ມີສັບພະຄຸນຊ່ວຍໃຫ້ຮູ້ສຶກສົດຊື່ນ ແລະ ລາເວັນເດີ້ ( Lavender ) ທີ່ຊ່ວຍຫຼຸດຄວາມຄຽດ ແລະ ອາການຊຶມເສົ້າ. ຄວນມີເກັບໄວ້ເປັນສະໝຸນໄພປະຈໍາບ້ານ ເມື່ອຮູ້ຕົວວ່າເລີ່ມມີອາການປວດ ຫຼື ເປັນໄມເກຣນໃຫ້ປະສົມນໍ້າມັນຫອມທັງ 2 ຊະນິດນີ້ຢ່າງລະ 1 ຢົດປະສົມກັບນໍ້າມັນ (sweet almond) 2 ຊ້ອນຊາ ນວດບໍລິເວນຂະມັບ ແລະ ຕົ້ນຄໍເບົາໆ.
  • ປະຄົບດ້ວຍນໍ້າມັນຫອມ ຊ່ວງທີ່ຮູ້ສຶກວ່າມີອາການຄຽດຢ່າງຕໍ່ເນື່ອງ ໃຫ້ໃຊ້ນ້ຳມັນຫອມລະເຫີຍລາເວັນເດີ ຫຼື marjoram ປະມານ 2-3ຢົດ ປະສົມໃສ່ກັບນໍ້າ ແລ້ວເອົາແພມາຈຸ່ມບິດພໍໝາດໆ ແລ້ວນໍາມາປະຄົບໃສ່ບໍລິເວນຂະມັບ ແລະ ໜ້າຜາກທຸກມື້.

ນອກຈາກການປະຄົບດ້ວຍນໍ້າມັນຫອມລະເຫີຍແລ້ວ ການປະຄົບໂດຍໃຊ້ອຸນຫະພູມຂອງນໍ້າທີ່ແຕກຕ່າງກັນກໍຊ່ວຍໃຫ້ອາການເຈັບຫົວບັນເທົາລົງໄດ້.

ປະຄົບຮ້ອນ ແລະ ເຢັນບັນເທົາອາການ

  • ວິທີທີ່ 1 ປະຄົບເຢັນບໍລິເວນໜ້າຜາກ ຫຼື ຄໍ ຖ້າອາການບໍ່ບັນເທົາໃຫ້ປະຄົບຮ້ອນ ແລະ ເຢັນພ້ອມກັນ ໂດຍປະຄົບເຢັນທີ່ໜ້າຜາກ ແລະ ປະຄົບຮ້ອນທີ່ງ່ອນ ປະຄົບແບບນີ້ສະຫຼັບກັນທຸກໆ 2 ນາທີ ສາມາດເຮັດໄດ້ເຖິງ 6 ຮອບ.
  • ວິທີທີ່ 2 ນໍາເອົາຜ້າແພທີ່ແຊ່ໃນນໍ້າອຸ່ນມາວາງໄວ້ບໍລິເວນງ່ອນ ແລ້ວນວດຄໍ, ບ່າໄຫຼ່, ເອົາຜ້າຈຸ່ມນໍ້າອຸ່ນມາຄຶງເບົາເບົາໄວ້ບໍລິເວນຂະໝັບ ຈາກນັ້ນໃຊ້ຜ້າຈຸ່ມນໍ້າເຢັນເຊັດໜ້າ ວິທີນີ້ຊ່ວຍຫຼຸດອາການປວດໄມເກຣນທີ່ມີສາເຫດມາຈາກຄວາມຄຽດ.

ນອກຈາກການປະຄົບແລ້ວ ຍັງມີວິທີການກົດຈຸດທີ່ຊ່ວຍບັນເທົາອາການໄດ້ອີກເຊັ່ນກັນ ເຊິ່ງວ່າການກົດຈຸດເພື່ອບັນເທົາອາການໄມເກຣນມີຢູ່ 3 ຈຸດດ້ວຍກັນນັ້ນກໍຄື:

ມື: ໃຫ້ກົດບໍລິເວນຈຸດທີ່ເຊື່ອມຕໍ່ລະຫວ່າງນິ້ວໂປ້ ແລະ ນິ້ວຊີ້ໃນທາງຊື່ກັບກະດູກນິ້ວໂປ້.

ກ້ານຄໍ: ໃຫ້ກົດຂຶ້ນທາງຂ້າງບໍລິເວນກ້ອງກະໂຫຼກຫົວ ແລະ ກ້ານຄໍ.

ຕີນ: ກົດບໍລິເວນຈຸດທີ່ເຊື່ອມຕໍ່ລະຫວ່າງນິ້ວໂປ້ ແລະ ນິ້ວຊີ້ ໂດຍກົດໄປທາງຝາຕີນ.

ຕົວຊ່ວຍສຸດທ້າຍກໍຄື ຊາສະໝຸນໄພ ບັນເທົາອາການເຈັບປວດ

  • ຮາກໝາກບວບກົມ ຫຼື ໝາກບວບຫຼ່ຽມສົດໜັກ 1 ຂີດຕົ້ມໃສ່ນໍ້າ, ໃສ່ເກືອເລັກຫນ້ອຍ ແລ້ວດື່ມເປັນນໍ້າຊາ.
  • ນໍ້າຂິງຈາກເຫງົ້າຂິງແກ່ ແລະ ນໍ້າຕົ້ມຈາກຕົ້ນກະເພົາແດງອາດຈະຊ່ວຍຫຼຸດອາການປວດຮາກທີ່ມັກເກີດຂຶ້ນກັບອາການເຈັບຫົວໄດ້.
  • ໃຊ້ໝາກ, ຕົ້ນ, ໃບ, ດອກ ແລະ ຮາກຂອງໝາກຕູມມາຕົ້ມຮັບປະທານຊ່ວຍບັນເທົາອາການເຈັບຫົວ, ຕາລາຍ ຫຼື ເປັນວິນໄດ້.

ແຫລ່ງຂ່າວຈາກ: health.mthai.com

ຮູບພາບຈາກ: Daily Express, ajaxblender.com, wiki how

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...