spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໃນ​ທີ່​ສຸດ​ກໍ​ຮູ້ວ່າ ໄຟໄໝ້ຕະຫຼາດທົ່ງຂັນຄຳ​ເກີດ​ຈາກໄຟຟ້າລັດວົງຈອນ

ໃນ​ທີ່​ສຸດ​ກໍ​ຮູ້ວ່າ ໄຟໄໝ້ຕະຫຼາດທົ່ງຂັນຄຳ​ເກີດ​ຈາກໄຟຟ້າລັດວົງຈອນ

Published on

ເຫດໄຟໄໝ້ຕະຫຼາດທົ່ງຂັນຄຳໄດ້ສ້າງຄວາມລະແວສົງໄສ ໃຫ້ກັບຊາວຄ້າ ຂາຍຜູ້ທີ່ໄດ້ຮັບຜົນກະທົບ ແລະ ສັງຄົມທີ່ຄິດວ່າອຸປະຕິເຫດຄັ້ງນີ້ເກີດຈາກການຈົງ ໃຈ, ຈົນໃນທີ່ສຸດກໍຮູ້ວ່າ​​ແມ່ນ​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ ​ດັ່ງທ່ານ ສາຍທອງ ແກ້ວດວງ ດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນຄະນະຮັບຜິດຊອບໃນວຽກງານດັ່ງ ກ່າວໄດ້ອອກມາດຖະແຫຼງຕໍ່ສື່ມວນຊົນ ກ່ຽວກັບສາເຫດຂອງໄຟໄໝ້ຕະຫຼາດທົ່ງ ຂັນຄຳ ແລະ ທິດທາງຊ່ວຍເຫຼືອຊາວຄ້າຂາຍທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງ ກ່າວ​ໃນ​ວັນ​ທີ 15 ພຶດສະພາ​ຢູ່​ຫ້ອງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານຮອງເຈົ້າຄອງຖະແຫຼງວ່າ: ຫຼັງຈາກການສືບ ສວນ ສອບສວນ ແລະ ເກັບກຳຂໍ້ມູນມາ ເປັນເວລາສອງເດືອນກວ່າຈຶ່ງພົບຫຼັກຖານທີ່ສາມາດຢືນຢັນໄດ້ວ່າເຫດການ ໄຟໄໝ້ ຕະຫຼາດທົ່ງຂັນຄຳນັ້ນເກີດຈາກໄຟຟ້າ ລັດວົງຈອນ, ບໍ່ແມ່ນການລັກວາງເພີງ ແລະ ແກ້ງແຍ່ງທາງດ້ານການຄ້າແຕ່ຢ່າງໃດ, ຊຶ່ງໄຟຟ້າລັດ ວົງຈອນດັ່ງກ່າວເກີດຂຶ້ນຢູ່ ເທິງເພດານຂອງຮ້ານນາງຕູ່ ຊຶ່ງເປັນຮ້ານທຳອິດທີ່ຖືກໄຟໄໝ້, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ພົບສາຍໄຟມີການຊັອດກ່ອນຈະເກີດ ແປວໄຟໄໝ້ລາມ ຊຶ່ງເປັນຫຼັກຖານສາມາດຢັ້ງຢືນຕໍ່ເຫດການຄັ້ງນີ້.

 

ທ່ານຮອງເຈົ້າຄອງ​ກ່າວວ່າ: ປັດຈຸບັນພາກສ່ວນກ່ຽວຂ້ອງພວມປຶກສາຫາລືກ່ຽວກັບການຊ່ວຍເຫຼືອຕາມຂັ້ນຕອນ, ຊຶ່ງການຊ່ວຍເຫຼືອເບື້ອງຕົ້ນແມ່ນໄດ້ສ້າງຕະຫຼາດຊົ່ວຄາວຢູ່ຂ້າງສູນການຄ້າລາວໄອເຕັກໃຫ້ຊາວຄ້າຂາຍຂອງຕະຫຼາດທົ່ງ ຂັນຄຳ ສາມາດໄປຄ້າຂ້າໄດ້ໂດຍບໍ່ເສຍຄ່າເຊົ່າ ແລະ ບໍ່ໄດ້ເສຍຄ່ານ້ຳຄ່າໄຟ​ແຕ່​ຢ່າງໃດ, ພ້ອມນັ້ນ ກໍຈະຫາຕົ້ນທຶນໃຫ້ຊາວຄ້າຂາຍໂດຍ ກູ້ຢືມເງິນຈາກທະນາຄານ ໃນອັດຕາດອກເບ້ຍຕ່ຳທີ່ສຸດ, ສ່ວນແຜນການຊ່ວຍເຫຼືອໄລຍະຍາວແມ່ນທາງພາກສ່ວນກ່ຽວຂ້ອງ ຈະສ້າງຕະຫຼາດທົ່ງຂັນຄຳ ຄືນໃໝ່ໃຫ້ເປັນຕະຫຼາດທີ່ທັນສະໄໝ, ຄົບວົງຈອນ ແລະ ໃຫ້ສຳເລັດໄວທີ່ສຸດເພື່ອຊາວຄ້າຂາຍສາ ມາດເຂົ້າໄປຄ້າຂາຍໄດ້ ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ດັ່ງກ່າວຈະໄດ້ຮັບບຸລິມະສິດອັນດັບ 1 ໃນການເຂົ້າໄປຈັບຈອງ​ຫ້ອງຄ້າຂາຍ ຕາມ​ຄວາມຕ້ອງການ, ພ້ອມທັງຈະໄດ້ຮັບສ່ວນຫຼຸດພິເສດ 30% ໃນການເຊົ່າຫຼືຊື້ຫ້ອງຂາຍສິນຄ້າ, ຈຶ່ງຂໍຮ້ອງຮຽນໃຫ້ຊາວ ຄ້າຂາຍມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ​ເຂົ້າ​ມາ​ທຳ​ມາ​ຄ້າຂາຍ ໃນບ່ອນທີ່ໄດ້ຈັດສັນໃຫ້, ບໍ່ຄວນຂາຍສິນຄ້າ​ໄປ​ຢ່າງ​ຊະ​ຊາຍ​ຊຶ່ງມັນຈະ ສ້າງສິ່ງກີດຂວາງໃຫ້ແກ່ການສັນຈອນໄປມາ ​ແລະ ມັນຍັງສ້າງຄວາມບໍ່ຈົບງາມ​ໃຫ້​ແກ່​ຕົວ​ເມືອງຫຼວງ​ນຳອີກ, ສຳລັບຊາວຄ້າ ຂາຍຕະຫຼາດທົ່ງຂັນຄຳທີ່ຕ້ອງການຈະໄປຂາຍສິນຄ້າຢູ່ຕະຫຼາດຊຶ່ງພາກສ່ວນກ່ຽວຂ້ອງຈັດສັນໃຫ້ແມ່ນໃຫ້​ໄປແຈ້ງຊື່ຂອງ​ຕົນ​ເລີ່ມແຕ່ວັນທີ 20 ພຶດສະພານີ້ເປັນຕົ້ນໄປ.

ທີ່ມາ http://laophatthananews.blogspot.com/2014/05/blog-post_2680.html

—————————————————————————

ຂ່າວດຽວກັນ

ຕະຫຼາດ​ທົ່ງ​ຂັນ​ຄຳ ທີ່​ມີ​ອາຍຸ​ເກົ່າ​ແກ່​ປະມານ 20 ກວ່າ​ປີ ໄດ້​ຖືກ​ໄຟ​ໄໝ້​ເມື່ອ​ວັນ​ທີ 26 ມີນາ 2014 ຜ່ານ​ມາ ລວມ​ມີ​ຮ້ານ​ຄ້າ​ທັງ​ໝົດ​ເກືອບ 400 ຮ້ານ ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ເງິນ​ປະມານ 110 ຕື້​ກີບ ຫຼ້າ​ສຸດ ເຈົ້າ​ໜ້າທີ່​ຫາ​ສາເຫດ​ໄດ້​ແລ້ວ ມາ​ຈາກ​ໄຟຟ້າ​ລັດ​ວົງ​ຈອນ ເຊິ່ງ​ລັດຖະບານ​ເຫັນໃຈ ໃຫ້​ຈຳນວນ​ຮ້ານ​ຄ້າ​ທີ່​ຖືກເສຍ​ຫາຍ​ໄປ​ຂາຍ​ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ​ແທນ​ຊົ່ວຄາວ ໂດຍ​ຈະ​ບໍ່​ໄດ້​ມີ​ການ​ເສຍ​ຄ່າ​ເຊົ່າ ໄຟຟ້າ ນ້ຳ​ປະປາ ແລະ ໃດໆທັງ​ນັ້ນ​ເປັນ​ກໍລະນີ​ພິເສດ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ອອກ​ມາ​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ເມື່ອ​ວານ​ນີ້ ເຖິງ​ສາເຫດ​ໄຟ​ໄໝ້​ຕະຫຼາດ​ທົ່ງ​ຂັນ​ຄຳ ລວມ​ທັງ​ນະໂຍບາຍ​ຕໍ່​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ຄັ້ງ​ນີ້​ວ່າ: ເຈົ້າ​ໜ້າທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ນະຄອນຫຼວງ ຮ່ວມ​ມື​ກັບ​ກະຊວງ​ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ທຸກ​ຂັ້ນ ໄດ້​ສອບ​ສວນ-ສືບສວນ​ຫາ​ສາເຫດ​ໄຟ​ໄໝ້​ຕະຫຼາດ​ທົ່ງ​ຂັນ​ຄຳ ເມືອງ​ຈັນທະ​ບູ​ລີ ເມື່ອ​ຕົ້ນ​ລະດູ​ຮ້ອນ​ຂອງ​ປີ​ນີ້ ໂດຍ​ຢືນຢັນ​ວ່າ ແມ່ນ​ເກີດ​ຈາກ​ໄຟຟ້າ​ລັດ​ວົງ​ຈອນ ເນື່ອງ​ຈາກ​ສາຍ​ໄຟ​ທີ່​ໃຊ້​ງານ​ມາ​ດົນ​ແລ້ວ ຕັ້ງແຕ່​ເລີ່ມ​ມີ​ການ​ສ້າງ​ຕະຫຼາດ​ແຫ່ງ​ນີ້​ຂຶ້ນ​ມາ ບໍ່​ແມ່ນ​ການ​ແບ່ງ​ແຍກ​ສະຖານທີ່ ຫຼື​ເປັນ​ການ​ຕັ້ງໃຈ​ໃຫ້​ເກີດ​ຂອງ​ບຸກຄົນ​ໃດ​ໜຶ່ງ ເພາະວ່າ​ສັນຍາ​ຂອງ​ຕະຫຼາດ​ດັ່ງກ່າວ​ຍັງ​ເຫຼືອ​ອີກ 1 ປີ ຈາກ​ທີ່​ສຳ​ປະທານ​ຍາວ 15 ປີ.

ໂດຍ​ທ່ານ​ຮອງ​ເຈົ້າ​ຄອງ ກ່າວ​ວ່າ: ຈຸດ​ເລີ່ມ​ຕົ້ນ​ຂອງ​ເຫດການ​ຄັ້ງ​ນີ້ ແມ່ນ​ເກີດ​ຈາກ​ໄຟ​ໄໝ້​ມາ​ຈາກ​ເທິງ​ເພດານ​ຮ້ານ​ນາງ ຕູ່ ແລະ ລາມ​ມາ​ຫາ​ຮ້ານ​ທີ່​ຂາຍ​ໝາກ​ກະໂພກ ບັ້ງໄຟ​ຈຳນວນ​ຫຼາຍ ແລະ ບັ້ງ​ແກັສ ທ່າມກາງ​ຄວາມ​ແອ​ອັດ​ຂອງ​ຕະຫຼາດ​ທີ່​ເກີນ​ຂະໜາດ​ຄວາມ​ຈຸ ເຮັດ​ໃຫ້​ແປວໄຟ​ແພ່​ໄປ​ໄວວາ​ເກີນ​ກວ່າ​ເຈົ້າ​ໜ້າທີ່​ຈະ​ຄວບ​ຄຸມ​ໄວ້​ທັນ ສ່ວນ​ຄວາມ​ເສຍ​ຫາຍ​ທັງ​ໝົດ ເຈົ້າ​ໜ້າທີ່​ກຳລັງ​ຮິບ​ໂຮມ​ຫຼັກ​ຖານ ສະເໜີ​ໃຫ້​ສານ​ເພື່ອ​ຫາ​ຜູ້​ຮັບຜິດຊອບ.

ທັງ​ນີ້ ບໍລິສັດ ລາວ​ເວີນ ເຈົ້າ​ຂອງ​ດຽວ​ກັບ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ທີ່​ຮັບ​ຊ່ວງ​ສຳ​ປະທານ​ເປັນ​ເວລາ 50 ປີ ໃນ​ເນື້ອທີ່​ຄວາມ​ກວ້າງ​ຂອງ​ຕະຫຼາດ​ທົ່ງ​ຂັນ​ຄຳ ທີ່​ມີ​ປະມານ 1 ເຮັກຕາ​ກວ່າ ໃຫ້​ເປັນ​ຕະຫຼາດ​ຍຸກ​ໃໝ່ ຄວາມ​ສູງ 6 ຊັ້ນ ມີ​ສະຖານທີ່​ຈອດ​ລົດ ຈະ​ໃຊ້​ເວລາ​ໃນ​ການ​ກໍ່ສ້າງ 1 ປີ​ກັບ 3 ເດືອນ (ທ້າຍ​ປີ 2015) ສຳເລັດ ຈະ​ໃຫ້​ຈຳນວນ​ເຈົ້າ​ຂອງ​ຮ້ານ​ຄ້າຂາຍ​ທີ່​ຖືກເສຍ​ຫາຍ ເຂົ້າ​ໄປ​ຂາຍ​ໃນ​ຕະຫຼາດ​ແຫ່ງ​ໃໝ່ ທີ່​ກຳລັງ​ຈະ​ມີ​ການ​ກໍ່ສ້າງ​ໃນ​ມໍ່ໆ​ນີ້ ໂດຍ​ຈະ​ມີ​ສ່ວນ​ຫຼຸດ​ໃຫ້ 30% ຂອງ​ຄ່າ​ເຊົ່າ​ທັງ​ໝົດ.

ຢ່າງໃດ​ກໍ່​ດີ ໃນ​ໄລຍະ​ທີ່​ມີ​ການ​ກໍ່ສ້າງ​ອາຄານ ບໍລິສັດ ລາວ​ເວີນ ໄດ້​ຕົກລົງ​ໃຫ້​ຈຳນວນ​ຮ້ານ​ຄ້າ​ທີ່​ຖືກ​ເຄາະ​ຮ້າຍ​ເຫຼົ່ານັ້ນ ໄປ​ວາງ​ຂາຍ​ສິນຄ້າ​ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ​ຊົ່ວຄາວ ໂດຍ​ບໍ່​ມີ​ການ​ເກັບ​ຄ່າ​ໃດໆທັງ​ນັ້ນ ແມ່ນ​ແຕ່​ຄ່າ​ໄຟຟ້າ ແລະ ນ້ຳ​ປະປາ (ທຸກ​ຢ່າງ​ບໍ່​ມີ​ການ​ເສຍ​ຄ່າ) ເຊິ່ງ​ກຳນົດ​ໃຫ້​ໄປ​ສະເໜີ​ໂຕ​ບໍ່​ກາຍ​ວັນ​ທີ 1 ເດືອນ​ມິຖຸນາ (ເດືອນ​ໜ້າ) ສ່ວນ​ການ​ຫາ​ນະໂຍບາຍ​ອື່ນ ເຊັ່ນ: ເລື່ອງ​ການ​ຫາ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ ຫຼື ບໍ່​ມີ​ດອກ​ເບ້ຍ ທາງ​ເຈົ້າ​ໜ້າທີ່​ກ່ຽວຂ້ອງ ກຳລັງ​ກຽມ​ຫາລື​ກັບ​ບັນດາ​ທະນາຄານ​ໃນ​ອັນ​ດັບ​ຕໍ່​ໄປ.

ທີ່ມາ http://www.vientianemai.net/teen/khao/1/11815

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...