spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ

Published on

280px-Second_Thai–Lao_Friendship_Bridge-Thai_entrance-close_up
ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ ໄດ້ຈັດຂຶ້ນວັນທີ 16 ກຸມພາ 2013 ຢູ່ທີ່ຈຸດສ້າງຂົວແຫ່ງດັ່ງກ່າວ
ເບື້ອງຝ່າຍລາວ ແລະ ມຽນມາ ເຊິ່ງມີທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງແຫ່ງ
ສປປ ລາວ ທ່ານ ຈໍລິນ ລັດຖະມົນຕີວ່າການກະຊວງກໍ່ສ້າງແຫ່ງສະພາບ (ສ.ສ ມຽນມາ) ທ່ານ ດຣ. ພິມມະສອ ເລືອງຄຳມາ
ເຈົ້າແຂວງຫຼວງນ້ຳທາ ທ່ານ ຊາວ ອອງ ມຽດ ເຈົ້າຄອງລັດສານ ທ່ານທູດລາວ ແລະ ມຽນມາ ບັນດາຜູ້ຕາງໜ້າກະຊວງກ່ຽວ
ຂ້ອງ ອຳນາດການປົກຄອງທ້ອງຖິ່ນ ບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍຄືແຂກຖືກເຊີນຂອງລາວ ແລະ ມຽນມາເຂົ້າຮ່ວມ.
ທ່ານ ໄຊສົງຄາມ ມະໂນທັມ ຫົວໜ້າໂຄງການດັ່ງກ່າວໄດ້ກ່າວວ່າ: ເພື່ອຕອບສະໜອງຕາມຄວາມມຸ່ງມາດປາຖະໜາຂອງລັດຖະ
ບານ ແລະ ປະຊາຊົນສອງຊາດ ລາວ-ມຽນມາ ທີ່ຕ້ອງການໃຫ້ມີການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ແນໃສ່
ສົ່ງເສີມສາຍພົວພັນ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ໃຫ້ໄດ້ຮັບການພັດທະນາໃຫ້ດີຍິ່ງຂຶ້ນ ໃນໄລຍະຜ່ານມາ ຜູ້ນຳສູງສຸດ
ຂອງສອງປະເທດ ຈຶ່ງໄດ້ມີວິໄສທັດຮ່ວມກັນ ກຳນົດໃຫ້ຄົ້ນຄວ້າກໍ່ສ້າງຂົວຂ້າມນ້ຳຂອງລະຫວ່າງຊຽງກົກ ສປປ ລາວ ແລະ ຊຽງ
ລຽບ ສ.ສ ມຽນມາ ເຊິ່ງຕັ້ງຢູ່ຈຸດທີ່ມີຄວາມໝາຍສຳຄັນ ບົນເສັ້ນທາງເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງ ເຊິ່ງບໍ່ສະເພາະແຕ່ ສປປ
ລາວ ແລະ ສ.ສ ມຽນມາ ແຕ່ຍັງລວມທັງປະເທດໃນອະນຸພາກພື້ນອີກດ້ວຍ.
ໂຄງການດັ່ງກ່າວແມ່ນໝາກຜົນຂອງການຮ່ວມມືລະຫວ່າງລັດຖະບານສອງປະເທດ ເຊິ່ງໃນລະຫວ່າງການຢ້ຽມຢາມ ສປປ ລາວ
ຂອງພະນະທ່ານ ເທັນ ເຊັນ ປະທານາທິບໍດີແຫ່ງ ສ.ສ ມຽນມາ ຕາມການເຊື້ອເຊີນຂອງພະນະທ່ານ ຈູມມາລີ ໄຊຍະສອນ ປະ
ທານປະເທດແຫ່ງ ສປປ ລາວ ໃນວັນທີ 22 ມີນາ 2012 ທັງສອງຝ່າຍໄດ້ລົງນາມໃນສັນຍາລະຫວ່າງລັດຖະບານ ວ່າດ້ວຍການ
ກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ມຽນມາ ຫຼັງຈາກນັ້ນ ກະຊວງກ່ຽວຂ້ອງທັງສອງຝ່າຍ ກໍໄດ້ດຳເນີນການສຳຫຼວດ ແລະ
ອອກແບບຮ່ວມມກັນມາ ແຕ່ເດືອນພຶດສະພາ 2012 ເປັນຕົ້ນມາ ມາເຖິງປັດຈຸບັນ ການອອກແບບຂົວໄດ້ສຳເລັດ ແລະ ການກໍ່
ສ້າງຂົວແຫ່ງນີ້ແມ່ນພ້ອມແລ້ວ.
ຂົວມິດຕະພາບ ລາວ-ມຽນມາ ມີທີ່ຕັ້ງຢູ່ບ້ານຫ້ວຍກຸ່ມ ປະມານ 15 ກິໂລແມັດ ຫ່າງຈາກບ້ານຊຽງກົກ ໄປທາງທິດເໜືອຂຶ້ນກັບ
ເມືອງລອງ ແຂວງຫຼວງນ້ຳທາ ປະມານ 500 ກິໂລແມັດ ທາງໃຕ້ຂອງບ້ານຊຽງລຽບ ເມືອງທ່າຂີ້ເຫຼັກ ລັດສານ ສ.ສ ມຽນມາ ຂົວ
ດັ່ງກ່າວຫ່າງຈາກນະຄອນຫຼວງວຽງຈັນ 698 ກິໂລແມັດ ຫ່າງຈາກນະຄອນຫຼວງນາປີຕໍ 940 ກິໂລແມັດ ຫ່າງຈາກນະຄອນຫຼວງ
ຮ່າໂນ້ຍ 1.020 ກິໂລແມັດ ແລະ ຫ່າງຈາກຊາຍແດນ ມຽນມາ-ອິນເດຍ-ບັງກະລາເດດ 1.868 ກິໂລແມັດ.
ຂົວມິດຕະພາບ ລາວ-ມຽນມາ ມີຄວາມຍາວທັງໝົດ 691,6 ແມັດ ກວ້າງ 10,9 ແມັດ ມີທາງລົດແລ່ນ 2 ຄອງ ກວ້າງ 8,5
ແມັດ ທາງຍ່າງ 2 ເບື້ອງ ກວ້າງເບື້ອງລະ 1,2 ແມັດ ເປັນຂົວທີ່ມີຂາງປະສົມ ເຊິ່ງມີຂາງເຫຼັກຍາວ 360 ແມັດ ສູງ 12 ແມັດ
ຢູ່ທາງກາງ (ຢຸ່ວັງ) ແລະ ເບຕົງອັດແຮງ ຍາວ 331,6 ແມັດ ຢູ່ທາງຝັ່ງຂົວແຫ່ງນີ້ ແມ່ນໄດ້ອອກແບບໃຫ້ຮັບນ້ຳໜັກລົດບັນທຸກ
10 ລໍ້ໄດ້ 75 ໂຕນ ຮັບແຮງສັ່ນຂອງແຜ່ນດິນໄຫວໄດ້ໃນລະດັບ 7,0 ຣິກເຕີລົງມາ ແລະ ກຳປັ່ນ 500 ໂຕນ ສາມາດລອດ
ຜ່ານໄປໄດ້.
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ ແຫ່ງນີ້ ແມ່ນມີມູນຄ່າທັງໝົດ 18 ລ້ານໂດລາສະຫະລັດ ຫຼື ປະມານ 144 ຕື້ກີບ
ໂດຍຈະນຳໃຊ້ງົບປະມານຂອງລັດຖະບານສອງປະເທດ ແລະ ການກໍ່ສ້າງຈະໃຫ້ສຳເລັດພາຍໃນໄລຍະເວລາ 30 ເດືອນ ນັບແຕ່ມື້
ວາງສີລາລຶກເປັນຕົ້ນໄປ ຮອດວັນທີ 15 ສິງຫາ 2015 ແລະ ການກໍ່ສ້າງຈະແບ່ງເຄິ່ງກັນກໍ່ສ້າງສອງສົ້ນເຂົ້າຫາກັນ ເພື່ອເຊື່ອມ
ຈອດກັນ ເຊິ່ງຝ່າຍລາວເຮົາເຈົ້າຂອງໂຄງການແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ວິສາວະກອນທີ່ປຶກສາລັດວິສາຫະກິດ ວິ
ສະວະກຳຄົມມະນາຄົມ ລັດວິສາຫະກິດສຳຫຼວດອອກແບບ ແລະ ວິໄຈວັດສະດຸກໍ່ສ້າງ ແລະ ບໍລິສັດ ລາວຄອນເຊົາຕິງ ກຣຸບ ຜູ້
ຮັບເໝົາ ບໍລິສັດ ປະສົມລາວຮ່ວມກໍ່ສ້າງ (ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ລັດວິສາຫະກິດກໍ່ສ້າງທາງເລກ 8 ລັດວິສາຫະກິດ
ກໍ່ສ້າງທາງເລກ 20 ບໍລິສັດ ຄູນໄຊພັດທະນາກໍ່ສ້າງ ຈຳກັດ ບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ແລະ ບໍລິສັດ ຈະເລີນກໍ່ສ້າງ ຈຳ
ກັດ).
ພາຍຫຼັງສຳເລັດໂຄງການກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ ຂົວດັ່ງກ່າວຈະກາຍເປັນສັນຍະລັກແຫ່ງສາຍພົວພັນການຮ່ວມມື
ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ ລາວ-ມຽນມາ ໂດຍຈະເຊື່ອມຕໍ່ທາງຫຼວງເລກທີ 17 ຂອງລາວ ເຂົ້າກັບ
ທາງຫຼວງເລກທີ 4 ຂອງມຽນມາ ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃນການໄປມາຫາສູ່ ແລະ ຄ້າຂາຍນຳກັນ ເຊິ່ງນຳ
ເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນທັງສອງຊາດ ລວມທັງບັນດາປະເທດໃນອະນຸພາກພື້ນ ໂດຍສະເພາະ ລະຫວ່າງ
ລາວ-ມຽນມາ-ຫວຽດນາມ ແລະ ສປ ຈີນ ແລະ ອາດຈະຂະຫຍາຍໄປສູ່ອິນເດຍ ແລະ ບັງກະລາເດດ ອີກດ້ວຍ ໂດຍຜ່ານທາງ
ຫຼວງເລກທີ 17-13 ແລະ 2E ຂອງລາວ ແລະ ທາງຫຼວງເລກ 4 ຂອງມຽນມາ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...