spot_img
Homeຂ່າວພາຍ​ໃນແຂວງສະຫວັນນະເຂດຮັບຮອງ ບໍ່ຄໍາ-ທອງເຊໂປນ ເປັນເຂດສີຂຽວ ທີ່ບໍ່ມີຜູ້ຕິດເຊື້ອຄົບ 30 ວັນ

ແຂວງສະຫວັນນະເຂດຮັບຮອງ ບໍ່ຄໍາ-ທອງເຊໂປນ ເປັນເຂດສີຂຽວ ທີ່ບໍ່ມີຜູ້ຕິດເຊື້ອຄົບ 30 ວັນ

Published on

ແຂວງ​ສະ​ຫວັນ​ນະ​ເຂດ​ ໄດ້ອອກ​ໜັງ​ສື​ຮັບ​ຮອງ ບໍ່​ຄຳ​-ທອງ​ເຊ​ໂປນ ຂອງ​ບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ​ເປັນ​​ເຂດ ‘ສີ​ຂຽວ’ ພາຍຫຼັງ​ 30 ວັນ ທີ່ບໍ່​ພົບ​ກໍ​ລະ​ນີ​​ຕິດ​ເຊື້ອ​ COVID-19 ໃໝ່ ໃນຂົງ​ເຂດ​ໂຄງ​ການ.

ນັບ​ຕັ້ງ​ແຕ່​ພົບ​ກໍ​ລະ​ນີຢັ້ງ​ຢືນ​ຕິດ​ເຊື້ອ​ທຳ​ອິດ ໃນ​ວັນ​ທີ 22 ສິງ​ຫາ, ບໍ່​ຄຳ-ທອງ​ ເຊ​ໂປນ ​ມີ​ການ​ລາຍ​ງານກໍ​ລະ​ນີ​ຕິດ​ເຊື້ອສະ​ສົມ​ທັງ​ໝົດ 33 ຄົນ ໃນ​ນັ້ນ​ເປັນ​ຜູ້​ຮັບ​ເໝົາ 25 ຄົນ ແລະ ພະ​ນັກ​ງານບໍ​ລິ​ສັດ ລ​ຊມ​ລ 8 ຄົນ. ທຸກໆ​ກໍ​ລະ​ນີ​ແມ່ນ​ຕິດ​ພັນ​ກັບກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ເບື້ອງ​ຕົ້ນ​ ໃນ​ຜູ້​ຮັບ​ເໝົາ​ຂົນ​ສົ່ງ​ ແລະ ຫຼາຍ​ກໍ​ລະ​ນີກໍ່​ໄດ້​ກວດ​ພົບ​ຢູ່ນອກ​ສະ​ໜາມ ດ້ວຍ​ການ​ດຳ​ເນີນ​ມາດ​ຕະ​ການກວດ​ເຊື້ອ COVID-19 ແລະ ຈຳ​ກັດ​ບໍ​ລິ​ເວນ.

ບຸກ​ຄົນ​ທີ່​ຕິດ​ເຊື້ອ​ແມ່ນ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​​ປົວຢູ່​ສູນ​ປິ່ນ​ປົວ ທີ່​ພາກ​ລັດ​ກຳ​ນົດ ແລະ ທຸກ​ຄົນ​ແມ່ນ​ໄດ້​ປິ່ນ​ປົວ​ຫາຍ​ດີຢ່າງ​ປອດ​ໄພ ໂດຍ​ໄດ້​ສືບ​ຕໍ່ ຈຳ​ກັດ​ບໍ​ລິ​ເວນ 14 ວັນ​ຢູ່​ສູນ​ຈຳ​ກັດ​ບໍ​ລິ​ເວນ​ ​ທີ່​ລັດ​ຖະ​ບານ​ກຳ​ນົດໃຫ້​ ແລະ ຍັງ​ໄດ້​ກັກ​ຕົວ​​ຢູ່​ເຮືອນ​ຂອງ​ຕົນເອງ ຕື່ມ​ອີກ 14 ວັນ. ນັບ​ຕັ້ງ​ແຕ່ ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ທຳ​ອິດ​​​, ບໍ​ລິ​ສັດ ລ​ຊມ​ລ ກໍ່ໄດ້​ດຳ​ເນີນ​ການກວດ​ເຊື້ອ COVID-19 ຫຼາຍກວ່າ 15.500 ຕົວ​ຢ່າງ ໃຫ້​ແກ່​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ ລ​ຊມ​ລ ​ທຸກໆ​ຄົນ ແລະ ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ເພີ່ມ​ຕື່ມ. ລ​ຊມ​ລ ຍັງ​ສະ​ໜອງ​ການກວດ​ເຊື້ອ​ໃຫ້​ແກ່​ຊຸມ​ຊົນ​ທ້ອງ​ຖິ່ນ​ເຊັ່ນ​ກັນ.

ໃນ​ຂະ​ນະ​ທີ່ ​​​ການລ໋ອກ​ດາວທີ່​ຍືດ​ຍາວ ແລະ ຂໍ້​ຈຳ​ກັດ​ຕ່າງໆທີ່​ໄດ້ສົ່ງຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ, ເຮັດ​ໃຫ້ພວກ​ເຮົາ​ຫ່າງ​ໄກ​ຈາກ​ຄອບ​ຄົ​ວ ແລະ ຈາກກິດ​ຈະ​ກຳ​ທີ່​ມັກ​ຮັກ​ຕ່າງໆ, ​ກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ​ ຢູ່ ສ​ປ​ປ ລາວ ກໍຍັງ​ຄົງ​ສືບ​ຕໍ່​ແຜ່​ລະບາດໃນ​ວົງ​ກວ້າງ ແລະ  ບໍ​ລິ​ສັດ ລ​ຊມ​ລ ກໍ​ສືບ​ຕໍ່ ປະ​ຕິ​ບັດ​ຕາ​ມາດ​ຕະ​ການປ້ອງ​ກັນ COVID-19 ຢ່າງ​ສະ​ໝ່ຳ​ສ​ະເໝີ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ຂອງ​ພະ​ນັກ​ງານ, ຜູ້​ຮັບ​ເໝົາ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ.

ບໍ​ລິ​ສັດ ລ​ຊມ​ລ ​ໄດ້ຍົກ​ລະ​ດັ​ບມາດ​ຕະ​ການ​ດ້ານ​ສຸ​ຂະ​ອະ​ນາ​ໄມ​, ​ການຈຳ​ກັດ​ບໍ​ລິ​ເວນ, ​ການຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ​ການກວດ​ຫາເຊື້ອຢ່າງ​ຕັ້ງໜ້າ​ ແລະ ທັນ​ການ ທີ່​ສອດ​ຄ່ອງ​ກັບ​ການ​ປ້ອງ​ກັນ ແລະ ຮັບ​ມື​ການ​ລະ​ບາດທີ່​ລັດ​ຖະ​ບານວາງ​ອອກ ເພື່ອ​ໃຫ້​ສາ​ມາດລະ​ບຸ​ແຫຼ່ງ​ທີ່​ມາ​ຂອງການ​ຕິດ​ເຊື້ອ ແລະ ແຍກ​ປ່ຽວ​ກໍ​ລະ​ນີ​ສ່ຽງ ໃນ​ທັນ​ທີ ເພື່ອຕັດ​ວົງ​ຈອນ​ການ​ຕິດ​ເຊື້ອ. ​ຕອນ​ທີ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ຢູ່​ພາກ​ສະ​ໜາມ, ບໍ​ລິ​ສັດ ໄດ້ ລ໋ອກ​ດາ​ວ​ພາກ​ສະ​ໜາມທັນ​ທີ ແລະ ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ອຳ​ນາດ​ການ​ປົກ​ຄອງ​ເມືອງ, ແຂວງ ແລະ ຂັ້ນ​ສູນ​ກາງ ເຊັ່ນ​ດຽວ​ກັບ​ຜູ້​ຮັບ​ເໝົາ​ທ້ອງ​ຖິ່ນ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດໃນ​ວົງ​ກວ້າງ.

ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸ​ກ​ແຂວງ​ສະ​ຫວັນ​ນະ​ເຂດ, ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ   ລ​ຊມ​ລ 5,000 ຄົນ (99% ຂອງ​ແຮງ​ງານ​ທັງ​ໝົດ) ແມ່ນ​ໄດ້​ຮັບ​ວັກ​ຊີນ​ຕ້ານ COVID-19. ທຸ​ກ​ຄົນ​ທີ່​ຈະ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ, ຫ້ອງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດ ແມ່ນ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ. 

ບໍ​ລິ​ສັດ ລ​ຊມ​ລ ມີ​ຄວາມ​ມຸ່ງ​ໝັ້ນ​ເຮັດ​ວຽກ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ ລັດ​ຖະ​ບານ ເພື່ອ​ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ COVID-19 ໂດຍໄດ້​ສະ​ໜອງ​ເຄື່ອງ​ມື​ກວດ​ເຊື້ອ​ COVID-19 ແບບ​ໄວ​ອັງ​ຕີ​ເຈນ ພ້ອມ​ທັງສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ ແລະ ສະ​ໜອງ​ທຶນ​ໂດຍ​ກົງ ​ໃຫ້​ແກ່​ເມືອງ​ວິ​ລະ​ບູ​ລີ ​ໃນ​ການ​ກະ​ກຽມ​ໂຮງ​ໝໍ​ພາກ​ສະ​ໜາມ ພ້ອມ​ທັງ​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ​ ໃນ​ການ​ຍົກ​ລະ​ດັບ​ສູນ​ຈຳ​ກັດ​ບໍ​ລິ​ເວນ ແລະ ເຄື່ອງກວດ​ເຊື້ອ​ແບບ PCR ເຂົ້າ​ໃນວຽກ​ງານ​ຂອງ​ແຂວງ ​ເພື່ອ​ປົກ​ປ້ອງ​ປະ​ຊາ​ກອນ ໃຫ້​ສາ​ມາດຫຼີກ​ເວັ້ນ​​ຈາກ​ການ​ລະ​ບາດ​ຂອງພະ​ຍາດ COVID-19. ມາ​ຮອດ​ປັດ​ຈຸ​ບັນ, ​ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນ ໃຫ້​ແກ່ລັດ​ຖະ​ບາ​ນາໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ​ບາດ​ພະ​ຍາດ COVID-19 ຄິດ​ເປັນ​ຈຳ​ນວນ​ທັງ​ໝົດ US$450.000. 

ນັບຕັ້ງ​ແຕ່​ໄດ້​ເລີ່ມ​ດຳ​ເນີນ​ງານ​ ໃນ​ປີ 2003, ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ US$1.5 ຕື້​ ເພື່ອເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ ບວກ​ກັບ ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ທີ່​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ​ໂດຍຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ​ ແລະ ​ການພັດ​ທະ​ນາ​ສີ​ມື​ແຮງ​ງານ ກໍ​ຄື ສະ​ໜັບ​ສະ​ໜູນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ້ອງ​ຖິ່ນ ​ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສ​ປ​ປ ລາວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...