spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຮັດແນວໃດດີ ເມື່ອຄຳພົບກ້ອນຊີ້ນທີ່ເຕົ້ານົມ

ເຮັດແນວໃດດີ ເມື່ອຄຳພົບກ້ອນຊີ້ນທີ່ເຕົ້ານົມ

Published on

         600_9

ຕ້ອງ​ຍອມ​ຮັບ​ແທ້ໆ ວ່າດຽວ​ນີ້​ຜູ້ຍິງ​ຕ້ອງ​ພົບກັບ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ ເຊິ່ງ​ເປັນ​ພະຍາດ​ທີ່​ ເປັນຕາ​ຢ້ານ​ອັນ​ດັບ​ຕົ້ນໆກັນ​ຫລາຍ​ຂຶ້ນ ແຕ່​ການ​ສັງເກດ​ຕົນ​ເອງ​ເພື່ອຈະ​ໄດ້​ປິ່ນປົວ​ຢ່າງ​ທ່ວງ​ທັນກ່ອນ ຖື​ວ່າ​ເປັນ​ເລື່ອງ​ທີ່​ດີ​ ສະ​ນັ້ນ​​ສາວໆ ຄວນ​ຈະ​ຄຳ​ເຕົ້ານົມ​ຕົນເອງ​ເພື່ອ​ເຊັກ​ເບິ່ງ​ວ່າ ​ມີ​ກ້ອນ​​ແປກໆ ຫລື ບໍ່ ແຕ່​ຖ້າ​ເກີດ​ຄຳ​ເຫັນ​ຂຶ້ນ​ມາ​ຈະ​ເຮັດ​ຢ່າງໃດ​ຕໍ່ໄປ​ດີ ມື້​ນີ້​ ​ໄດ້​ນຳ​ວິທີ​ປະຕິບັດ​ຕົນເມື່ອ​ຄຳ​ພົບ​ກ້ອນ​ເນື້ອທີ່​ເຕົ້າ​ນົມມາ​ຝາກ​ແລ້ວ ລອງ​ເຮັດ​ຕາມ​ນີ້​ເບິ່ງ​
1. ຢ່າ​ຕື່ນຕົກໃຈເມື່ອ​ຄຳ​ໄປ​ທີ່​ເຕົ້ານົມແລ້ວ​ພົບກ້ອນ​​ແປກໆ ກໍ​ຢ່າ​​ຕົກ​ໃຈ​ຫລາຍ​ເກີນ​ໄປ ເພາະ​ຄວາມ​ກັງ​ວົນ​ ຍິ່ງ​ເຮັດໃຫ້​ຮ່າງກາຍ​ ບໍ່ດີຫລາຍກວ່າ​ເກົ່າ ​ແລະ ​ໂອ​ກາດ​ທີ່​ມັນ​ຈະ​ເປັນກ່ອນເນື້ອາ​ທີ່​ບໍ່​ອັນຕະລາຍ​ກໍ່​ມີ​ຢູ່ ເຊິ່ງ​ພວກ​ກ້ອນ​ເນື້ອເຫລົ່າ​ນີ້ ໂດຍ​ສ່ວນຫລາຍ​ຈະ​ມາ​ປາກົດ​ຕົວ​ໃນ​ໄລຍະມີ​ປະຈຳ​ເດືອນ​ຂອງ​ທ່ານ ​ແລະ ​ຈະ​ລະ​ລາຍ​ຫາຍ​ໄປ​ໃນ​ທີ່ສຸດ ແຕ່​ຖ້າ​ອົດ​ຄິດ​ວິ​ຕົກ​ກັງ​ວົນ​ບໍ່​ໄດ້​ແທ້ໆ ກໍ​ຮີບ​ໄປ​ໂຮງໝໍ
    2.  ໄປ​ພົບ​ແພດ ຖ້າ​ຫາກ​ພົບກ້ອນ​ຊີ້ນແປກໆ ທີ່​ເຕົ້ານົມ​ແລ້ວ​ຢ້ານ​ ຫລື ​ກັງ​ວົນ​ຕະຫລອດ​ເວລາ ໃຫ້​ຮີບ​ໄປ​ພົບ​ໝໍ ​ເພື່ອ​ກວດ​ຫາ​ສາ​ເຫດ​ທີ່​ແທ້​ຈິງ​ຂອງ​ກ້ອນ​ເນື້ອນັ້ນ ເພາະ​ແນ່ນອນ​ແລ້ວ​ແພດ​ກໍ​ຈະ​ຮູ້​ຂໍ້​ມູນ​ກ່ຽວກັບ​ກ້ອນ​ເນື້ອ ຮູ້​ວ່າ​ຂະໜາດ ຫລື ​ທິດ​ທາງ​ການ​ເຄື່ອນ​ຕົວ​ຂອງ​ມັນ​ເປັນ​ຢ່າງໃດ ແລ້ວ​ຈະ​ພິຈາລະນາ​ອອກ​ມາ​ໃຫ້​ທ່ານ​ຮູ້​ໄດ້​ຢ່າງ​ທັນທີ ຖ້າຫາກ​ເປັນ​ພະຍາດ​ຮ້າຍ​ກໍ​ຈະ​ໄດ້​ປິ່ນປົວ​ຕໍ່ໄປ ແຕ່​ຖ້າ​ຫາກ​ບໍ່​ມີ​ຫຍັງ​ອັນຕະລາຍ​ທ່ານ​ກໍ​ຈະ​ໄດ້​ສະບາຍ​ໃຈ​ໄດ້

3.  ເຮັດ​ແບບ​ທົດສອບ​ວິ​ນິດໄສ ໃນ​ການ​ພິຈາລະນາ​ຫາ​ສາ​ເຫດ​ຂອງ​ກ້ອນ​ຊີ້ນ​ນັ້ນ ທ່ານອາດຈະ​ຕ້ອງ​ເຮັດ​ ແມມ​ໂມ​ແກມ ເອັກຊະ​ເລ ເພື່ອ​ກວດ​ຫາ​ມະ​ເຮັງ​ເຕົ້າ​ນົມ ເຊິ່ງ​ຈະ​ເຮັດໃຫ້​ຮູ້​ວ່າ​ກ້ອນ​ຊີ້ນນັ້ນ​ປົກກະຕິ​ຫລື ບໍ່​ປົກກະຕິ ໂດຍ​ການເຮັດ​ແບບ​ທົດສອບ​ພິຈາລະນາ​ຈະໃຫ້​ຄຳ​ຕອບ​ໄດ້ 3 ແບບ ຄື ກ້ອນ​ຊີ້ນ​ນັ້ນ​ບໍ່ແມ່ນ​ມະ​ເຮັງ ແລະ​ ຕ້ອງ​ກໍ່ການ​ຕັດ​ເນື້ອ​ເຍື່ອ​ໄປ​ກວດ​ພິຈາລະນາ​ພະຍາດ​ຕໍ່ໄປ ຖ້າ​ຜົນ​ອອກ​ມາ​ວ່າ​ ກ້ອນ​ຊີ້ນ​ນັ້ນ​ອາດ​ບໍ່ແມ່ນ​ມະ​ເຮັງ ເຈົ້າ​ກໍ​ຕ້ອງ​ກັບ​ໄປ​ເຮັດ​ແບບ​ທົດສອບ​ພິຈາລະນາ​ອີກ​ຄັ້ງ​ໃນ​ອີກ 6 ເດືອນ​ຂ້າງ​ໜ້າ

4. ຕັດ​ເນື້ອ​ເຍື່ອ​ໄປ​ກວດ ການ​ຕັດ​ເນື້ອ​ເຍື່ອ​ໄປ​ກວດ ເປັນ​ສິ່ງ​ທີ່​ຈຳ​ເປັນ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ຫາກ​ຜົນ​ການ​ກວດ​ຂອງ​ເຈົ້າ​ອອກ​ມາ​ແບບ​ສະຫລຸບ​ໄດ້​ບໍ່​ຊັດເຈັນ ໂດຍ​ວິທີ​ການ​ຕັດ​ເນື້ອ​ເຍື່ອ​ໄປ​ກວດ​ເຮັດ​ໄດ້​ດ້ວຍ​ວິທີ​ການ​ດູດ​ເຈາະ​ດ້ວຍ​ເຂັມ​ນ້ອຍ​ ຫລື​ ການ ຕັດ​ຊິ້ນ​ເນື້ອ​ໂດຍ​ໃຊ້​ເຂັມ​ເຈາະ ເພື່ອ​ນຳ​ໄປ​ກວດ​ເບິ່ງ​ດ້ວຍ​ກ້ອງ​ຈຸລະທັດ​ວ່າ​ເປັນ​ມະ​ເຮັງ​ ຫລື​ ບໍ່
        ສຳລັບ ສາວໆຄົນ​ໃດ​ທີ່​ຢ້ານ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ຫລາຍ ກໍ​ລອງ​ກວດ​ເຊັກ​ດ້ວຍ​ຕົວ​ເອງ​ໂດຍ​ການ​ຄຳ​ໄປ​ທີ່​ເຕົ້ານົມເລື້ອຍໆ ຫາກ​ໄປ​ພົບ​ແພດ​ແລ້ວ​ພົບ​ວ່າ​ຕົວ​ເອງ​ເກີດ​ເປັນ​ມະ​ເຮັງ​ຂຶ້ນ​ມາ​ແທ້ໆ ກໍ​ຄວນ​ຈະ​ສ້າງ​ກຳ​ລັງ​ໃຈ​ໃຫ້​ຕົວ​ເອງ​ ເຮັດ​ຈິດ​ໃຈ​ໃຫ້​ສະບາຍ​ສະເໝີ ແຕ່​ຖ້າ​ບໍ່​ເປັນ​ພະຍາດ​ຮ້າຍ​ໃດໆ ນັ້ນ​ຖື​ວ່າທ່ານໂຊກດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...