Homeຂ່າວພາຍ​ໃນເອົາໃບຕາດິນໄປມັດຈຳຢາບ້າ

ເອົາໃບຕາດິນໄປມັດຈຳຢາບ້າ

Published on

1003791_10151785344799149_56133386_n

ເຈົ້າໜ້າທີ່ຕຳຫຼວດກອງສະກັດກັ້ນ ແລະ ປາບປາມຢາເສບຕິດເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມບ້ານ ວາງແຜນກັກຕົວເປົ້າໝາຍທີ່ເຄື່ອນໄຫວຄ້າຂາຍຢາເສບຕິດ ຜ່ານການຕິດຕາມມາຮອດວັນທີ 29 ສິງຫາ 2013 ເວລາ 16 ໂມງ ຈິ່ງສາມາດກັກຕົວທ້າວ ບຸນສີ ອາຍຸ 50 ປີ ປະຊາຊົນຢູ່ບ້ານຫາດວຽງຄຳ ເມືອງປາກງື່ມ ພ້ອມຂອງກາງຢາເສບຕິດຢາບ້າຈຳນວນ 1.979 ເມັດ ແລະ ກັນຊາແຫ້ງຈຳນວນ 3 ແທ່ງ ສົ່ງໃຫ້ກອງຄະດີເມືອງ ເພື່ອສອບສວນຂະຫຍາຍຜົນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ເຈົ້າໜ້າທີ່ສືບສວນ-ສອບສວນຄະດີເມືອງປາກງື່ມ ໃຫ້ຮູ້ວ່າ: ທ້າວ ບຸນສີ ໄດ້ມີການເຄື່ອນໄຫວຊື້ຂາຍຢາບ້າ ເຊິ່ງຢາບ້າຈຳນວນ 1.979 ເມັດ ແມ່ນເປັນຂອງຜູ້ກ່ຽວແທ້ ໂດຍສັ່ງຊື້ນຳທ້າວ ຄຳຜາຍ ອາຍຸ 55 ປີ ຢູ່ບ້ານດອນໜູນ ເມືອງໄຊທານີ ໃນວັນທີ 28 ສິງຫາ 2013 ໃນລາຄາ 70.000 ບາດ ແຕ່ທ້າວ ບຸນສີ ບໍ່ມີເງິນຈ່າຍ ຈິ່ງນຳເອົາໃບຕາດິນຂອງຜູ້ກ່ຽວ ໄປຈຳນຳເອົາຢາບ້າຈຳນວນດັ່ງກ່າວ ໂດຍຕົກລົງກັນວ່າ: ພາຍຫຼັງທີ່ໄດ້ຂາຍຢາບ້າໝົດແລ້ວ ຈະເອົາເງິນມາໄຖ່ເອົາຄືນ ສ່ວນກັນຊາຈຳນວນ 3 ແທ່ງ ແມ່ນຊື້ມານຳຂາປະຈຳຢູ່ບ້ານຫາດວຽງຄຳ ເມືອງໄຊທານີ ໃນລາຄາ 2.400 ບາດ. ອີງຕາມແຫຼ່ງຂ່າວໜັງສືພິມຄວາມສະຫງົບ ໃຫ້ຮູ້ວ່າ: ມາຮອດວັນທີ 29 ສິງຫາ 2013 ທ້າວ ບຸນສີ ຈິ່ງໄດ້ເອົາຢາບ້າ ແລະ ກັນຊາແຫ້ງຈຳນວນດັ່ງກ່າວ ໃສ່ຖົງເປ້ສີດຳ ແລ້ວຂັບຂີ່ລົດຈັກໂຄລາວບໍ່ມີປ້າຍ ເຊິ່ງເປັນລົດຂອງຜູ້ກ່ຽວເອງ ເພື່ອຈະເອົາໄປສົ່ງໃຫ້ໄວລຸ້ນຢູ່ບ້ານໂນນຊາຍ ເມືອງປາກງື່ມ ພໍຂີ່ລົດຈັກໄປຮອດລະຫວ່າງບ້ານໂນນສູງຫາບ້ານໝາກນາວ ຈິ່ງພົບເຫັນເຈົ້າໜ້າທີ່ຕຳຫຼວດ ຈາກນັ້ນ ທ້າວບຸນສີ ຈິ່ງປະຖິ້ມຖົງຢາ ແລະ ລົດຈັກແລ່ນໜີເຂົ້າປ່າ ເຈົ້າໜ້າທີ່ໄດ້ນຳກຳລັງ ປກສ ກຸ່ມ 2 ກຸ່ມ 3 ກຸ່ມ 4 ແລະ ກຸ່ມ 5 ປິດລ້ອມປ່າ ແລະ ຊອກຫາ ຈິ່ງສາມາດຈັບຕົວໄດ້ພ້ອມຂອງກາງ ແລ້ວນຳຕົວສົ່ງໃຫ້ກອງຄະດີເມືອງດຳເນີນຄະດີ. ຜ່ານການສອບສວນຂະຫຍາຍຜົນໃນມື້ຕໍ່ມາ ເຈົ້າໜ້າທີ່ຈິ່ງວາງແຜນຈັບຕົວເຄືອຂ່າຍທີ່ທ້າວ ບຸນສີ ໄດ້ຊັດທອດຫາຄື: ທ້າວ ຄຳຜາຍ ຮອດເວລາ 10:00 ໂມງຂອງວັນດຽວກັນ ກໍສາມາດຈັບກຸມທ້າວ ຄຳຜາຍ ໄດ້ແຕ່ບໍ່ພົບເຫັນຂອງກາງ ຈາກນັ້ນ ເຈົ້າໜ້າທີ່ຈິ່ງສົມທົບກັບອຳນາດການປົກຄອງບ້ານດອນໜູນ ເພື່ອເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ຜ່ານການກວດຄົ້ນ ຈິ່ງພົບເຫັນຢາບ້າທີ່ຊຸກເຊື່ອງໄວ້ໃນຫ້ອງນອນຈຳນວນ 5 ຖົງ ກັບ 9 ເມັດ ລວມມີຢາບ້າທັງໝົດ 1.009 ເມັດ ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ຜູ້ກ່ຽວເອົາຢາບ້າຈຳນວນດັ່ງກ່າວ ກຽມໄປສົ່ງໃຫ້ທ້າວ ບຸນສີ ເພາະທ້າວ ບຸນສີ ໄດ້ໂທສັ່ງກ່ອນໜ້ານີ້ ເຊິ່ງທ້າວ ຄຳຜາຍ ໄດ້ໂທສັ່ງຢາບ້າຈຳນວນດັ່ງກ່າວນຳຂາປະຈຳ ຢູ່ບ້ານດົງຊຽງດີ ເມືອງໄຊທານີ ຈຳນວນ 15 ຖົງ ໃນລາຄາ 8.300 ບາດ ເພື່ອຈະເອົາໄປສົ່ງຂາຍຕໍ່ໃຫ້ລູກຄ້າຂາປະຈຳທົ່ວໄປ. ເຈົ້າໜ້າທີ່ຕຳຫຼວດຍັງໃຫ້ຮູ້ຕື່ມວ່າ: ຜ່ານມາພວກກ່ຽວທັງສອງ ເຄີຍພົວພັນກັບຢາເສບຕິດມາຫຼາຍຄັ້ງແລ້ວ ແລະ ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ ສົ່ງໃຫ້ໄອຍະການປະຊາຊົນ ສັ່ງຟ້ອງໃຫ້ສານຕັດສິນມາແລ້ວຄົນລະ 1 ຄັ້ງຄື: ທ້າວ ບຸນສີ ເຄີຍຖືກສານປະຊາຊົນຕັດສິນຈຳຄຸກມາແລ້ວ 5 ປີ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ທ້າວ ຄຳຜາຍ ກໍຖືກສານຕັດສິນຈຳຄຸກມາແລ້ວ 7 ປີ ໃນຂໍ້ຫາຄ້າຂາຍຢາເສບຕິດເຊັ່ນດຽວກັນ.

 

ຂ່າວຈາກ: ໜັ້ງສືພິມ ວຽງຈັນໄໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...