Homeຂ່າວພາຍ​ໃນເຫຼົ່າ​ຮົບ​ປືນ​ໃຫຍ່ ສຸມ​ໃສ່​ການ​ເຝິກຊ້ອມ

ເຫຼົ່າ​ຮົບ​ປືນ​ໃຫຍ່ ສຸມ​ໃສ່​ການ​ເຝິກຊ້ອມ

Published on

ສະຫາຍ ພັນ​ໂທ ສາຄອນ ສີ​ສະກຸນ ຫົວໜ້າ​ການ​ທະຫານ​ກອງພັນ 631 ຄະນະ​ຊີ້​ນຳ​ພາກ​ສະໜາມ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າ ດິນໄດ້​ກ່າວ​ວ່າ: ເຫຼົ່າ​ຮົບ​ປືນ​ໃຫຍ່​ ໜ້າດິນ​ແມ່ນ​ເຫຼົ່າ​ຮົບ​ໜຶ່ງ​ມີ​ຄວາມ​ສຳຄັນ​ໃນ​ການ​ຊ່ວຍ​​ທາງ​ດ້ານກຳ ລັງ​ໄຟໃຫ້​ເຫຼົ່າ​ຮົບອື່ນໆ ບໍ່ວ່າໃນ ​ເວລາ​ບຸກ​ໂຈມ​ຕີ ຫຼື ຈັງ​ທ່າດັ່ງ ນັ້ນ​ບໍ​່ວ່າ​ເວລາ​ໃດ​ກໍຕາມ​, ພະນັກ ງານ-ນັກຮົບ​ຂອງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ​ກໍໄດ້​ເອົາໃຈໃສ່​ເຝິກຊ້ອມ​ທາງ​ດ້ານ​ວຽກ​ວິຊາ​ສະເພາະ ເພື່ອເຮັດ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ໄດ້​ຮັບ​ມອບ​ໝາຍ.

ສຳລັບ​ການ​ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ຂອງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ​ພວກ​ເຮົາ​ເວົ້າ​ລວມ, ເວົ້າ​ສະ​ແມ່ນ​ກອງພັນ 631 ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 1, ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຄະນະ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ກໍ່​ໄດ້​ຮີບ​ຮ້ອນ​ເຕົ້າໂຮມ​ພະນັກງານ-ນັກຮົບ ເພື່ອ​ຈັດ​ຕັ້ງ​ເຜີຍແຜ່​ຄຳ​ສັ່ງ ແລະ ຈັດ​ຕັ້ງ​ສ້າງ​ແຜນການ, ແຜນ​ງານ​ອັນ​ລະອຽດ ພ້ອມ​ນີ້, ກໍ​ໄດ້​ກຳນົດ​ເອົາ​ໜຶ່ງ​ກອງຮ້ອຍ​ກຳລັງ​ໄຟ​ປືນ​ໃຫຍ່ 120 ມມ ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ 2022” ນີ້, ໃນ​ການ​ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຄັ້ງ​ນີ້, ກຳລັງ​ປືນ​ໃຫຍ່​ໜ້າດິນ​ພວກ​ເຮົາ​ແມ່ນ​ມີໜ້າ​ທີ່, ເປີດ​ທາງ​ໄຂ​ຊ່ວຍ​ໜູນ​ໃຫ້​ບັນດາ​ເຫຼົ່າ​ຮົບ​ທີ່ຢູ່​ໜ້າ​ສະໜາມ ແລະ ເປີດ​ກຳ​ໄຟ​ຊ່ວຍ​ໜູນ​ກົມ​ກອງ​ທະຫານ​ລາບ​ບຸກຕີ​ຈັ້ງ​ທ່າ​ໃຫ້​ໄດ້​ຮັບ​ຜົນ​ຕາມ​ແຜ່ນ​ການ​ທີ່​ວາງ​ໄວ້.

ດັ່ງນັ້ນ, ​ມາ​ຮອດ​ປັດຈຸ​ບັນ​ຄະນະ​ບັນຊາ​ພວກ​ເຮົາ​ກໍໄດ້​ຊີ້​ນຳ​ພະນັກງານ​ວິຊາ​ສະ​ແຕ່​ລະ​ສະຫາຍ ເຂົ້າ​ໃນ​ການ​ຫັດ​ແອບ​ຕົວ​ຈິງ, ເຫັນ​ໄດ້​ວ່າ​ແຕ່​ລະ​ສະຫາຍ​ກຳ​ໄດ້​ບົດຮຽນ ແລະ ຮັບປະກັນ​ໄດ້​ການ​ປະສານ​ງານ​ລະຫວ່າງ​ຄະນະ​ຊີ້​ນຳ​ໜ້າ​ສະໜາມ ແລະ ສູນ​ບັນຊາ​ຈຸ​ປືນຜ່ານ​ການ​ກວດກາ​ເຕັກ​ນິດ​ປືນ​ຕົວ​ຈິງ​ເຫັນ​ໄດ້​ສາມາດ​ດັບ​ສູນ​ເປົ່າ​ໝາຍໄດ້​ຕາມ​ຄາດໝາຍ, ທັງ​ນີ້​ກໍເພື່ອ​ເປັນ​ການຮັບປະກັນ​ໃຫ້​ມື​ປະສານ​ສາມາດ​ເຮັດ​ສຳເລັດ​ໜ້າທີ່, ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%.

ທີ່ມາ:Lao people’s Army News

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...