spot_img
Homeຂ່າວພາຍ​ໃນເລັ່ງລົງຂົນຂວາຍເພື່ອສ້າງຕັ້ງສະມາຄົມຢາງພາລາລາວ

ເລັ່ງລົງຂົນຂວາຍເພື່ອສ້າງຕັ້ງສະມາຄົມຢາງພາລາລາວ

Published on

ທ່ານ ວິ­ໄລ​ວັນ ພົມ​ເຂ​ອະ­ດີດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້ ປະ­ທານ​ຄະ­ນະ​ຂົນ­ຂວາຍ​ສ້າງ­ຕັ້ງ​ສະ­ມາ­ຄົມ ຢາງ­ພາ­ລາ ພ້ອມ​ດ້ວຍ​ຄະ­ນະ​ໄດ້​ນຳ­ພາ​ກຸ່ມ​ບໍ­ລິ­ສັດ​ພັດ­ທະ­ນາ​ກະ­ສິ­ກຳ ແຂວງ​ຢຸນ​ນານ ສປ ຈີນ ລົງ​ຢ້ຽມ­ຢາມ ໂຄງ­ການ​ປູກ​ໄມ້​ອຸດ­ສາ­ຫະ­ກຳ​ຢາງ​ພາ ລາ​ເປັນ​ສິນ­ຄ້າ ບ້ານ​ສົມ​ສະ­ໜຸກ ເມືອງ ຫີນ​ເຫີບ ແຂວງ​ວຽງ​ຈັນ ໃນ​ວັນ​ທີ 16 ກໍ­ລະ­ກົດ 2016 ເພື່ອ​ເກັບ​ກຳ​ຂໍ້​ມູນ ແລະ​ກະ­ກຽມ​ເງື່ອນ­ໄຂ​ຕ່າງໆ ເພື່ອ​ຂໍ​ອະ­ນຸ­ມັດ​ສ້າງ­ຕັ້ງ​ສະ­ມາ­ຄົມ​ຢາງ­ພາ­ລາ​ລາວ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ຊຸກ­ຍູ້​ໃຫ້​ຜູ້​ປະ­ກອບ​ການ​ຢາງ­ພາ­ລາ​ທົ່ວ​ປະ­ເທດ​ເຂົ້າ​ເປັນ​ສະ­ມາ­ຊິກ ເພື່ອ​ຮັບ­ປະ­ກັນ​ສິດ ແລະ​ຜົນ​ປະ­ໂຫຍດ​ພາຍ­ຫຼັງ​ການ​ເຂົ້າ​ເປັນ​ສະ­ມາ­ຊິກ.

ທ່ານ ໄມ​ພົມ ມະ​ລີ ຫົວ­ໜ້າ​ໂຄງ­ການ ປູກ​ໄມ້​ອຸດ­ສາ­ຫະ­ກຳ​ຢາງ­ພາ­ລາ​ເປັນ​ສິນ ຄ້າ ໄດ້​ລາຍ​ງານ​ວ່າ: ໂຄງ­ການ​ປູກ​ໄມ້ ອຸດ­ສາ­ຫະ­ກຳ​ຢາງ­ພາ­ລາ​ເປັນ​ສິນ­ຄ້າ​ເປັນ​ໂຄງ​ຕົວ​ແບບ​ທີ່​ບໍ່​ນຳ​ໃຊ້​ເຄ​ມີ ໄດ້​ເລີ່ມ​ແຕ່ ປີ 2006 ໂດຍ​ເບື້ອງ​ຕົ້ນ​ມີ​ເນື້ອ­ທີ່​ເຮັກ­ຕາ ຈາກ​ນັ້ນ​ໄດ້​ຂະ­ຫຍາຍ​ເນື້ອ­ທີ່​ອອກ ໂດຍ​ປະ­ຊາ­ຊົນ​ໄດ້​ເປັນ​ແຮງ​ງານ ແລະ​ດິນ​ໃນ​ຮູບ​ແບບ 2+3 ມາ ຮອດ​ປີ 2009 ມີ 374 ເຮັກ­ຕາ ນອກ​ນີ້​ຍັງ​ໄດ້​ຮ່ວມ​ກັບ​ປະ­ຊາ­ຊົນ​ທີ່​ເຂົ້າ​ຢູ່​ເຂດ​ໃກ້​ຄຽງ  ແລະ​ເຂດ​ອື່ນໆ​ທີ່​ສົນ­ໃຈ​ປູກ 2 ພັນ​ກວ່າ ເຮັກ­ຕາ ຊຶ່ງ​ໄດ້​ເລີ່ມ​ກີດ​ຢາງ ແຕ່​ປີ 2013  ເປັນ­ຕົ້ນ​ມາ ສະ­ເລ່ຍ 20 ໂຕນ​ຕໍ່​ເດືອນ ນອກ​ນີ້ ຍັງ​ໄດ້​ຮັບ​ຊື້​ຢາງ​ຈາກ​ສະ­ມາ­ຊິກ ແລະ​ສວນ​ຢາງ​ອື່ນໆ ໃນ​ລາ­ຄາ​ຄ້ຳ­ປະ­ກັນ 4 ພັນ​ກີບ​ຕໍ່​ກິ​ໂລ ສ່ວນ​ການ​ຂາຍ​ແມ່ນ​ມີ 2 ຮູບ​ແບບ​ຄື: ຂາຍ​ຢູ່​ໂຄງ­ການ​ກັບ​ທີ່ (ຢາງ​ດິບ) ແມ່ນ 5.500 ກີບ​ຕໍ່​ກິ​ໂລ ແຕ່​ຖ້າ​ຜ່ານ​ການ​ອັດ​ແໜ້ນ​ຈາກ​ໂຮງ ງານ​ຈະ​ຂາຍ 7,5 ພັນ​ກີບ​ຕໍ່​ກິ​ໂລ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ບໍ່​ຫຼຸດ 50 ລ້ານ​ກີບ​ຕໍ່​ເດືອນ ສ່ວນ​ປະ­ຊາ­ຊົນ​ທີ່​ມາ​ຮັບ​ກີດ ຢາງ​ໃຫ້​ໂຄງ­ການ​ແມ່ນ​ມີ​ລາຍ​ຮັບ​ແຕ່ 17-38 ລ້ານ​ກີບ​ຕໍ່​ປີ​ມີ 30 ຄອບ­ຄົວ ປະ­ຈຸ​ບັນ​ຢາງ­ພາ­ລາ​ທີ່​ເປັນ​ຕົວ​ແບບ​ສາ­ມາດ ກີດ​ຢາງ​ໄດ້​ແມ່ນ 30% ແລະ​ຍັງ 200 ເຮັກ­ຕາ ເທົ່າ​ກັບ 70% ຂອງ​ຕົ້ນ​ຢາງ​ທັງ​ໝົດ​ແມ່ນ​ຍັງ​ບໍ່​ໄດ້​ກີດ​ຍ້ອນ​ຂາດ​ແຮງ​ງານ ຊຶ່ງ​ມີ​ຄວາມ​ຕ້ອງ­ການ​ເຖິງ 100-150 ຄອບ­ຄົວ ແລະ​ຖ້າ​ກີດ​ໄດ້​ໝົດ​ຈະ​ໄດ້​ປະ­ມານ 45 ໂຕນ​ຕໍ່​ເດືອນ.

ສັງ​ລວມ​ແລ້ວ​ການ​ປູກ​ຢາງ­ພາ­ລາ​ໂຄງ­ການ​ນີ້ ແມ່ນ​ມີ​ຜົນ​ດີ​ເພາະ​ຢາງ​ພາລາ​ສາ­ມາດ​ກີດ​ຢາງ​ໄດ້​ເຖິງ 9 ເດືອນ​ຕໍ່​ປີ ຊຶ່ງ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ ກໍ​ຄື​ປະ­ຊາ­ຊົນ​ມີ​ລາຍ​ຮັບ​ຢ່າງ​ຕໍ່​ເນື່ອງ ອັນ​ສຳ­ຄັນ​ຍັງ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ ແລະ​ຫັນ​ຈາກ​ການ​ຖ່າງ​ປ່າ​ເຮັດ​ໄຮ່​ຢ່າງ ສິ້ນ​ເຊີງ ນອກ­ຈາກ​ການ​ປູກ​ຢາງ­ພາ­ລາ ແລ້ວ​ຍັງ​ໄດ້​ລ້ຽງ​ປາ​ລ້ຽງ­ສັດ​ນ້ອຍ​ໝາກ​ໄມ້​ຊະ­ນິດ​ອື່ນໆ​ຕື່ມ​ອີກ ເພື່ອ​ແກ້​ໄຂ​ຊີ­ວິດ ການ​ເປັນ​ຢູ່​ຂອງ​ສະ­ມາ­ຊິກ ພ້ອມ​ນີ້ ຍັງ​ໄດ້​ຮ່ວມ​ມື​ກັບ​ນັກ­ທຸ­ລະ­ກິດ​ຈີນ​ປູກ​ໄມ້ ກ້ຽງ­ໃຫຍ່ 70 ພັນ​ຕົ້ນ ຢູ່​ເມືອງ​ກາ­ສີ​ໃນ ເນື້ອ​ໃນ 150 ກວ່າ​ເຮັກ­ຕາ ປະ­ຈຸ​ບັນ​ປູກ​ໄດ້ 2 ປີ ແລະ​ກຽມ​ກ້າວ​ສູ່​ການ​ສ້າງ­ຕັ້ງ ໂຮງ­ງານ​ຜະ­ລິດ​ເພື່ອ​ສົ່ງ​ອອກ ນອກ​ນີ້​ຍັງໄດ້​ກ້າ​ເບ້ຍ​ໃຫ້​ປະ­ຊາ­ຊົນ​ອ້ອມ​ຂ້າງ​ໄປ​ປູກ​ແລ້ວ​ນຳ​ຜົນ​ຜະ­ລິດ​ມາ​ຂາຍ​ໃຫ້​ພວກ​ເຮົາ.

ໂອ­ກາດ​ນີ້​ທ່ານ ໄມ​ພົມ ຍັງ​ຮຽກ­ຮ້ອງ ໃຫ້​ຂັ້ນ​ເທິງ​ຊ່ວຍ​ດ້ານ​ຕະ­ຫຼາດ​ຄ້ຳ­ປະ­ກັນ​ດ້ານ​ລາ­ຄາ ແລະ​ໂຮງ­ງານ​ແປ​ຮູບ ເພື່ອ
ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ຢາງ­ພາ­ລາ​ລາວ​ສູງ​ຂຶ້ນ​ສຳ­ລັບ​ແຜນ­ການ​ຕໍ່­ໜ້າ​ຈະ​ສຸມ​ໃສ່​ປົກ​ປັກ​ຮັກ­ສາ​ພືດ​ຕ່າງໆ​ທີ່​ປູກ​ໄປ​ແລ້ວ​ໃຫ້​ໄດ້​ຮັບ​ຜົນ​ດີ ນອກ​ນີ້ ກໍ​ຈະ​ຊອກ​ແຮງ​ງານ ກີດ​ຢາງ​ໃຫ້​ພຽງ­ພໍ ພ້ອມ​ນີ້ ຍັງ​ມີ​ແຜນ ລ້ຽງ​ງົວ ແລະ​ສັດ​ອື່ນໆ​ອີກ.

ຜ່ານ​ການ​ລົງ​ຢ້ຽມ­ຢາມ​ຄັ້ງ​ນີ້​ທ່ານ ວິ­ໄລ​ວັນ ພົມ​ເຂ ກໍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ໂຄງ­ການ​ປູກ​ໄມ້​ອຸດ­ສາ­ຫະ­ກຳ ຢາງ­ພາ­ລາ​ເປັນ​ສິນ­ຄ້າ ທີ່​ສາ­ມາດ​ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ພ້ອມ​ທັງ ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ​ສ້າງ ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ​ຕາມ​ນະ­ໂຍ­ບາຍ ຂອງ​ພັກ ແລະ​ລັດ­ຖະ­ບານ ພ້ອມ​ນີ້​ທ່ານ​ຍັງ​ໄດ້​ຮຽກ­ຮ້ອງ​ໃຫ້​ຜູ້​ປະ­ກອບ​ການ​ຢາງ­ພາ­ລາ​ທົ່ວ​ປະ­ເທດ ຈົ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ພາຍ­ຫຼັງ​ການ​ສ້າງ­ຕັ້ງ​ສະ­ມາ­ຄົມ​ຂຶ້ນ​ແລ້ວ​ຈະ​ສາ­ມາດ​ຄ້ຳ­ປະ­ກັນ​ລາ­ຄາ​ຢາງ­ພາ­ລາ ທີ່​ເໝາະ​ສົມ ສຳ­ລັບ​ກຸ່ມ​ບໍ­ລິ­ສັດ​ພັດ­ທະ­ນາ ກະ­ສິ­ກຳ​ແຂວງ​ຢຸນ​ນານ ສປ ຈີນ ກໍ​ໄດ້​ໃຫ້ ຄວາມ​ສົນ­ໃຈ​ຕໍ່​ໂຄງ­ການ​ປູກ​ໄມ້​ອຸດ​ສາ ຫະ​ກຳ​ຢາງ­ພາ­ລາ​ເປັນ​ສິນ­ຄ້າ​ເປັນ​ຢ່າງ​ດີ ພ້ອມ​ທັງ​ຈະ​ນຳ​ເອົາ​ຂໍ້​ມູນ​ທີ່​ໄດ້​ຮັບ​ໄປ​ສຶກ ສາ​ເພີ່ມ​ເຕີມ ເພື່ອ​ຈະ​ກ້າວ​ໄປ​ເຖິງ​ການ ຮ່ວມ​ມື​ກັບ​ໂຄງ­ການ​ດັ່ງ­ກ່າວ​ໃນ​ການ​ເກັບ​ຊື້ ກໍ​ຄື​ການ​ສ້າງ­ຕັ້ງ​ໂຮງ­ງານ​ປຸງ​ແຕ່ງ ຢາງ­ພາ­ລາ​ເພື່ອ​ສົ່ງ​ອອກ​ໃນ­ຕໍ່­ໜ້າ.

ທີ່ມາ: ເສດຖະກິດ-ສັງ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...