spot_img
Homeຂ່າວພາຍ​ໃນເລ​ັ່ງ​ຄົ້ນ​ຄວ້າ-ປຶກ​ສາ​ຫາ​ລີ ວາງມາດຕະການ ຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ລາວ

ເລ​ັ່ງ​ຄົ້ນ​ຄວ້າ-ປຶກ​ສາ​ຫາ​ລີ ວາງມາດຕະການ ຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ລາວ

Published on

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ຄົ້ນຄວ້າ ແລະ ປຶກສາຫາລື ພ້ອມອອກແຈ້ງການກ່ຽວກັບການຫ້າມສວຍ ໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ໃນໄລຍະບຸນປີໃໝ່ລາວ 2023 ທີ່ຈະມາເຖິງ ໂດຍຈະມີການເຮັດບົດບັນທຶກ ເພື່ອຄ້ຳປະກັນບໍ່ໃຫ້ສິນຄ້າຂາດຕະຫຼາດ.

ທ່ານ ນັນຕາ ສານຸວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະ ຄອນຫຼວງວວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ວ່າ: ສຳລັບ ມາດຕະການໃນການຄວບຄຸມລາຄາສີນຄ້າ ພວກເຮົາໄດ້ຈັດຕັ້ງປະຕິບັດ ກັນມາໃນແຕ່ລະປີ ເຊິ່ງໄດ້ແຈ້ງເຖິງບັນດາຜູ້ປະກອບການ ຊາວຄ້າຂາຍທົ່ວໄປ ແລະ ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ໃຫ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ນອກຈາກນີ້ ເພື່ອເຮັດໃຫ້ແຈ້ງການດັ່ງກ່າວມີຜົນສັກສິດ ພວກເຮົາກໍໄດ້ແຕ່ງ ຕັ້ງເຈົ້າໜ້າທີ່ກວດກາການຄ້າ ໂດຍສົມທົບກັບເມືອງ ແລະ ຜູ້ຈັດສັນຕະຫຼາດ ລົງຕິດບັນດາຕະຫຼາດເມືອງໃນ ຂອງນະຄອນຫຼວງວຽງຈັນ ເພື່ອກວດກາລາຄາສິນຄ້າ ຖ້າພົບເຫັນມີການກັກຕຸນ ຫຼື ຂຶ້ນລາຄາ ແມ່ນຈະຖືກ ປັບໄໝຕາມລະບຽບກົດໝາຍ.

ພ້ອມກັນນີ້ ໄດ້ເຊີນເອົາຜູ້ປະກອບການຕະຫຼາດ 12 ແຫ່ງ ເຂົ້າມາເຮັດບົດບັນທຶກ ເພື່ອຮັບປະກັນທາງດ້ານການຕອບສະໜອງສິນຄ້າເຂົ້າຕະຫຼາດ ເຮັດແນວໃດບໍ່ໃຫ້ສິນຄ້າຂາດຕະຫຼາດ ໃນໄລຍະບຸນປີໃໝ່ລາວ ໂດຍສະເພາະ ແຕ່ວັນທີ 14-20 ເມສາ ນີ້ ໄດ້ມີບັນທຶກກັບຊາວຄ້າຂາຍ ໂດຍສະເພາະ ຊາວຄ້າຂາຍຊີ້ນ ປາ ໃຫ້ມີການຜັດປ່ຽນ ຫຼື ໝູນວຽນກັນໃຫ້ມີສິນຄ້າເຂົ້າມາຂາຍ ຢູ່ພາຍໃນຕະຫຼາດຕະຫຼອດເວລາ ເພາະໃນໄລຍະຜ່ານມາ ພວກເຮົາໄດ້ມີບົດຮຽນ ໃກ້ຈະຮອດປີໃໝ່ລາວ ສິນຄ້າບໍ່ມີຂາຍຢູ່ຕະຫຼາດ.

ທີ່ມາ ຂ​ປ​ລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...